ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກຸ່ມ G20 ກຽມຈັດກອງປະຊຸມແກ້ໄຂບັນຫາໂລກຮ້ອນ ແລະໂຄວິດ-19ແຜ່ລະບາດ
ເວລາອອກຂ່າວ: 2021-10-21 15:43:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ສໍານັກຂ່າວກຽວໂດລາຍງານໃນວັນທີ 21 ຕຸລາ ນີ້, ທ່ານ ມາຣິໂອ ດຣາກີ ນາຍົກລັດຖະມົນຕີອີຕາລີເປີດເຜີຍວ່າ: ການປະຊຸມສຸດຍອດຂອງກຸ່ມ G20 ທີ່ຈະຈັດຂຶ້ນທີ່ນະຄອນຫຼວງໂຣມພາຍໃນທ້າຍເດືອນນີ້ ເຊິ່ງຈະເນັ້ນໜັກໃນເລື່ອງການຮັບມືກັບບັນຫາການປ່ຽນແປງຂອງສະພາບອາກາດ, ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ລວມໄປເຖິງມາດຕະການທີ່ຈໍາເປັນໃນການຟື້ນຟູເສດຖະກິດຫຼັງຈາກການລະບາດຂອງເຊື້ອພະຍາດຫຼຸດຜ່ອນລົງ. ທ່ານ ນາຍົກລັດຖະມົນຕີອີຕາລີ ກ່າວໃນທີ່ປະຊຸມສາພາໃນປະເທດວ່າ: ຖ້າຫາກປັດສະຈາກການມີສ່ວນຮ່ວມຂອງປະເທດເສດຖະກິດຂະໜາດໃຫຍ່ ພວກເຮົາຈະບໍ່ສາມາດດໍາເນີນການໄດ້ຕາມຂໍ້ຕົກລົງປາຣີ ແລະ ບໍ່ອາດຈະສະກັດກັ້ນບັນຫາພາວະໂລກຮ້ອນໄດ້. ທັງນີ້, ການປະຊຸມສຸດຍອດກຸ່ມປະເທດ G20 ທີ່ນະຄອນຫຼວງໂຣມນັ້ນຈະມີຫຼາຍພາກສ່ວນຕິດຕາມເປັນພິເສດໂດຍສະເພາະປະເທດສາມາຊິກຂອງກຸ່ມທີີ່ມີບົດບາດສໍາຄັນທີ່ສຸດໃນເວທີໂລກ ກ່ອນທີ່ຈະມີການເປີດການປະຊຸມຂອງສະຫະປະຊາວ່າດ້ວຍການປ່ຽນແປງຂອງສະພາບອາກາດຄັ້ງທີ 26 (COP26).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ