ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກວດກາກອງວັດທະນະທໍາ-ນັກຮົບວັດທະນາທໍາທົ່ວກົມໃຫຍ່ເສນາທິການ ປະຈໍາປີ 2021
ເວລາອອກຂ່າວ: 2021-10-21 11:33:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ:



ໃນລະຫວ່າງວັນທີ 18 - 20 ຕຸລາ 2021 ນີ້, ອະນຸກໍາມະການກໍ່ສ້າງກອງວັດທະນະທໍາ-ນັກຮົບວັດທະນາທໍາ ກົມໃຫຍ່ເສນາທິການກອງທັບໄດ້ຈັດກອງປະຊຸມສະຫຼຸບກວດກາຕີລາຄາຄືນຜົນໄດ້ຮັບໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວ ປະຈໍາປີ 2021 ໂດຍການເປັນ ປະທານ ຂອງ ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະອະນຸກຳມະການ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ຂຶ້ນລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດ ແລະ ທິດທາງເປົ້່າໝາຍທີ່ຈະສຸມໃສ່ໃນປີຕໍ່ໜ້າ ກ່ຽວກັບການສ້າງກົມກອງ-ນັກຮົບວັດທະນະທໍາ ຕາມ 5 ມາດຖານທີ່ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບວາງອອກ ກໍຄືການຊີ້ນໍາຂອງ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບກໍານົດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນການປັບປຸງກໍ່ສ້າງກົມກອງ ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈ ເຊື່ອມຊຶມກໍາແໜ້ນມະຕິຂອງພັກ ມີສະຕິຕໍ່ການຈັັດຕັ້ງ ປະຕິບັດກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ ມີແບບແຜນດໍາລົງຊີວິດທີ່ປອດໃສ, ນໍາເອົາຄຸນຄ່າວັດທະນະທໍາອັນດີງາມລົງສູ່ຮາກຖານກົມກອງ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບໃຫ້ນັບມືນັບດີຂຶ້ນ ເຊິ່ງມີຫຼາຍກົມກອງໄດ້ຮັບນາມມະຍົດ ເປັນກອງປອດໃສ ປອດໄພ ປອດຄະດີ ,ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຫຼາຍສະໄໝຕິດຕໍ່ກັນ ພ້ອມທັງໄດ້ສຸມໃສ່ການສ້າງພື້ນຖານປັບປຸງກົມກອງ-ຄ້າຍຄູ ໃຫ້ແໜ້ນໜາຖາວອນຕາມແບວັດທະນາທໍາຂຶ້ນເປັນກ້າວໆ ບໍ່ວ່າຈະເປັນການຈັດສັນປະດັບປະດາສໍານັກງານຫ້ອງການ, ຫ້ອງປະຊຸມ, ສະໂມສອນ, ເຮືອນນອນ,ເຮືອນຄົວ, ເຮືອນກິນເຂົ້າ ເສັ້ນທາງເຂົ້າ-ອອກຄ້າຍ ແລະ ຂອບເຂດທີ່ຕັ້ງກົມກອງໃຫ້ສະອາດຂຽວງາມ, ສົດໃສຮົ່ມເຢັນເປັນຮູບປະທໍາ. ພ້ອມດຽວກັນນັ້ນ ສະຫາຍຫົວໜ້າອະນຸກໍາມະການກວດກາກອງວັດທະນາທໍາ-ນັກຮົບວັດທະນາທໍາກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດເປັນກົກ, ສືບຕໍ່ ປັບປຸງແບບແຜນວິທີເຮັດວຽກ ສ້າງໃຫ້ໄດ້ຕາມມາດຖານເງື່ອນໄຂໃນການ ປັບປຸງກໍ່ສ້າງກົມກອງໃຫ້ມີອັນຫັນປ່ຽນຢ່າງຕັ້ງໜ້າ, ຮູ້ຈັກໝູນໃຊ້ເງື່ອນທ່າແຮງບົ່ມຊ້ອນພາຍໃນກົມກອງສ້າງເປັນທີ່ຢູ່ອາໃສໃຫ້ຈົບງາມ,ສ້າງກົມກອງໃຫ້ເກີດມີສິ່ງໃໝ່ໆດຶງດູດຈິດໃຈພະນັກງານ-ນັກຮົບໃຫ້ຮັກຄ້າຍຄູ່ຄືເຮືອນເຮົາຢູ່ຮັກໝູ່ຄູ່ເໝື່ອນກັບເພື່ອນຮ່ວມອຸທອນດ່ຽວກັນ. ໂດຍ: ເກດຕະວັນ ໄຊຍະສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ