ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດວິໄສທັດ ເພື່ອພັດທະນາເສດຖະກິດ ດີຈີຕອນ ໃນ 5 ປີຕໍ່ໜ້າ
ເວລາອອກຂ່າວ: 2021-11-05 11:10:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 572 | ຄວາມນິຍົມ:



ຕອນເຊົ້າວັນທີ 5 ພະຈິກ 2021, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານກ່ຽວກັບວິໄສທັດໄລຍະ 20 ປີ (2021-2040), ຍຸດທະສາດໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025) ໃນກອງປະຊຸມສະໄໝາສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ລາຍງານກ່ຽວກັບຄວາມເປັນມາ, ເຫດຜົນ ແລະ ຄວາມຈຳເປັນພາວະວິໄສ ແລະ ເນື້ອໃນຕົ້ນຕໍ ຂອງການພັດທະນາເສດຖະກິດດີຈີຕອນ ແລະ ບາງຄຳເຫັນກ່ຽວກັບທຸລະກຳຊັບສິນດີຈີຕອນຢູ່ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ການຫັນເປັນດີຈີຕອນ ນຳມາທັງກາລະໂອກາດ ແລະ ສິ່ງທ້າທາຍ, ສະນັ້ນ ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ ຕ້ອງໄດ້ຮີບຮ້ອນຫັນປ່ຽນຈິນຕະນາການຢ່າງເລິກເຊິ່ງ ເພື່ອນໍາເອົາກາລະໂອກາດບຸກທະລຸພັດທະນາປະ ເທດຊາດ, ເພີ່ມທະວີການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳທັນສະໄໝ ຕາມທິດອຸດສາຫະກໍາ 4.0 ຕິດພັນກັບການສ້າງຄວາມເຂັ້ມແຂງ ໃນການພັດທະນາບຸກຄະລາກອນຄຸນນະພາບສູງ ໂດຍແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ ແລະ ຕັ້ງໜ້າ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊ້ຳເຮື້ອໃນໄລຍະຜ່ານມາ. ການຫັນເປັນດີຈີຕອນ ຕ້ອງດຳເນີນຢ່າງເລິກເຊິ່ງໃນ 3 ຂົງເຂດ ທີ່ກ່ຽວພັນຊຶ່ງກັນ ແລະ ກັນ ແບບກາຍອິນຊີ ຄື: ສ້າງເສດຖະກິດ ດີຈີຕອນ, ສ້າງສັງຄົມດີຈີຕອນ ແລະ ສ້າງການບໍລິຫານລັດແບບດີຈີຕອນ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມປອດໄພດ້ານໄຊເບີ ຢ່າງໜັກແໜ້ນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດເຮົາ. ທ່ານ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວຕື່ມວ່າ: ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກໍານົດແຜນພັດທະນາເສດຖະກິດດີຈີຕອນ ໃນ 5 ປີຕໍ່ໜ້າ (2021-20 25) ເພື່ອຜັນຂະຫຍາຍ 8 ຍຸດທະສາດ ໄລຍະ 10 ປີ ໂດຍວາງບັນດາຄາດໝາຍສູ້ຊົນຕົ້ນຕໍດັ່ງນີ້: ພັດທະນາການຄ້າເອເລັກໂຕຣນິກໃຫ້ເກີດເປັນຮູບປະທໍາ ເຊິ່ງປະກອບດ້ວຍ ແພລັດຟອມການຄ້າເອເລັກໂຕຣນິກ ແລະ ການຊຳລະແບບເອເລັກໂຕຣນິກ, ສ້າງລະບົບໂລຈິສຕິກ ແລະ ການບໍລິການແບບດີຈີຕອນ; ພັດທະນາການຫັນປ່ຽນດີຈີຕອນ ໃຫ້ຜູ້ປະກອບການທຸລະກິດພາຍໃນປະເທດ ໂດຍສະເພາະແມ່ນ ຜູ້ປະກອບການທຸລະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ ໃຫ້ມີການນຳໃຊ້ເຕັກໂນໂລຊີດິຈິຕອນ, ເອົາໃຈໃສ່ສ້າງຜູ້ປະກອບການ ແລະ ວິສາຫະກິດທີ່ນຳໃຊ້ນະວັດຕະກຳ ດີຈີຕອນ (ສະຕາດອັບ); ຕິດຕັ້ງລະບົບຫ້ອງການທັນສະໄໝຂອງພາກລັດ ເປັນຕົ້ນແມ່ນ ລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ, ສ້າງເຄືອຂ່າຍ ແລະ ສູນດີຈີຕອນຂອງລັດ, ເພື່ອແລກປ່ຽນຂໍ້ມູນໃຫ້ທຸກກະຊວງ, ອົງການທຽບເທົ່າ ແລະ ຫ້ອງວ່າການຕາມແຜນການຫັນເປັນລັດຖະບານ ດີຈີຕອນຂອງປະເທດເຮົາ; ຫັນທຸກການບໍລິການພື້ນຖານຂອງພາກລັດ ໃຫ້ເປັນການບໍລິ ການແບບອອນລາຍ ໃຫ້ສຳເລັດ 50%, ເພື່ອຍົກລະດັບ ດັດສະນີຕົວຊີ້ວັດ ດ້ານການບໍລິຫານລັດດ້ວຍ ດີຈີຕອນ ຂອງປະເທດເຮົາໃຫ້ດີຂຶ້ນ; ປັບປຸງລະບົບການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ຂອງຂະແໜງການເງິນ-ການທະນາຄານ ດ້ວຍຮູບແບບເອເລັກໂຕຣນິກໃຫ້ສໍາເລັດ, ເປັນຕົ້ນແມ່ນ ຜ່ານລະບົບທະນາ ຄານເອເລັກໂຕຣນິກ, ລະບົບການເງິນເອເລັກໂຕຣນິກໂດຍຜ່ານໂທລະສັບມືຖື (Mobile Money) ເຊິ່ງປະກອບສ່ວນເຂົ້າໃນການແກ້ໄຂບັນຫາເສດຖະກິດການເງິນ ຂອງວາລະແຫ່ງຊາດ. ນອກນັ້ນ, ຕ້ອງໄດ້ສ້າງເຂດເຕັກໂນໂລຊີລະດັບສູງດ້ານ ດີຈີຕອນ ໃຫ້ໄດ້ 1 ແຫ່ງ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງໃນປັດຈຸບັນໄດ້ມີການເລີ່ມແລ້ວຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ; ສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດີຈີຕອນ ເປັນຕົ້ນແມ່ນ ສ້າງສູນຂໍ້ມູນໃຫຍ່ 3 ແຫ່ງ, ທາງຜ່ານການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ໂດຍນຳໃຊ້ໂຄງລ່າງທາງລົດໄຟ ລາວ-ຈີນ ແລະ ສາຍສົ່ງໄຟຟ້າແຫ່ງຊາດ; ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີ ດີຈີຕອນ ໄປສູ່ເຂດບ້ານໃຫຍ່ ແລະ ຕົວເມືອງຢູ່ຊົນນະບົດ ຕິດພັນກັບວຽກງານສາມສ້າງ ໃຫ້ໄດ້ 80%, ຂະຫຍາຍສະຖານີ ຮັບ-ສົ່ງ ສັນຍານມືຖື ລະບົບ 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ; ສ້າງແຮງງານດ້ານເຕັກໂນໂລຊີ ດີຈີຕອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ຄວາມເປັນຊ່ຽວຊານ ຈາກ 0,3% ໃຫ້ໄດ້ 1% ຂອງຈໍານວນແຮງງານເຮັດວຽກຕົວຈິງ; ສົ່ງເສີມໃຫ້ເສດຖະກິດ ດີຈີຕອນສ້າງລາຍຮັບປະກອບເຂົ້າໃນ ຈີດີພີ ຂອງປະເທດໃຫ້ໄດ້ 5%; ຮັບປະກັນການນຳໃຊ້ເຕັກໂນໂລຊີ ດີຈີຕອນ ໃນວຽກງານ ປກຊ-ປກສ ແລະ ໃນການບໍລິຫານວຽກງານລັດ, ການດຳເນີນທຸລະກິດ ແລະ ການນຳໃຊ້ທົ່ວສັງຄົມມີໃຫ້ຄວາມປອດໄພ. ທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ຕື່ມວ່າ: ເພື່ອໃຫ້ບັນລຸບັນດາຄາດໝາຍສູ້ຊົນ, ຍຸດທະສາດ ແລະ ວິໄສທັດທີ່ໄດ້ກຳນົດໄວ້ນັ້ນ ໃນແຜນພັດທະນາເສດຖະກິດ ດີຈີຕອນແຫ່ງຊາດ ໄລຍະ 5 ປີຕໍ່ໜ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ກໍານົດ 14 ແຜນງານ ແລະ ແຕ່ລະແຜນງານ ເຊິ່ງໄດ້ຜັນຂະຫຍາຍເປັນໂຄງການ ເພື່ອຈັດຕັ້ງປະຕິບັດຄື: ແຜນງານສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກໍາ; ແຜນງານປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຊີ ດີຈີຕອນ; ແຜນງານສ້າງການເຊື່ອມໂຍງ ເຊື່ອມຈອດ; ແຜນງານສ້າງລັດຖະບານ ດີຈີຕອນ; ແຜນງານສ້າງລະບົບການຊຳລະດ້ວຍ ດີຈີຕອນ; ແຜນງານພັດທະນາຊັບພະຍາກອນມະນຸດທາງດ້ານ ດີຈີຕອນ; ແຜນງານ ສົ່ງເສີມການດຳເນີນທຸລະກິດການບໍລິການຂອງ MSME ແລະ ສ້າງທຸລະກິດແບບສະຕາດອັບ; ແຜນງານ ສົ່ງເສີມການເພີ່ມປະສິດທິພາບການຜະລິດດ້ວຍເຕັກໂນໂລຊີ ດີຈີຕອນ; ແຜນງານ ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍລະບົບເຕັກໂນໂລຊີ ດີຈີຕອນ; ແຜນງານ ສ້າງລະບົບໂລຈິສະຕິກ ສຳລັບການພັດທະນາເສດຖະກິດ ດີຈີຕອນ; ແຜນງານ ສ້າງຄວາມປອດໄພທາງດ້ານ ດີຈີຕອນ (Cyber Security); ແຜນງານ ສ້າງຄວາມພ້ອມເພື່ອສ້າງເມືອງອັດສະລິຍະ; ແຜນງານ ສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນ ດີຈີຕອນ ແລະ ແຜນງານເປີດກວ້າງການຮ່ວມມືດ້ານ ດີຈີຕອນກັບຕ່າງປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ