ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະບໍລິຫານງານຊາວໜຸ່ມ ກອງພັນ 409 ສຳເລັດກອງໃຫຍ່ ຄັ້ງທີ VI ຂອງຕົນ
ເວລາອອກຂ່າວ: 2021-11-01 13:10:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2588 | ຄວາມນິຍົມ:



ໃນວັນທີ 28 ຕຸລາ 2021 ນີ້. ຄະນະບໍລິຫານງານຊາວໜຸ່ມກອງພັນ 409 ທີ່ຂື້ນກັບກອງພົນທີ 2 ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ຈັນສຸກ ໄມຈັນແກ້ວ ຮອງຫົວໜ້າຫ້ອງການເມືອງກອງພົນທີ 2, ມີພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນ ແລະ ບັນດາສະຫາຍຄະນະບໍລິຫານງານ, ຄະນະໜ່ວຍ ຕະຫຼອດຮອດສະມາຊີກຊາວໜຸ່ມ ໃນກອງພັນ 409 ເຂົ້າຮ່ວມ. ໃນວາລະກອງປະຊຸມ ສະຫາຍ ພັນຕີ ໄຊພອນ ສີງສຸລີ ເລຂາຄະນະບໍລິຫານງານຊາວໜຸ່ມກອງພັນ 409 ໄດ້ຂື້ນຜ່ານບົດສະຫຼຸບລາຍງານທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນໝາກຜົນການຊີ້ນໍາ-ນຳພາຕະຫຼອດໄລຍະ 5 ປີຜ່ານມາ ຄະນະບໍລິຫານງານຊ່າວໜຸ່ມ ໄດ້ຖືເອົາວຽກງານສືກສາອົບຮົມການເມືອງນາພາແນວຄິດເປັນກົກ ເພື່ອແນໃສ່ເຮັດໃຫ້ສະມາ ຊິກຊາວໜຸ່ມ-ໄວໜຸ່ມ ໄດ້ຮັບຮູ້ເຊື່ອມຊືມ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເຮັດໃຫ້ສະມາ ຊິກຊາວໜຸ່ມແຕ່ລະສະຫາຍ ມີຄຸນທາດການເມືອງໜັກແໜ້ນ ແລະ ເປັນກຳລັງແຮງຕົ້ນຕໍ ໃນການເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ຄະນະບໍລິຫານງານຍັງໄດ້ພ້ອມກັນລົງປັບປຸງການຈັດຕັ້ງຊາວໜຸ່ມດ້ວຍຫຼາຍຮູບແບບ ຫຼາຍວິທີການ ເປັນຕົ້ນແມ່ນການປັບປຸງຂັ້ນໜ່ວຍ, ຂັ້ນຈຸ ແລະ ຈັດຕັ້ງຮູບແບບດຳເນີນຊີວິດການເມືອງ ເພື່ອແນ່ໃສ່ເຮັດໃຫ້ແຕ່ລະໜ່ວຍໄດ້ມີການແຂ່ງຂັນກັນສ້າງຜົນງານ ແລະ ປັບປຸງແບບແຜນວິທີເຮັດວຽກ, ແບບແຜນສ້າງໜ່ວຍຊາວໝຸ່ມ 4 ບຸກ. ປະຈຸບັນຄະນະບໍລິຫານງານຊາວໜຸ່ມກອງພັນ 409 ມີ 5 ໜ່ວຍຊາວໜຸ່ມຂື້ນກັບ, ມີ 19 ຈຸ. ມີໜ່ວຍຊາວໜຸ່ມນໍາໜ້າ 4 ບຸກ 5 ໜ່ວຍ, ມີສະມາຊີກຊາວໜຸ່ມນຳໜ້າ 4 ບຸກ 100 ສະຫາຍ, ມີສະມາຊີກຊາວໜຸ່ມປະເພດແຂງ 141 ສະຫາຍ ມີສະມາຊີກຊາວໜຸ່ມປະເພດກາງ 19 ສະຫາຍ. ພ້ອມກັນນັ້ນຄະນະບໍລິຫານງານຍັງໄດ້ຍູ້ແຮງ ສຸມໃສ່ສ້າງແຫຼ່ງລາຍຮັບເຂົ້າຄັງລວມ ຈາກການປູກຝັງ-ລ້ຽງສັດ ໄດ້ທັງໝົດ 870.208.000 ກິບ ໃນນັ້ນໄດ້ຈາກການປູກຝັງ 193.068.000ກີບ, ໄດ້ຈາກການລ້ຽງສັດ 677.140.000 ກີບ, ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບທັງສອງພາກພ້ອມທັງຮັບຮອງເອົາທິດທາງແຜນການແຕ່ປີ 2021-2025 ແລະ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມຄາດໝາຍ. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງສະຫາຍ ພັັນໂທ ຈັກສຸກ ໄມຈັກແກ້ວ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຄະນະບໍລິຫານງານ ແລະ ສະມາຊິກຊາວໜຸ່ມຍາດມາໄດ້ໃນ 5 ປີທີ່ຜ່ານພ້ອມທັງຍົກໃຫ້ເຫັນສິດໜ້າທີ່ ແລະ ພາລະບົດບາດຂອງເລຂາຄະນະບໍລິຫານງານ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະບໍຫານງານຊຸດໃໝ່ ຈົ່ງສຶບຕໍ່ເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ ແລະ ຍູ້ແຮງຂະບວນການ 4 ບຸກຂອງຊາວໜຸ່ມວາງອອກໃຫ້ປະກົດຜົົນເປັນຈິງ ແລະ ເອົາໃຈໃສ່ຍົກສູງຕໍ່ໜ້າທີ່ພາລະບົດບາດ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ແລະ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ເປັນປືກແຜນແໜ້ນໜາ ແລະ ປະຊາທິປະໄຕ ຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆໃຫ້ແຂງແຮງບັນລຸໄດ້ຕາມລະດັບຄາດໝາຍທີ່ໄດ້ວາງໄວ້. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ