ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງອຸດົມໄຊ ເປີດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III
ເວລາອອກຂ່າວ: 2021-10-21 10:37:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 325 | ຄວາມນິຍົມ:



ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນການປະຈໍາໄຕມາດ IV ປະຈຳປີ 2021 ຂອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂື້ນໃນວັນທີ 19 ຕຸລາ 2021 ນີ້ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ຫົວໜ້າການເມືອງກອງບັນຊາການທະຫານແຂວງ,ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງຮາກຖານເຂົ້າຮ່ວມ. ເຊີ່ງຄະນະພັກ-ຄະນະບັນຊາໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງ,ສິດພາລະບົດບາດ,ໜ້າທີ່ຂອບເຂດກົມກອງຄວາມຮັບຜິດຊອບໃນໄລຍະຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ,ກໍ່ຄືຄະນະພັກແຂວງແລະກອງບັນຊາການກໍານົດມາເປັນແຜນວຽກອັນລະອຽດ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ມີຜົນສຳເລັດເປັນກ້າວໆມາ, ໃນການເປັນເຈົ້າການຕິດຕາມກຳແໜ້ນສະພາບການຂອບເຂດຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ບັນດາເປົ້າໝາຍທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ແລະປະກົດການຫຍໍ້ທໍ້ທີເກີດຂື້ນເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ຄ້າຂາຍເຖື່ອນ,ແລະບັນຫາອື່ນໆ,ນອກນັ້ນຍັງບໍ່ປະຕິບັດຕາມມະຕິຄຳສັ່ງຂອງການຕອບຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ພວມລະບາດໃນປັດຈຸບັນ,ທັງໝົດນີ້ກໍ່ເພື່ອເປັນການກວດກາຄືນແບບແຜນການນໍາພາ-ຊີ້ນໍາແລະວິທີເຮັດວຽກໃນໄລຍະຜ່ານມາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພື່ອພ້ອມກັນສະກັດກັ້ນແກ້ໄຂ,ໂດຍຖືເອົາບັນຫາການແກ້ໄຂໂຄວິດ-19 ເປັນໜ້າທີ່ຕົ້ນຕໍແລະສໍາຄັນ ໄປຄວບຄູ່ກັບໜ້າທີ່ການເມືອງແຕ່ລະຮາກຖານກົມກອງ,ຍົກສູງວຽກງານສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບເປັນເຈົ້າຮູ້ປ້ອງກັນຕົນເອງແລະກົມກອງໃຫ້ປອດໃສ,ເພີ່ມທະວິວຽກງານອົບຮົມຫັດແອບການເມືອງ,ການທະຫານ,ພະລາທິການ-ເຕັກນິກເປັນໜ້າທີ່ໃຈການຂອງກົມກອງ.ກະຕຸກຊຸກຍູ້ພະນັກງານ-ນັກຮົບສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ປະຕິບັດຕາມທິດນໍາເພິ່ງຕົນເອງ,ກຸ້ມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂອກາດນີ້ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດເປັນກົກ,ຍົກສູງວຽກງານອົບຮົມຫັດແອບເປັນສໍາຄັນ,ເພິ່ມທະວິຄວາມສາມັກຄີພາຍໃນເປັນປຶກແຜນ,ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ,ນອກນັ້ນກໍ່ຕ້ອງຕິດຕາມສະພາບດີນຟ້າອາກາດຖ້າຫາກເກີດກໍລະນີໄພພິບັດທາງທໍາມະຊາດກໍ່ສາມາດຊ່ວຍເຫຼືອປະຊາຊົນໄດ້ທັນເວລາ,ຊຸກຍູ້ຂະແໜງເສນາຮັກເປັນເຈົ້າການຕິດຕາມການແຜ່ລະບາດຂອງພະຍາດໂຄວິດ19,ໃນການກວດກາວັດແທດອຸຫະພູມພະນັກງານ-ນັກຮົບເປັນປົກກະຕິແລະໜ່ວຍແພດເຄື່ອນທີ່ລົງປະສານສົມທົບກັບສາທາລະນາສຸກແຂວງ,ເມືອງ,ກຸ່ມບ້ານຮາກຖານໃຫ້ເຂັ້ມງວດ,ພ້ອມນັ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນກໍ່ຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ມີຫຼັກການວິທະຍາສາດ, ຖືກຕ້ອງຕາມຄວາມເປັນຈິງ, ເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ ພ້ອມກັນຈັດຕັ້ງປະຕິບັດໜ້າທີວຽກງານໃຫ້ມີຜົນສຳເລັດເປັນກ້າວໆ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ