ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອອກພັນສາປີນີ້ຢູ່ໃນໃນເງື່ອນໄຂການລະບາດພະຍາດໂຄວິດ-19
ເວລາອອກຂ່າວ: 2021-10-21 10:09:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ:



ບຸນອອກພັນສາປີນີ້ແມ່ນຢູ່ໃນໄລຍະທົ່ວສັງຄົມລາວຊາວພຸດທະບໍລິສັດທັງຫຼາຍພວມຢູ່ໃນໄລຍະການປະຕິບັດມາດຕະການປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ແຜ່ເຂົ້າສູ່ພາຍໃນ ແລະ ມີການແຜ່ອອກສູ່ວົງກ້ວາງເຮັດໃຫ້ການຄວບຄຸມພົບຄວາມຫຍຸ້ງຍາກໃນການປະເມີນຜົນ, ການຊອກຫາຜູ້ຕິດເຊື້ອ ແລະ ສໍາພັດໃກ້ຊິດ, ການນໍາສົ່ງຜູ້ຕິດເຊື້ອເຂົ້າຮັບການປິ່ນປົວ ແລະ ຜູ້ສໍາພັດໃກ້ຊິດເຂົ້າຮັບການຈໍາກັດບໍລິເວນ. ນອກນັ້ນ, ການກຽມຄວາມພ້ອມດ້ານບຸກຄະລາກອນໃນການຮອງຮັບຕໍ່ການລະບາດຍັງພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ. ພະຍາດໂຄວິດ-19ສາຍພັນເດວຕາສາມາດແຜ່ເຊື້ອໄດ້ໄວ ແລະ ຕິດກັນງ່າຍ, ເຮົາບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ແລະ ມີຄວາມສ່ຽງສູງເຖິງການຕິດເຊື້ອໄດ້ທຸກສະຖານທີ່, ຂໍໃຫ້ບັນດາສະຫາຍຮັກຕົນເອງ, ຮັກຄົນໃນຄອບຄົວດ້ວຍການປະຕິບັດມາດຕະການ ແລະ ຄໍາສັ່ງ, ຄໍາແນະນໍາຕ່າງໆທີ່ທາງຄະນະສະເພາະກິດແຕ່ລະຂັ້ນວາງອອກໃນການດໍາລົງຊີວິດແບບໃໝ່ ແລະ ພ້ອມກັນໄປສັກຢາວັກຊິນໃຫ້ຄົບໂດສ໌ເພື່ອໃຫ້ປອດໄພຈາກພະຍາດໂຄວິດ-19. ການເຮັດບຸນອອກພັນສາປະວໍລະນາຊຶ່ງຈໍາເປັນຕ້ອງໄດ້ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນຢ່າງເຂັ້ມງວດດ້ວຍການບໍ່ຈັດງານບຸນໃສ່ບາດຢາດນໍ້າ, ບຸນຊ່ວງເຮືອທີ່ມີຄົນເຕົ້າໂຮມກັນຫຼາຍຊຶ່ງພາໃຫ້ເກີດມີຄວາມສ່ຽງສູງ, ໂດຍອີງຕາມແຈ້ງການຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ສະບັບເລກທີ 2443/ສກ.ນວ, ລົງວັນທີ 20 ຕຸລາ 2021 ວ່າດ້ວຍ ຫ້າມຈັດການແຂ່ງຂັນກິລາເຮືອຊ່ວງນັບແຕ່ວັນທີ 20-30 ຕຸລາ 2021. ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຢູ່ນະຄອນຫຼວງວຽງຈັນຍັງມີກໍລະນີຕິດເຊື້ອພາຍໃນເພີ່ມຂື້ນຫຼາຍຊຶ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດ ແລະ ຂະຫຍາຍເປັນວົງກ້ວາງ. ສ່ວນຢູ່ເຂດ, ແຂວງທີ່ບໍ່ມີການລະບາດ ຫຼື ລະບາດແລ້ວທີ່ຫຼຸດພົ້ນອອກຈາກເປັນບ້ານແດງກໍ່ສາມາດຈັດໄດ້ແຕ່ຕ້ອງໄດ້ຮັບອານຸຍາດຈາກຄະນະສະເພາະກິດຂັ້ນຂອງຕົນກ່ອນ, ສິ່ງສໍາຄັນແມ່ນປະຕິບັດຕາມມາດຕະການຢ່າງເຂັ້ມງວດເຊັ່ນ: ຮັກສາໄລຍະຫ່າງ, ກວດ-ວັດແທກອຸນຫະພູມ, ໃສ່ແພອັດປາກ-ດັງ, ໝັ່ນລ້າງມືໃສ່ສະບູ່ ຫຼື ເຈວ. ປີນີ້ວັນປະວໍລະນາອອກພັນສາແມ່ນ ເດືອນສິບເອັດ ອອກໃໝ່ 15 ຄໍ່າ ພໍສໍ 2564 ກົງກັບວັນທີ 21 ຕຸລາ 2021, ໃນມື້ນີ້ ພະສົງສາມະເນນຈະເຮັດກິດຈະກໍາປະວໍລະນາແຕ່ເຊົ້າໆໃຫ້ແລ້ວກ່ອນຍາດໂຍມຈະມາໃສ່ບາດຖວາຍສັງຄະທານ, ຕອນຄໍ່າຈະມີການໄຫຼເຮືອໄຟຢູ່ຕາມສາຍນໍ້າຕ່າງໆທີ່ໃກ້ກັບບ້ານ ຫຼື ເຮັດເຮືອໄຟຢູ່ຕໍ່ໜ້າເຮືອນ, ວັດ, ໄຕ້ທູບ-ທຽນໃສ່ຕາມຈິດໃຈໃສສັດທາຂອງໃຜລາວ, ເດືອນສິບເອັດແຮມ 01 ຄໍ່າ, ກົງກັບວັນທີ 22 ຕຸລາ 2021ຈຶ່ງແມ່ນວັນອອກພັນສາປະວໍລະນາຂອງພະສົງ, ສາມະເນນ, ເຊິ່ງໝາຍເຖິງການຫຼຸດພົ້ນອອກຈາກການປະຈໍາທີ່ໃນໄລຍະ 03 ເດືອນ, ພະສົງ, ສາມະເນນສາມາດເດີນທາງ ແລະ ນອນຄ້າງຄືນຢູ່ວັດອື່ນໄດ້. ປະວໍລະນາແມ່ນການເປີດໂອກາດໃຫ້ຄົນອື່ນຕໍານິຕົນເອງ ແລະ ຕິຊົມຊຶ່ງກັນແລະກັນ, ເພື່ອ ພ້ອມກັນປ່ຽນແປງ ແລະ ແກ້ໄຂຈຸດອ່ອນ, ຫັນມາເຮັດແຕ່ສິ່ງດີໆເຊິ່ງ ເປັນວິທີການຝຶກຝົນ ຫຼໍ່ຫຼອມ ຕົນເອງເພື່ອໃຫ້ກາຍເປັນຄົນດີຢູ່ໃນສັງຄົມໂດຍຍຶດໝັ້ນຫຼັກສິນທໍາທີ່ພະພຸດພະເຈົ້າໄດ້ສັ່ງສອນໄວ້ໃຫ້ພະສົງ,ສາມະເນນ ແລະ ພຸດທະລໍລິສັດທັງຫຼາຍໄດ້ພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງ. ການທີ່ຍົກເອົາບາງເນື້ອໃນຈິດໃນຂອງການປະວໍລະນາຂອງພະສົງ, ສາມະເນນກໍ່ແມ່ນສະແດງໃຫ້ເຫັນເຖິງວິຖີການດໍາລົງຊີວິດຂອງພະສົງ, ສາມະເນນ, ທັງເປັນການສະແດງໃຫ້ເຫັນເຖິງການຮັດ ແໜ້ນຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນ, ເອື້ອເຟື້ອເພື່ອແຜ່, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນເພື່ອພ້ອມກັນກ້າວໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ