ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

9 ເດືອນ ໄອຍະການສູງສຸດ ສາມາດ ແກ້ໄຂຄະດີອາຍາ ໄດ້ 6.392 ເລື່ອງ
ເວລາອອກຂ່າວ: 2021-11-07 11:13:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:



ໃນ 9 ເດືອນຜ່ານມາ ອົງການໄອຍະການປະຊາຊົນຂັ້ນຕ່າງໆ ໄດ້ເອົາໃຈໃສ່ປະຕິບັດສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ ແລະ ຖະແຫລງຄະດີອາຍາ ແລະ ຄະ ດີແພ່ງ ຕໍ່ສານ 3 ຂັ້ນ ເຊັ່ນ: ຂັ້ນຕົ້ນ ໄດ້ສໍານວນຄະດີອາຍາຄ້າງມາ 680 ເລື່ອງ, ໄດ້ຮັບສໍານວນຄະດີອາຍາຈໍານວນ 6.756 ເລື່ອງ ລວມທັງໝົດ 7.436 ເລື່ອງ ໃນນັ້ນໄດ້ແກ້ ໄຂແລ້ວ 6.392 ເລື່ອງ ເທົ່າກັບ 85,96%. ພ້ອມກັນນີ້, ໄດ້ຮັບຄໍາຮ້ອງ, ຄໍາສະເໜີ ແລະ ໜັງສືທາງລັດຖະການ ຈາກການຈັດຕັ້ງ ແລະ ພົນລະເມືອງ ຈໍານວນ 460 ສະບັບ ແລະ ແກ້ໄຂແລ້ວ ຈໍານວນ 486 ສະບັບ, ຍັງກໍາລັງຄົ້ນຄວ້າ 24 ສະບັບ. ນອກຈາກນີ້, ໄດ້ອອກຄໍາສັ່ງຟ້ອງ ແລະ ຖະ ແຫລງສົ່ງໃຫ້ສານ 3.847 ເລື່ອງ, ເຂົ້າຮ່ວມປະຊຸມສານເພື່ອຖະແຫລງ 3.306 ເລື່ອງ, ສານພິຈາລະນາຕັດສິນເອົາຕາມການຖະແຫລງ ຂອງຫົວໜ້າອົງການໄອຍະການປະຊາຊົນ 3.294 ເລື່ອງ ເທົ່າກັບ 99,64%, ສານຕັດ ສິນບໍ່ເອົາຕາມການຖະແຫລງ 12 ເລື່ອງ, ສະເໜີຄັດ ຄ້ານ 7 ເລື່ອງ, ສົ່ງເຈົ້າໜ້າທີ່ເພື່ອດໍາເນີນການສືບ ສວນ-ສອບສວນຄືນໃໝ 1.641 ເລື່ອງ, ໂຈະການດໍາເນີນຄະດີ 08 ເລື່ອງ, ຊັດມ້ຽນຄະດີ 278 ເລື່ອງ, ແກ້ໄຂທາງບໍລິຫານ 618 ເລື່ອງ, ສານສົ່ງກັບຄືນອົງການໄອຍະການ 43 ເລື່ອງ) ແລະ ກໍາລັງຄົ້ນຄວ້າ 1.044 ເລື່ອງ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນບ່າຍ ຂອງວັນທີ 6 ພະຈິກ 2021. ພ້ອມທັງຍົກ ໃຫ້ຮູ້ວ່າ: ໄລຍະຜ່ານມາອົງການໄອຍະການປະ ຊາຊົນສູງສຸດ ໄດ້ເອົາໃຈໃສ່ຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ວິທີການ ແລະ ການນໍາໃຊ້ມາດຕະການສະກັດກັ້ນ ຂອງເຈົ້າໜ້າທີ່ກ່ຽວ ຂ້ອງ. ຜ່ານມາອົງການສືບສວນ-ສອບສວນ ໄດ້ເອົາໃຈໃສ່ປະຕິບັດການດໍາເນີນຄະດີອາຍາ ແລະ ກົດໝາຍອື່ນດີຂຶ້ນ ໂດຍສະເພາະ ອອກຄໍາສັ່ງເປີດການສືບສວນ-ສອບສວນ 371 ສະບັບ, ຍຶດ ແລະ ອາຍັດຊັບ 08 ສະບັບ; ກວດຄົ້ນເຄຫາສະຖານ 439 ສະບັບ; ຈັບຕົວ 1.419 ສະບັບ; ກັກ ຂັງພາງ 7.937 ສະບັບ; ກໍານົດເວລາກັກຂັງພາງ 6.546 ສະ ບັບ; ປ່ອຍຕົວພາງ 478 ສະບັບ; ປ່ອຍຕົວກ່ອນກຳນົດ 410 ສະບັບ; ການດຳເນີນຄະດີອາຍາ 1.432 ສະບັບ. ຜ່ານການຕິດຕາມກວດກາ ເຫັນວ່າບັນດາຄໍາສັ່ງເຫລົ່ານັ້ນ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບຫລັກການທີ່ກໍານົດໄວ້. ທ່ານ ໄຊະນະ ໂຄດພູທອນ ກ່າວອີກວ່າ: ໂດຍລວມແລ້ວ ໃນ 9 ເດືອນຜ່ານມາເຫັນວ່າ ການດຳເນີນຄະດີມີຄຸນນະພາບດີຂຶ້ນ ເປັນຕົ້ນ ການເກັບໂຮມ, ກວດກາ, ຊັ່ງ ຊາ, ຕີລາຄາຫລັກຖານ, ການໄຈ້ແຍກການກະທໍາຜິດ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການ ແລະ ສານປະຊາຊົນ ສ່ວນຫລາຍແມ່ນຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ສະພາບຄວາມເປັນຈິງທີ່ເກີດຂຶ້ນ, ສະແດງອອກໃນສະຖິຕິຄະດີມີການຂໍອຸທອນພຽງແຕ່ 16,43% ຂອງຄະດີທີ່ສານຂັ້ນຕົ້ນໄດ້ພິຈາລະນາຕັດສິນ ເອົາຕາມຄໍາຖະແຫລງຂອງຫົວໜ້າອົງການໄອຍະການປະຊາຊົນ, ສາ ເຫດຂອງການຂໍອຸທອນ ແລະ ຂໍລົບລ້າງແມ່ນ ຍ້ອນຄູ່ຄວາມທີ່ເສຍຄະດີຢາກແກ່ຍາວເວລາການດໍາເນີນຄະດີອອກໄປຈົນກ່ວາຈະສິ້ນສຸດຂະບວນຍຸຕິທໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ