ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງອຸດົມໄຊ ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-11 10:33:35 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297294 | ຄວາມນິຍົມ:



ໃນວັນທີ 7 ມັງກອນ 2019 ນີ້, ກອງບັນຊາການທະ ຫານແຂວງອຸດົມໄຊ ໄດ້ຈັດພິທີ ປາຖະກະຖາມູນເຊື້ອວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບ ຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019 ) ໃຫ້ກຽດເຂົ້າຮ່ວມ ແລະ ປາຖະ ກະຖາໂດຍ ພັນເອກ ສົມພັນ ແສງຫຼ້າ ອະດີດຮອງເລຂາພັກ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, ຫົວໜ້າພະແນກ-ຮອງພະແນກ ຕະຫຼອດຮອດພະ ນັກງານ-ນັກຮົບເຂົ້າຮ່ວມ. ໃນພິທີ ພັນເອກ ສົມພັນ ແສງ ຫຼ້າ ໄດ້ຍົກໃຫ້ເຫັນມູນເຊື້ອວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ປະຫວັດ ການກໍາເນີດເຕີບໃຫຍ່ຂະຫຍາຍ ຕົວຂອງກຳລັງປະກອບອາວຸດ ແຂວງອຸດົມໄຊ ທີ່ມີມູນເຊື້ອ ຄວາມສາມັກຄີ, ເປັນຈິດໜຶ່ງ ໃຈດຽວ ແລະ ມີປະຫວັດສາດ ອັນຍາວນານໃນການຕໍ່ສູ້ກູ້ ຊາດຂອງປະຊາຊົນລາວບັນດາ ເຜົ່າ. ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຜ່ານຍ່ານ ທາງແຫ່ງການສ້າງຕັ້ງ, ສູ້ຮົບ ມີໄຊ ແລະ ເຕີບໃຫຍ່ຂະຫຍາຍ ຕົວພາຍໃຕ້ການນຳພາອັນປີຊາ ສາມາດສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ຍອມເສຍສະຫຼະເລືອດເນື້ອ ເພື່ອປົກປັກຮັກສາຜືນແຜ່ນດິນ ເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າ ຫານເພື່ອເຮັດສຳເລັດພາລະກໍາ ປະຫວັດສາດ ທີ່ພັກ ແລະ ປະ ຊາຊົນມອບໝາຍໃຫ້ ແລະ ສາ ມາດປົດປ່ອຍປະເທດຊາດໄດ້ ຢ່າງມີໄຊ ແລະ ສະຖາປານາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ມາເຖິງ ປັດຈຸບັນນີ້ຍັງເປັນກຳລັງຫຼັກ ແຫຼ່ງໃນການປົກປັກຮັກສາ ໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ. ໂດຍ: ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ