ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບປະກາດການຈັດຕັ້ງຂັ້ນນໍາພາບັນຊາ
ເວລາອອກຂ່າວ: 2021-10-26 12:41:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ໃນວັນທີ 21 ຕຸລາ 2021 ນີ້ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານເຮັດໜ້າທີ່ຂັ້ນນໍາພາບັນຊາຂື້ນ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການ ,ຄະນະຫ້ອງ , ຄະນະວິຊາຄູ, ກອງພັນ, ພະແນກການກ່ຽວຂ້ອງ ພ້ອມດ້ວຍຜູ້ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ເຂົ້າຮ່ວມ ສະຫາຍພັນໂທ ບຸນຊົມ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງພະນັກງານເຮັດໜ້າທີ່ຂັ້ນນໍາພາບັນຊາ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີII ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ເພື່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ ໃນນີ້ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄໍາຜົງ ພົມມະວົງສາ ເປັນຮອງຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ,ສະຫາຍ ພັນໂທ ພູວັນ ທິບພະວົງ ເປັນຫົວໜ້າພະແນກຈັດຕັ້ງພັກ,ພັນຕີ ຄໍາຫຼ້າ ວິລະພົນ ເປັນຫົວໜ້າພະແນກພະນັກງານ, ພັນຕີ ຄໍາສຸກ ສິງມາລາ ເປັນຮອງພະແນກກໍ່ສ້າງຮາກຖານ,ຮ້ອຍເອກ ລາພອນ ເລືອງສົມພອນ ເປັນຮອງພະແນກກໍາລັງພົນ,ພັນໂທວົງຄໍາ ບ່າວໝື່ນບົວ ເປັນຫົວໜ້າພະແນກຄູກໍ່ສ້າງຮາກຖານ,ພັນໂທ ດວງຕາ ວົງວິຈັນ ເປັນຫົວໜ້າພະແນກຄູປ້ອງກັນອາກາດ, ພັນຕີ ສີພອນ ພົມມີໄຊ ເປັນຫົວໜ້າພະແນກຄູເຕັກນິກ,ພັນຕີ ນິດ ອິນທະວົງ ເປັນຫົວໜ້າພະແນກຄູຍຸດທະວິທີ, ພັນຕີ ພອນໄຊ ລັດຕະນະວົງ ເປັນຮອງພະແນກຄູລັດທິສັງຄົມ-ວິທະຍາສາດ, ພັນຕີ ໝອນແກ້ວ ພັນທະວົງ ເປັນຮອງພະແນກຄູປ້ອງກັນອາກາດ,ຮ້ອຍເອກ ສິດາ ຈຸລະພົນ ເປັນຮອງພະແນກຄູກໍ່ສ້າງຮາກຖານ,ຮ້ອຍເອກ ຄອນສະຫວັນ ພິມມະເສນ ເປັນຮອງພະແນກຄູສືບຂ່າວ,ຮ້ອຍເອກ ມານິດ ແສນສຸພັນ ເປັນຮອງພະແນກຄູຊ່າງແສງ, ຮ້ອຍເອກ ໄພບູນ ສັກດາ ເປັນຮອງພະແນກຄູ ຍຸດທະວິທີ,ຮ້ອຍເອກ ໃຈເພັດ ໄຊຍະສິດ ເປັນຮອງພະແນກຄູບັນຊາເສນາ ແລະ ຮ້ອຍເອກ ແສງອາທິດ ແກ້ວດວງດີ ເປັນຮອງພະແນກຄູພາສາອັງກິດ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໜືອ ໄດ້ມີຄໍາເຫັນໂອ້ລົມ ເນັ້ນໜັກຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂື້ນຕື່ມອີກບາດກ້າວໜຶ່ງ, ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ,ມີຄຸນສົມບັດສິນທໍາປະຕິວັດ ມີແບບແຜນວິທີເຮັດວຽກບົນພື້ນຖານຫຼັກການແທດເໝາະກັບວິທະຍາສາດ ຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງໃນໄລຍະໃໝ່ ພ້ອມກັນພັດທະນາກົມກອງໃຫ້ກ້າວໜ້າຂຶ້ນເລື່ອຍໆ ໂດຍ ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ