ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖານີສົ່ງສັນຍານ 5G ຂອງຈີນມີເຖິງ 1 ລ້ານກວ່າແຫ່ງ
ເວລາອອກຂ່າວ: 2021-10-21 15:23:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 21 ຕຸລາ ນີ້, ກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນ ໄດ້ເປີດເຜີຍຂໍ້ມູນໃຫ້ເຫັນວ່າ: ໃນ 3 ໄຕມາດທຳອິດຂອງປີນີ້, ອຸດສາຫະກຳ ແລະ ຂໍ້ມູນຂ່າວສານຂອງຈີນ ໄດ້ພັດທະນາຢ່າງໜັກແໜ້ນໂດຍລວມ, ຄວາມສາມາດດ້ານການຮັບປະກັນຂອງຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການປ່ຽນແປງຮູບແບບການພັດທະນາ ແລະ ການຍົກລະດັບ ໄດ້ກ້າວສູ່ລວງເລິກ, ທັງໄດ້ມີພະລັງຊີວິດດ້ານການປະດິດສ້າງໃໝ່ຢ່າງຕໍ່ເນື່ອງ, ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ກັບການບັນລຸເປົ້າໝາຍໃນໝົດປີນີ້. ໃນ 3 ໄຕມາດຂອງປີນີ້, ເສດຖະກິດອຸດສາຫະກຳຂອງຈີນ ສາມາດຟື້ນຟູູຄືນໄດ້ຢ່າງໜັກແໜ້ນ, ຕົວເລກຊີ້ວັດຕົ້ນຕໍ ແມ່ນຢູ່ໃນຂອບເຂດທີ່ສົມເຫດສົມຜົນ, ບົດບາດທີ່ເປັນພື້ນຖານ ແລະ ນຳໜ້າຂອງອຸດສາຫະກຳຂໍ້ມູນຂ່າວສານ ແລະ ໂທລະຄົມ ໄດ້ປາກົດໃຫ້ເຫັນຢ່າງພົ້ນເດັ່ນກວ່າເກົ່າ. ທ່ານ ໂລຈວີ້ນເຈ ໂຄສົກກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນ ໄດ້ກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໃນມື້ດຽວກັນວ່າ: ປັດຈຸບັນ, ສະຖານີສົ່ງສັນຍານ 5G ມີເຖິງ 115,9 ໝື່ນແຫ່ງ, ເຄື່ອງຮັບປາຍທາງທີ່ເຊື່ອມຕໍ່ກັບ 5G ໄດ້ບັນລຸເຖິງ 450 ລ້ານເລກໝາຍ, ເຄືອຂ່າຍສາຍກາບໃຍແສງ 1000 M ມີຄວາມສາມາດປົກຫຸ້ມຫຼາຍກວ່າ 200 ລ້ານຄອບຄົວ, ໃນທົ່ວປະເທດ ກຳລັງສ້າງໂຄງການ “5G+ອິນເຕີເນັດອຸດສາຫະກຳ” ຫຼາຍກວ່າ 1.800 ໂຄງການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ