ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມພົວພັນຕ່າງປະເທດ ຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດອົດສະຕຣາລີ
ເວລາອອກຂ່າວ: 2021-10-26 10:04:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ວັນທີ 26 ຕຸລາ 2021ນີ້,ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພັນໂທ ນາງ ລໍເຣັນ ແມັກຮາດີ ທີ່ປຶກສາທູດຝ່າຍປ້ອງກັນຊາດ ອົດສະຕຣາລີ ຄົນໃໝ່ ປະຈຳ ສປປ ລາວ. ໂອກາດດັ່ງກ່າວນີ້ ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ສະແດງຄວາມຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດ ອົດສະຕຣາລີ ຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ທ່ານ ພັນໂທ ນາງ ລໍເຣັນ ແມັກຮາດີ ທີ່ໄດ້ມາ ປະຈຳການຢູ່ ສປປ ລາວ ໃນຄັ້ງນີ້ ເປັນການສຶບຕໍ່ດ້ານການພົວພັນຊ່ວຍເຫຼື່ອດ້ານຕ່າງໆລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ-ອົດສະຕຣາລີ ທີ່ໄດ້ມີການພົວພັນອັນດີງາມຮ່ວມກັນມາແຕ່ດົນນານ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ,ບໍ່ວ່າຈະເປັນການຮ່ວມມືດ້ານວຽກງານກໍ່ສ້າງຍົກລະດັບຄວາມຮູ້ຂອງພະນັກງານພາສາອັງກິດແກ່ກອງທັບປະຊາຊົນລາວໃນໄລຍະຜ່ານມາແມ່ນເຫັນວ່າມີທ່າກ້າວຂະຫຍາຍຕົວດີປະກອບສ່ວນສໍາຄັນເຂົ້າໃນເວທີພາກພື້ນແລະສາກົນ,ພ້ອມນັ້ນຍັງໄດ້ສະເໜີໃຫ້ທາງລັດຖະບານອົດສະຕາລີກໍ່ຄືກະຊວງປ້ອງກັັນປະເທດໃຫ້ການສຶບຕໍ່ຍົກລະດັບຄວາມຮູ້ຄວາມສາມາດກໍ່ສ້າງພະນັກງານຂະແໜງການພາສາອັງກິດແກ່ ສປປ ລາວ ກໍ່ຄືກອງທັບ ບໍ່ວ່າຈະເປັນການຮຽນ,ການສອນແລະຂະແໜງການອື່ນໆ,ເຊີ່ງປັດຈຸບັນຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າການລະບາດຂອງພະຍາດໂຄວິດ-19 ຍັງເພີ່ມຂຶ້ນ,ດັ່ງນັ້ນທັງສອງຝ່າຍພວກເຮົາຈະມີແຜນການຈັດຕັ້ງການຮຽນການສອນແບບອອນລາຍແລະແບບອື່ນໆທີ່ທັງສອງຝ່າຍເຫັນດີຮ່ວມກັນໃນອານາຄົດຕື່ມອີກ. ໃນໂອກາດດຽວກັນ, ທ່ານທີ່ປຶກສາທູດຝ່າຍປ້ອງກັນຊາດ ອົດສະຕຣາລີ ກໍໄດ້ສະແດງຄວາມຂອບໃຈຕໍ່ ຫົວໜ້າກົມພົວພັນຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າ ຈະສຸມທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີຕໍ່ກັນແລະສຶບຕໍ່ກໍ່ສ້າງນາຍທະຫານຂະແໜງພາສາອັງກິດແກ່ກອງທັບປະຊາຊົນລາວໃຫ້ໄດ້ຮັບການພັດທະນາດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ