ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກຢູ່ກອງພັນໃຫຍ່ 497
ເວລາອອກຂ່າວ: 2021-10-23 13:39:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 574 | ຄວາມນິຍົມ:



ໃນວັນທີ​ 21​ ຕຸລາ​ 2021​ນີ້,​ ສະຫາຍ​ ພົນຕີ ປະສິດ​ ທ່ຽງທຳ​ ຫົວ​ໜ້າ​ກົມໃຫຍ່ເຕັກນິກກອງທັບ  ພ້ອມຄະນະ ໄດ້ລົງເຄື່ອນໄຫວເຂົ້າຮ່ວມກອງປະຊຸມກວດກາ ພາຫະນະເຕັກນິກ​ອາວຸດ-ຍຸດໂທປະກອນຢູ່ກອງພັນໃຫຍ່ 497​ ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ​ ຄຳ​ສຸກ​ ໄຊມວນສິນ​ ຫົວໜ​້າການທະຫານ​ກອງພັນໃຫຍ່​497​ ມີບັນດາສະຫາຍ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງ ແລະ​ ພະນັກງານ​ວິຊາ​ສະເພາະ​ ວິຊາການເຂົ້າຮ່ວມ.     ສະຫາຍ​ ພັນໂທ​ ບົວລີ ກໍອຸເທນ ຫົວໜ້າ​ພະແນກເຕັກນິກ ໄດ້ຂື້ນລາຍງານບົດສະຫຼຸບການກວດກາ ອາວຸດ-ຍຸດໂທປະກອນ​ ທົ່ວກອງພັນໃຫຍ່ 497​ ໂດຍຫຍໍ້,​  ພ້ອມທັງຍົກໃຫ້ເຫັນວຽກງານຄຸ້ມຄອງພາຫະນະເຕັກນິກ, ການກວດກາ,​ການມ້ຽນມັດ,​ບົວລະບັດຜັດເຊັດ, ການສ້ອມແປ້ງ ແລະ​ ການປົກປັກຮັກສາບັນດາອາວຸດ-ກະສູນ ເພື່ອໃຫ້ມີຄວາມຮັບປະກັນຢູ່ໃນທ່າກຽມພ້ອມສູ້ຮົບໄດ້ຕະຫຼອດເວລາ.     ພ້ອມນີ້,​ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄຳເຫັນຢ່າງສ້າງສັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ຕາມທິດນຳຂອງກະຊ​ວງປ້ອງກັນປ​ະເທດ ກໍ່ຄືວຽກງານຮັບປະກັນພາຫະເຕັກນິກອາວຸດ -​ ຍຸດໂທປະກອນ​ ຢູ່ກອງພັນໃຫຍ່​ 497​ ເພື່ອພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂື້ນກວ່າເກົ່າ.     ຈາກນັ້ນ,​ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະກໍ່ໄດ້ລົງກວດກາເບິິ່ງຕົວຈິງ ກ່ຽວກັບພາຫະນະເຕັກນິກ ອາວຸດ-ຍຸດໂທປະກອນ​ ຢູ່​ບັນດາກອງພັນນ້ອຍ ກອງພັນໃຫຍ່​ 497​ ຕື່ມອີກ.      ໂອກາດນີ້,​ ສະຫາຍ​ ພົນຕີ​ ປະສິດ​ ທ່ຽງທຳ​ ຍັງໄດ້ສະເໜີຈຸດປະສົງໃນການລົງເຄື່ອນໄຫວກວດກາພາຫະນະເຕັກນິກ ອາວຸດ​-ຍຸດໂທປະກອນ​ໃນຄັ້ງນີ້,​ ແມ່ນເພື່ອເປັນການຍົກສູງຄວາມຮູ້-ຄວາມສາມາດ​ ໃຫ້ແກ່ພະນັກງານ ວິຊາສະເພາະ​ເຕັກນິກ​ ຢູ່ກອງພັນໃຫຍ່​ 497​ ໃຫ້ໄດ້ກຳແໜ້ນຫຼັກການພື້ນຖານເຕັກນິກ, ການວັດແທກ ແລະ​ ການນຳໃຊ້ໃຫ້ໄດ້ມາດຕະຖານ, ມີຄຸນນະພາບ​ ແລະ​ ພ້ອມກັນປົກປັກຮັກສາ,​ຈັດມ້ຽນໃຫ້ຖືກຕ້ອງຕາມຫຼັກການ, ສາມາດຕອບສະໜອງເຂົ້າໃນການຝຶກແອບຮໍ່າຮຽນ, ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ່ວ ແລະ​ ຮັບປະກັນນຳໃຊ້ກຽມພ້ອມສູ້ຮົບໃນທຸກກໍ່ລະນີ ຕາມ​ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນສະເພາະໜ້າ ແລະ​ ຍາວນານ. ພາບ-ຂ່າວ: ເປີ້ນ​ ແສງຄຳມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ