ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນຄວາມສະຫງົບຊີ້ແຈງຕໍ່ຄຳຊັກຖາມ ຂອງ ສສຊ
ເວລາອອກຂ່າວ: 2021-11-10 08:29:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 346 | ຄວາມນິຍົມ:



ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈງຕໍ່ຄຳຖາມເຈາະຈີ້ມ ຂອງບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໂດຍສະເພາະ ສະພາບການຈັດຕັ້ງການປະຕິບັດສິດ ແລະ ໜ້າທີ່ຂອງຫົວໜ້າອົງການສືບສວນ-ສອບສວນ ຕາມມາດ ຕາ 53 ຂອງກົດໝາຍວ່າດ້ວຍການດໍາເນີນ ຄະດີອາຍາ ສະ ບັບປີ 2017 ເຊິ່ງມີດ້ານດີ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍ ເປັນຕົ້ນ ກົນໄກການປະສານງານ ລະ ຫວ່າງອົງການສືບສວນ-ສອບສວນ ກັບອົງການໄອຍະການປະຊາຊົນ ຕາມມາດຕາ 53 ຂໍ້ 8 ກ່ຽວກັບການສະເໜີຂໍຄໍາສັ່ງຈັບຕົວ, ກັກຂັງພາງ, ການກວດຄົ້ນເຄຫະສະຖານ, ງົດໜ້າທີ່ ຫລື ຕຳແໜ່ງ, ຕໍ່ກໍານົດເວລາການສືບສວນ-ສອບສວນ ແລະ ຕໍ່ກໍານົດເວລາກັກຂັງພາງ ຈາກຫົວໜ້າອົງການໄອຍະການປະຊາຊົນ. ທ່ານ ພົນຕີ ກົງທອງ ພົງວິຈິດ ໄດ້ຊີ້ແຈງວ່າ: ກະຊວງປ້ອງກັນຄວາມສະຫງົບ ໃນຖານະເປັນຜູ້ຊີ້ນໍາ, ນໍາພາ ແລະ ຮັບຜິດຊອບໂດຍກົງ ຕໍ່ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫລວດ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງບັນຫານີ້, ຜ່ານມາໄດ້ຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຕົນຢ່າງຈິງຈັງ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີິ ເພື່ອຮັບປະກັນທາງດ້ານການເມືອງ, ກົດໝາຍ ແລະ ຫລັກການວິຊາສະເພາະ ເຊິ່ງສະແດງອອກ ການຂໍຕໍ່ກຳນົດເວລາການສືບສວນ-ສອບສວນ ນຳອົງການໄອຍະການ ໃນການດໍາເນີນຄະດີຕົວຈິງ ແຕ່ຍັງມີເຈົ້າໜ້າທີ່ສືບສວນ-ສອບສວນຈຳນວນໜຶ່ງ ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ຕາມກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ ທີ່ກຳ ນົດໄວ້ ໂດຍສະເພາະແມ່ນເຈົ້າໜ້າທີ່ສືບສວນ-ສອບສວນຂັ້ນທ້ອງຖິ່ນ. ມີບາງກໍລະນີທີ່ພົບເຫັນແມ່ນ ເປີດການສືບ ສວນ-ສອບສວນແລ້ວບໍ່ລາຍງານອົງການໄອຍະການ, ບໍ່ຂໍຕໍ່ກໍານົດເວລາການສືບສວນ-ສອບສວນ ແລະ ມີບາງລາຍຄະດີເປີດການສືບສວນ-ສອບສ່ວນແລ້ວ ແຕ່ປະໄວ້ຈົນຮອດເວລາສະຫລຸບສຳນວນຄະດີ ຈຶ່ງສົ່ງບາດດຽວ; ພ້ອມກັນນີ້, ການສະເໜີຂໍຄຳສັ່ງຈັບຕົວ ເຫັນວ່າເຈົ້າໜ້າທີ່ສືບສວນ-ສອບສວນ ຈຳນວນໜຶ່ງຢູ່ເຂດຫ່າງໄກສອກຫລີກ, ໄປມາລໍາບາກ ແລະ ຢູ່ຫ່າງໃກຈາກອົງການໄອຍະການ ຍັງບໍ່ທັນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ບາງກໍລະນີ ກັກຕົວໂດຍບໍ່ໄດ້ຂໍຄໍາສັ່ງຈັບຕົວ ຈາກອົງການໄອຍະການ; ການຂໍຕໍ່ກຳນົດເວລາການກັກຂັງພາງ ເຫັນວ່າເຈົ້າໜ້າທີ່ສືບສວນ-ສອບສວນ ຈໍານວນໜຶ່ງຍັງປະຕິບັດສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍໄດ້ກໍານົດ ບໍ່ທັນເຂັ້ມງວດ, ບາງກໍລະນີ ທີ່ພົບເຫັນແມ່ນຍ້ອນການແຜ່ລະ ບາດຂອງພະຍາດໂຄວິດ-19 ເຮັດໃຫ້ສໍານັກງານອົງການພາກລັດ ຕ້ອງໄດ້ປະຕິບັດມາດຕະການປິດເມືອງ ແລະ ອື່ນໆ ເຊິ່ງເປັນສາເຫດໜຶ່ງຕໍ່ຄໍາສັ່ງກັກຂັງພາງ ບໍ່ທັນໄປຕາມກົດໝາຍໄດ້ກໍານົດ; ການຂໍຄຳສັ່ງກວດຄົ້ນເຄຫະສະຖານ ເຫັນວ່າບາງກໍລະນີ ເຈົ້າໜ້າທີ່ສືບສວນ-ສອບສວນ ຍັງພົບຄວາມຫຍຸງຍາກຫລາຍ ໃນການຂໍຄໍາສັ່ງກວດຄົ້ນ ເນື່ອງຈາກຢູ່ບາງທ້ອງຖິ່ນເຂດຫ່າງໄກສອກຫລີກ, ຢູ່ຫ່າງໄກຈາກອົງການໄອຍະການ ແຕ່ມີຄວາມຈໍາເປັນຕ້ອງໄດ້ກວດຄົ້ນທັນທີທັນໃດ ເພື່ອຮັບປະກັນໃນການເກັບກໍາຫລັກຖານ ແລະ ນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີອາຍາ; ບາງກໍລະນີ ໃນການທະທໍາຜິດເຊິ່ງໜ້າ ແລະ ຮີບດ່ວນ ໂດຍສະເພາະ ຄະດີຂົນສົ່ງ, ຄ້າ-ຂາຍຢາເສບຕິດ ຈຳເປັນຕ້ອງໄດ້ຈັດຕັ້ງປະຕິບັດໃນທັນທີທັນໃດ ເພື່ອເກັບໂຮມຫລັກຖານໃຫ້ທັນເວລາ, ຖ້າຈະໄປຂໍຄຳສັ່ງໃຫ້ຖືກຕ້ອງຕາມກົດໝາຍກໍ່ຊັກຊ້າ ສະນັ້ນ, ຈິ່ງກາຍ ເປັນສິ່ງຫຍູ້ງຍາກ ແລະ ທ່າທາຍຕໍ່ເຈົ້າໜ້າທີ່ສືບສວນ-ສອບສວນໃນການຈັດຕັ້ງປະຕິບັດຕົວຈິງ. ທ່ານ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະ ຫງົບ ໃຫ້ຮູ້ຕື່ມວ່າ: ການປະຕິບັດໂທດທາງອາຍາ ຕໍ່ນັກ ໂທດ ທີ່ມີຄວາມຮັບຜິດຊອບໃນການປະຕິບັດໂທດຕັດອິດສະຫລະພາບ ແລະ ການປະຕິບັດໂທດປັບໄໝ ແມ່ນມີຄວາມສໍາຄັນຫລາຍໃນການປະຕິບັດຄໍາຕັດສິນດັ່ງກ່າວ ເພາະມັນເປັນການປາບພະຍາດ ກູ້ເອົາຄົນ, ທັງເປັນການຮັບປະກັນຜົນປະໂຫຍດອັນຊອບທໍາຂອງລັດ, ລວມໝູ່ ແລະ ພົນລະເມືອງ ເຊິ່ງການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າມີຄວາມຫຍຸ້ງຍາກຫລາຍ ອັນເນື່ອງມາຈາກ ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຍັງບໍ່ທັນຮັບປະກັນຄວາມຖືກຕ້ອງ ເປັນຕົ້ນການຕັດສິນລົງໂທດແລ້ວ ແຕ່ອະນຸຍາດໃຫ້ໄປປີ່ນປົວກ່ອນ ໂດຍບໍ່ມີກໍານົດ ເຮັດໃຫ້ເຈົ້າໜ້າທີ່ຄ້າຍຄຸ້ມຂັງ ບໍ່ສາມາດປະຕິບັດໄດ້ທັງໂທດອາຍາ ແລະ ປັບໄໝ; ການປະສານສົມທົບ ລະຫວ່າງຄ້າຍຄຸມຂັງດັດສ້າງ ກັບອົງການຈັດຕັ້ງປະຕິບັດຄໍາຕັດສິນ ຂອງສານຍັງບໍ່ທັນກົມກຽວ, ບໍ່ຕໍ່ເນື່ອງ, ບໍ່ທັນຮັດກຸມ ເຮັດໃຫ້ການຕິດຕາມ, ກວດກາ ແລະ ເກັບຄ່າປັບໄໝຈາກນັກໂທດ ຍັງບໍ່ທັນໄດ້ຕາມຄໍາຕັດສິນຂອງສານ; ການກໍານົດກົນໄກການປະສານງານ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຕໍ່ນັກໂທດ ທີ່ມີຄວາມຮັບຜິດຊອບທາງອາຍາ ຍັງບໍ່ທັນຈະແຈ້ງ, ຍັງບໍ່ມີພະນັກງານປະຕິບັດຄໍາຕັດສິນຂອງສານ ລົງໄປປະຈໍາການຮ່ວມກັບເຈົ້າໜ້າທີ່ຄຸມຂັງ, ຜູ້ຮັບຜິດຊອບການປະຕິບັດທາງແພ່ງຕໍ່ນັກໂທດ ຍັງບໍ່ທັນຮັບປະກັນ, ການແບ່ງງານ ແລະ ຄວາມຮັບຜິດຊອບບໍ່ທັນຈະແຈ້ງ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ ເພື່ອຮັບປະກັນໃຫ້ການສົ່ງເສີມດ້ານດີ ແລະ ແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງການປະຕິບັດສິດ ແລະ ໜ້າທີ່ຂອງຫົວໜ້າອົງການສືບສວນ-ສອບສວນ ແລະ ຄ້າຍຄຸ້ມຂັງດັດສ້າງ, ກະຊວງປ້ອງກັນຄວາມສະຫງົບ ຈະໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ອົງການສືບສວນ-ສອບສວນເຈົ້າໜ້າທີ່ຕໍາຫລວດ ແລະ ຄ້າຍຄຸມຂັງດັດສ້າງ ແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມຮັບຜິດ ຊອບສູງໃນການຄຸ້ມຄອງລັດດ້ວຍກົດໝາຍ, ການດໍາເນີນຄະດີອາຍາຕ້ອງຮັບປະກັນທາງດ້ານການເມືອງ, ກົດໝາຍ ແລະ ຫລັກການວິຊາສະເພາະຢ່າງເຂັ້ມງວດ ເພື່ອນໍາເອົາຄວາມຍຸຕິທໍາມາສູ່ສັງຄົມ. ພ້ອມນີ້, ຈະໄດ້ຊຸກຍູ້, ສົ່ງເສີມ ແລະ ຮັບປະກັນການປະຕິບັດໂທດ ຕໍ່ນັກໂທດ ເຂົ້າສູ່ລະ ບົບ, ຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ; ເອົາໃຈໃສປັບປຸງ, ບໍາລຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫລວດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນການດໍາເນີນຄະດີຖືກຕາມແນວງທາງ, ຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຕາມຫລັກການວິຊາສະເພາະ; ສ້າງກົນໄກການປະສານງານ, ຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທາງອາຍາ ເພື່ອເຮັດໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫລວດ, ຄ້າຍຄຸມຂັງດັດສ້າງ ທັງສູນກາງ ແລະ ທ້ອງຖິ່ນ ຮັບປະກັນການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໃນກົດໝາຍ ຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ