ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ໃໝ່ 959 ຄົນ
ເວລາອອກຂ່າວ: 2021-11-05 12:40:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 545 | ຄວາມນິຍົມ:



ທ່ານ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ 05 ພະຈິກ 2021 ໃຫ້ຮູ້ວ່າ: ວັນທີ 04 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 8.394 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 959 ຄົນ (ຕິດເຊື້ອພາຍໃນ ມີ 948 ຄົນ ແລະ ຕິດເຊື້ອນໍາເຂົ້າ 11 ຄົນ). ໃນນີ້ ຈາກນະຄອນຫຼວງ 415 ຄົນ: ມາຈາກ 155 ບ້ານ, ໃນ 9 ເມືອງ, ເມືອງຈັນທະບູລີ 49 ຄົນ ຈາກ 14 ບ້ານ; ເມືອງສີໂຄດຕະບອງ 67 ຄົນ ຈາກ 26 ບ້ານ; ເມືອງໄຊເສດຖາ 93 ຄົນ ຈາກ 26 ບ້ານ; ເມືອງສີສັດຕະນາກ 41 ຄົນ ຈາກ 17 ບ້ານ; ເມືອງນາຊາຍທອງ 13 ຄົນ ຈາກ 11 ບ້ານ; ເມືອງໄຊທານີ 103 ຄົນ ຈາກ 42 ບ້ານ; ເມືອງ ຫາດຊາຍຟອງ 26 ຄົນ ຈາກ 11 ບ້ານ; ເມືອງ ສັງທອງ 2 ຄົນ ຈາກ 2 ບ້ານ; ເມືອງ ປາກງື່ມ 10 ຄົນ ຈາກ 06 ບ້ານ. ສ່ວນຕ່າງແຂວງທີ່ຢູ່ນະຄອນຫຼວງມີດັ່ງນີ້ ແຂວງໄຊຍະບູລີ 05 ຄົນ; ແຂວງວຽງຈັນ 02 ຄົນ. ສວ່ນບັນດາແຂວງຕ່າງໆ ທີ່ຕິດເຊື້ອມີຄື: ຫຼວງນໍ້າທາ: 184 ຄົນ ມາຈາກ 45 ບ້ານ, ໃນ 4 ເມືອງ; ຫຼວງພະບາງ: 86 ຄົນ ມາຈາກ 24 ບ້ານ, ໃນ 5 ເມືອງ; ວຽງຈັນ: 74 ຄົນ ມາຈາກ 30 ບ້ານ, ໃນ 6 ເມືອງ; ຄໍາມ່ວນ: 42 ຄົນ ມາຈາກ 11 ບ້ານ, ໃນ 2 ເມືອງ; ບໍ່ແກ້ວ: 27 ຄົນ ມາຈາກ 13 ບ້ານ, ໃນ 2 ເມືອງ; ອຸດົມໄຊ: 27 ຄົນ ມາຈາກ 16 ບ້ານ, ໃນ 2 ເມືອງ; ສະຫວັນນະເຂດ: 27 ຄົນ ມາຈາກ 6 ບ້ານ, ໃນ 2 ເມືອງ; ຈໍາປາສັກ: 23 ຄົນ ມາຈາກ 15 ບ້ານ, ໃນ 4 ເມືອງ; ບໍລິຄໍາໄຊ: 19 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ; ເຊກອງ: 12 ຄົນ ມາຈາກ 8 ບ້ານ, ໃນ 3 ເມືອງ; ສາລະວັນ: 7 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ; ໄຊຍະບູລີ: 3 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ; ໄຊສົມບູນ: 2 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້. ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 11 ຄົນ: 01 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 10 ຄົນຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. ມາຮອດວັນທີ 05 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 45.020 ຄົນ, ເສຍຊີວິດສະສົມ 77 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 554 ຄົນ, ກໍາລັງປິ່ນປົວ 8.262 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້: ເພດຍິງ, ອາຍຸ 53 ປີ, ອາຊີບ: ຄ້າຂາຍ, ບ້ານຢູ່ປະຈຸບັນບ້ານໂນນໄຮ, ເມືອງໝື່ນ, ແຂວງວຽງຈັນ - ພະຍາດປະຈໍາຕົວ: ຄົນເຈັບເປັນ ຄວາມດັນເລືອດສູງ ກີນຢາປະຈໍາ - ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson and Johnson - ຄອບຄົວມີສະມາຊິກ 5 ຄົນ ຕິດເຊື້ອ 4 ຄົນ - ຜົນກວດພົບເຊື້ອ 02 ພະຈິກ 2021 ແລະ ຜູ້ກ່ຽວເຂົ້າສູນໂພນງາມ ເມືອງໝື່ນແຂວງວຽງຈັນ. ອາການເບຶ້ອງຕົ້ນ ມີໄອເລັກນ້ອຍ, ບໍ່ໄຂ້ ແລະ ບໍ່ຫາຍໃຈຝຶດ. - ມາຮອດ ເວລາ 19:00 ໂມງ ຂອງວັນທີ 04 ພະຈິກ: ຄົນເຈັບມີອາການ, ອິດເມື່ອຍ, ຊຸດໂຊມລະບົບຫາຍໃຈ, ຫາຍໃຈໄວ, ຫາຍໃຈຫອບ, ແຫ້ນນຫນ້າເອິກ ແລະ ອາການກໍ່າແຫລ້, BP 80/60, spo2 35%, ໄດ້ເຊີດຊູຄົນເຈັບ ໃຫ້ຢາຈຳນວນຫນຶ່ງ ໃສ່ oxygen ອາການບໍ່ດີຂຶ້ນ, spo2 56% ແລະ ໄດ້ພົວພັນກຽມສົ່ງມາສູນປິ່ນປົວ covid ໂພນໂຮງ. - ມາຮອດ ເວລາ 21:30 ໂມງມາຮອດສູນປິ່ນປົວໂຄວິດໂພນໂຮງ ເຊິ່ງຄົນເຈັບມີພາວະຢຸດຫາຍໃຈ, ຈັບສັນຍານຊີບບໍ່ໄດ້, ຕົນໂຕເຢັນ, ກໍ່າແຫລ້, ບໍ່ຕອບສະຫນອງຕໍ່ການກະຕຸ້ນ, ວົງຕາດຳຍະ ແພດໄດ້ສຸມໃສ່ເຊີດຊູເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ ແລະ ເສຍຊີວິດໃນເວລາຕໍ່ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ