ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລົງມາສັກວັກຊີນປ້ອງກັນໂຄວິດ-19 ຢູ່ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2021-10-21 11:36:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 358 | ຄວາມນິຍົມ:



ວັນທີ 20 ຕຸລາ 2021 ນີ້, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ລົງມາສັກວັກຊີນປ້ອງກັນໂຄວິດ-19 ຢູ່ທີ່ສະໂມສອນຂອງວິທະຍາຄານ ເຊິ່ງນໍາໂດຍ ສະຫາຍ ຮ້ອຍເອກ ມະໄລວັນ ເລົ່າ ຫົວໜ້າຂະແໜງຄົ້ນຄ້ວາ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີສະຫາຍ ພັນໂທ ນາງ ຫຼ້າວັນ ວັນບຸນເຮືອງ ຮອງພະແນກເສນາຮັກ ວິທະຍາຄານກົມມະດຳ ພ້ອມດ້ວຍພະນັກງານແພດໝໍ, ນາຍ ແລະ ພົນທະຫານ ຕະຫຼອດຮອດພໍ່-ແມ ່ປະຊາຊົນອ້ອມຂ້າງ ວິທະຍາຄານເຂົ້າຮ່ວມ. ວັກຊິນທີ່ນຳມາສັກໃນຄັ້ງນີ້, ປະກອບມີ ແອັດສຕຮາເຊນີກາ, ຊີໂນຟາມ, ຈອນສັນແອນຈອນສັນ ລວມທັງໝົດ ຈໍານວນ 136 ໂດສ. ທັງນີ້, ກໍເພື່ອສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານການລະບາດພະຍາດໂຄວິດ-19 ແລະ ເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກ້ວາງຂວາງ ແລະ ເລິກເຊິ່ງດ້ວຍຫຼາຍຮູບແບບເພື່ອເຮັດໃຫ້ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາພາຍໃນ ວິທະຍາຄານ ກົມມະດຳ ຍົກສູງສະຕິລະວັງຕົວເຫັນໄດ້ໄພອັນຕະລາຍຂອງພະຍາດດັ່ງກ່າວ ທີ່ມີການກາຍພັນ (ຊະນິດສາຍພັນເດສຕາ ແລະ ອານຟາ ) ເຊິ່ງເປັນສາຍພັນທີ່ມີການແຜ່ເຊື້ອໄດ້ໄວກວ່າສາຍພັນເດີມ ແລະ ມີຄວາມຮຸ່ນແຮງຂື້ນກວ່າເກົ່າ. ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ