ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍທີ 1 ກອງພັນ 22 ເປີດກອງປະຊຸມໃຫຍ່ ຄັ້ງທີ I
ເວລາອອກຂ່າວ: 2021-10-22 15:47:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 587 | ຄວາມນິຍົມ:



ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ກອງຮ້ອຍທີ 1 ຂື້ນກັບຄະນະພັກຮາກຖານກອງພັນ 22 ໃນກອງພັນໃຫຍ່ 202 ກອງພົນທີ 2, ໄດ້ຈັດຂື້ນໃນວັນທີ 19 ຕຸລາ 2021 ນີ້, ຢູ່ທີ່ສະໂມສອນຂອງກອງຮ້ອຍດັ່ງກ່າວ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ສົມເພັດ ວໍລະວົງ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 202 ມີແຂກຖືກເຊີນຈາກກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍເຂົ້າຮ່ວມ. ພັນຕີ ບົວສອນ ແກ້ວອຳພາ ເລຂາໜ່ວຍພັກ ຫົວໜ້າການເມືອງ ກອງຮ້ອຍທີ 1 ກອງພັນ 22 ໄດ້ຂື້ນຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາຄືນຜົນງານການເຄື່ອນໄຫວຊີ້ນຳ - ນຳພາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ດ້ວຍຜົນສຳເລັດຫຼາຍດ້ານ, ເຊິ່ງຄະນະພັກໄດ້ຖືສຳຄັນວຽກງານສືກສາອົບຮົມການເມືອງນຳພາແນວຄິດເປັນກົກ ເຮັດໃຫ້ພະນັກງານສະມາຊິກພັກມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ເອົາໃຈໃສ່ເຊື່ອມຊືມກຳແໜ້ນຕາມ 5 ຫຼັກການ 3 ທິດນຳຂອງພັກວາງອອກ, ຮູ້ໝູນໃຊ້ຢ່າງພາວະວິໄສປະດິດສ້າງເຂົ້າໃນຂົງເຂດວຽກງານຕ່າງໆປີ່ນອ້ອມໜ້າທີ່ການເມືອງຂອງກົມກອງ ຕິດພັນກັບການສ້າງກອງ 3 ປອດຄື : ປອດໃສ, ປອດໄພ ແລະ ປອດຄະດີ, ກໍ່ສ້າງກອງແຂງ - ໜ່ວຍພັກຮູ້ນຳພາຮອບດ້ານ. ໃນນີ້ວຽກງານແກ້ໄຂຊີວິດການເປັນຢູ່ແມ່ນໄດ້ຊີ້ນຳການປູກຝັງ - ລ້ຽງສັດຕາມທິດຊີ້ນຳຂອງກົມໃຫຍ່ພະລາທິການກອງທັບວາງອອກ ອິງໃສ່ທ່າແຮງກຳລັງບົ່ມຊ້ອນພາຍໃນກົມກອງສ້າງພະລາທິການກັບທີ່ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊິ່ງໄດ້ປູກຕົ້ນໄມ້ໃຫ້ໝາກ 125 ຕົ້ນ, ປູກພຶດຜັກຕ່າງໆ ສາມາດເກັບກູ້ໄດ້ 4500 ກິໂລ, ລ້ຽງງົວ 4 ໂຕ, ລ້ຽງໝູ 8 ໂຕ, ລ້ຽງສັດປີກ 450 ໂຕ, ມີໜອງປາ 2 ໜອງ ປ່ອຍປາ 1500 ໂຕ ແລະ ການຫາລາຍໄດ້ບໍລິການອື່ນໆສາມາດສ້າງລາຍຮັບເຂົ້າຄັງລວມໄດ້ 20 ລ້ານກວ່າກີບ, ພ້ອມນັ້ນຍັງສຸມໃສ່ວຽກງານການປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ, ທີ່ຢູ່ອາໄສໃຫ້ມີຄວາມເປັນລະບຽບຮຽບຮ້ອຍໃຫ້ສະອາດຈົບງາມຕື່ມອີກ.ໃນກອງປະຊຸມສະມາຊິກພັກຍັງໄດ້ຄົ້ນຄວ້າປະກອບຄຳຄິດເຫັນໃສ່ບົດລາຍງານການເມື່ອງ ແລະ ທິດທາງແຜນການຢ່າງກົງໄປ - ກົງມາເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ ເພື່ອພ້ອມກັນສືບຕໍ່ປັບປຸງແກ້ໄຂ, ຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ. ຈາກຜົນງານດັ່ງກ່າວໄດ້ເຮັດໃຫ້ທົ່ວໜ່ວຍພັກກອງຮ້ອຍທີ 1 ກອງພັນ 22 ສາມາດຕີລາຄາ ແລະ ຮັບຮອງເອົາໄດ້ສະມາຊິກພັກແຂງກວມເອົາ 87,05%, ກາງ 12,05%. ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການສູ້ຊົນໃນຕໍ່ໜ້າ ແລະ ໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມຄາດໝາຍໄວ້. ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ພັນເອກ ສົມເພັດ ວໍລະວົງ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ສະມາຊິກພັກແຕ່ລະສະຫາຍເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງຄວາມຮັບຜິດຊອບຂອງຕົນ, ສືບຕໍ່ສຶກສາອົບຮົມການເມືອງ - ນຳພາແນວຄິດເປັນກົກເພື່ອໃຫ້ພະນັກງານສະມາຊິກພັກ-ນັກຮົບເຊື່ອມຊືມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ຕິດພັນກັບໜ້າທີ່ການເມືອງຂອງກົມກອງໃນໄລຍະໃໝ່, ສຶບຕໍ່ກໍ່ສ້າງພັກທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ ເພື່ອຍົກສູງຄຸນທາດການເມືອງ, ຄວາມຮູ້ຄວາມສາມາດຂອງສະມາຊິກພັກ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກໂດຍປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງບັນດາສະມາຊັກພັກ, ເປັນແກນນຳທີ່ແທ້ຈີງ ແລະ ນຳພາກົມກອງກ້າວຂື້ນຢ່າງບໍ່ຢຸດຢັ້ງ. ໂດຍ : ຮຕ ຄຳຊາຍ ກວ່າງຄຸນສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ