ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍີ່ປຸ່ນ ເລີ່ມດໍາເນີນການຫາສຽງເລືອກຕັ້ງທົ່ວປະເທດ
ເວລາອອກຂ່າວ: 2021-10-21 15:27:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ສໍານັກຂ່າວກຽວໂດລາຍງານໃນວັນທີ 21 ຕຸລາ ນີ້ວ່າ: ຍີ່ປຸ່ນເລີ່ມຈັດຕັ້ງປະຕິບັດການຫາສຽງເລືອກຕັ້ງຢ່າງເປັນທາງການແລ້ວຕັ້ງແຕ່ວັນທີ 19 ຕຸລາ ເປັນຕົ້ນມາ ສໍາລັບການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນວັນທີ 31 ຕຸລາ ທີ່ຈະມາເຖິງນີ້, ຂະນະທີ່ຜົນການຢັ່ງສຽງພົບວ່າ ພັກຂອງລັດຖະບານມີຄະແນນນິຍົມຫຼຸດລົງ. ການເລືອກຕັ້ງດັ່ງກ່າວເປັນການເລືອກຕັ້ງສະມາຊິກສະພາຜູ້ແທນປະຊາຊົນຄັ້ງທີ 49 ເພື່ອເລືອກເອົາສະມາຊິກທັງໝົດ 465 ຄົນ. ດ້ານທ່ານ ຟູມີໂອະ ຄີຊີດະ ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນມີແຜນຈະລົງຫາສຽງທີ່ແຂວງຟູກຸຊີມະ ຕາມທໍານຽມຂອງພັກເສລີປະຊາທິປະໄຕ ຫຼື ແອລດີພີ ທີ່ເລີ່ມຫາສຽງມາຈາກແຂວງນີ້ຫຼັງຈາກແຂວງດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງໜັກຈາກເຫດແຜ່ນດິນໄຫວ ແລະ ເກີດສຶນາມິຄັ້ງໃຫຍ່ໃນປີ 2011. ສ່ວນທ່ານ ຢູກິໂອະ ເອດາໂນະ ຫົວໜ້າພັກປະຊາທິປະໄຕແຫ່ງລັດຖະທໍາມະນູນຂອງຍີ່ປຸ່ນ ຫຼື ພັກຊີດີພີ ເຊິ່ງເປັນພັກຝ່າຍຊ້າຍຫຼັກ ແລະ ເປັນພັກໃຫຍ່ອັນດັບສອງໃນສະພາຮອງຈາກພັກຂອງລັດຖະບານ ເຊິ່ງມີແຜນຈະລົງຫາສຽງທີ່ແຂວງຊິມາເນະ ໂດຍທັງສອງພັກໃຫຍ່ຈະເນັ້ນໜັກຫາສຽງໃນສອງບັນຫາຄື: ນະໂຍບາຍດ້ານການຟື້ນຟູເສດຖະກິດ ແລະ ການຮັບມືກັບແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ