ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ ວສ-ປສ ການທະຫານ ປາຖະກະຖາມູນເຊື້ອວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ
ເວລາອອກຂ່າວ: 2018-11-13 22:40:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ໃນວັນທີ 8 ພະຈິກ 2018 ຜ່ານມານີ້, ກົມວິທະຍາສາດ- ປະຫວັດສາດການທະຫານ ໄດ້ ຈັດຕັ້ງປາຖະກະຖາມູນເຊື້ອວັນ ສ້າງຕັ້ງເມືອງວຽງໄຊຖານທີ່ ໝັ້ນຂອງການປະຕິວັດລາວ ຄົບ ຮອບ 50 ປີ (30/11/1968- 30/11/2018) ໂດຍການເຂົ້າ ຮ່ວມເປັນປະທານຂອງ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມ ວສ-ປສ ການທະຫານ, ມີ ຄະນະພັກ-ຄະນະບັນຊາ, ພະ ແນກການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບ ຟັງ. ໃນພິທີ ພັນເອກ ວິຊຽນ ສີສະ ອາດ ໄດ້ຍົກໃຫ້ເຫັນເຖິງປະຫວັດ ຄວາມເປັນມາ ແລະ ຄວາມໝາຍ ຄວາມສຳຄັນຂອງການສ້າງຕັ້ງ ເມືອງວຽງໄຊຖານທີ່ໝັ້ນຂອງ ການປະຕິວັດລາວ ໃນປີ 1946- 1956 ພັກເຮົາໄດ້ວາງແນວ ທາງຕໍ່ຕ້ານຂອງການປະຕິວັດ ລາວ "ຕໍ່ຕ້ານຍືດເຍື້ອຍາວນານ, ແບບປວງຊົນ ແລະ ຮອບດ້ານ" ປຸກລະດົມຂົນຂວາຍ, ນຳພາ ການກໍ່ສ້າງຖານທີ່ໝັ້ນຂອງ ການປະຕິວັດເດືອນເມສາ 1948 ສູນ ກາງພັກຄອມມູນິດອິນດູຈີນ ຕົກລົງສ້າງຕັ້ງກອງຕະລຸມບອນ ລາວເໜືອ ໂດຍປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາເຊິ່ງມີ ໜ້າທີ່ກໍ່ສ້າງຮາກຖານ, ຈັດຕັ້ງ ປະກອບອາວຸດກໍ່ສ້າງຖານທີ່ ໝັ້ນຢູ່ເຂດຕາເວັນອອກສ່ຽງ ເໜືອ, ຢູ່ທີ່ຖານທີ່ໝັ້ນລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ ສ້າງຕັ້ງກອງທັບປະຊາຊົນລາວ ອິດສະຫຼະຂຶ້ນຢ່າງເປັນທາງ ການໃນວັນທີ 20 ມັງກອນ 1949 ກຳລັງປະກອບອາວຸດ ປະຕິວັດລາວ ໄດ້ຮັບການກໍ່ສ້າງ ຂະຫຍາຍຕົວຢ່າງແຂງແຮງຍິ່ງ ຕີຍິ່ງໄດ້ຮັບໄຊຊະນະຢູ່ໃນສະ ໜາມຮົບ. ຕົ້ນປີ 1953 ກອງທະຫານ ລາວອິດສະຫຼະສົມທົບກັບກອງ ທະຫານອາສາສະໝັກຫວຽດ ນາມເປີດສາກບຸກໂຈມຕີພາກ ເໜືອລາວປົດປ່ອຍທັງແຂວງຫົວ ພັນ, ຜົ້ງສາລີ, ຊຽງຂວາງ ແລະ ເຄິ່ງໜຶ່ງຂອງແຂວງຫຼວງພະ ບາງ ໄຊຊະນະຂອງບັ້ນຮົບພາກ ເໜືອເປັນຂີດໝາຍແຫ່ງບາດ ກ້າວຂະຫຍາຍຕົວກະໂດດ ຂັ້ນຂອງບັນດາກຳລັງອາ ວຸດລາວ ເພື່ອນຳພາປະຊາຊົນ ດຳເນີນສົງຄາມປົດປ່ອຍຊາດ ເຊິ່ງມີຍອດສູງແມ່ນໄຊຊະນະ ດຽນບຽນຟູ ປະຫວັດສາດເຮັດ ໃຫ້ພວກລ່າເມືອງຂຶ້ນຝຣັ່ງຈຳ ເປັນຕ້ອງຍອມເຊັນສັນຍາເຊີ ແນວກ່ຽວກັບອິນດູຈີນເປັນໄຊ ຊະນະຂອງການຕໍ່ສູ້ຕ້ານພວກ ລ່າເມືອງຂຶ້ນຝຣັ່ງຢູ່ລາວເຮັດໃຫ້ ສະພາວະການຢູ່ລາວມີການ ປ່ຽນແປງ ເຊິ່ງເປັນທ່າດີໃຫ້ແກ່ ການປະຕິວັດລາວຢ່າງຈະແຈ້ງ, ສິ່ງດັ່ງກ່າວໄດ້ເຮັດໃຫ້ທ່າ ແລະ ກຳລັງແຮງຂອງການປະຕິວັດ ລາວເຕີບໃຫຍ່ຂະຫຍາຍຕົວ ກ້າວກະໂດດຂຶ້ນ, ເຂດເຕົ້າໂຮມ ສອງແຂວງໄດ້ເປັນບ່ອນຕັ້ງສຳ ນັກງານອົງການຂອງພັກ, ແນວ ໂຮມເພື່ອສືບຕໍ່ຊີ້ນຳ-ນຳພາການ ກໍ່ສ້າງກຳລັງປະຕິວັດໃນທຸກ ດ້ານ ໂດຍເສີມຂະຫຍາຍໄຊຊະ ນະອັນໃຫຍ່ຫຼວງ ແລະ ການຂະ ຫຍາຍຕົວຂອງການປະຕິວັດ ລາວ ແລະ ສືບຕໍ່ນຳພາພາລະກິດ ປະຕິວັດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ມາຮອດວັນທີ 30 ພະຈິກ 1968 ສູນກາງພັກຈຶ່ງໄດ້ຕົກລົງສ້າງ ຕັ້ງເມືອງວຽງໄຊເປັນຖານທີ່ ໝັ້ນຂອງການປະຕິວັດລາວຈົນ ຮອດປັດຈຸບັນນີ້. ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ລາວ ເຊິ່ງເປັນສູນກາງແຫ່ງ ການຊີ້ນຳ-ນຳພາຮອບດ້ານ ຂອງພັກໃນພາລະກິດປົດປ່ອຍ ຢ່າງມີໄຊ, ແມ່ນບ່ອນກຳເນີດ ຂອງປະຊາຊົນ ປະຕິວັດລາວ, ອົງການແນວລາວສ້າງຊາດ, ເປັນຖານທີ່ໝັ້ນຂອງການປະຕິ ວັດ, ເປັນບ່ອນສ້າງ ແລະ ຂະ ຫຍາຍກຳລັງປະກອບອາວຸດ, ກໍ່ ສ້າງ ແລະ ປົກປັກຮັກສາຖານທີ່ ໝັ້ນການປະຕິວັດ, ເມືອງວຽງໄຊ ແມ່ນຕົ້ນກຳເນີດຂອງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ເປັນສູນກາງຊີ້ນຳຂອງພັກ ຕໍ່ພາລະກິດຕໍ່ສູ້ກູ້ຊາດ ຕ້ານລັດທິ ລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປົດປ່ອຍປະເທດຊາດ ຢ່າງສົມບູນ ແລະ ພັກໄດ້ນຳພາ ສ້າງເມືອງວຽງໄຊເປັນລັດໜຶ່ງ, ເປັນແນວຫຼັງທີ່ແກ່ນໝັ້ນ ເພື່ອ ເຮັດສຳເລັດພາລະກິດປະຕິວັດ ຊາດ ປະຊາທິປະໄຕຂອງຊາດ ລາວເຮົາ, ທັງນີ້ ກໍເພື່ອແນໃສ່ ໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ ເຊື່ອມຊຶມມູນເຊື້ອຂອງວັນດັ່ງ ກ່າວເພື່ອເປັນບ່ອນອີງເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຕົວຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ