ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເພີ່ມທະວີ ວຽກງານໂຄສະນາອົບຮົມ ການເມືອງ-ແນວຄິດໃນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19
ເວລາອອກຂ່າວ: 2021-10-20 15:46:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 285 | ຄວາມນິຍົມ:



ຕໍ່ໜ້າສະພາບ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ຂົງເຂດ, ພາກພື້ນ ແລະ ບັນດາປະເທດໃກ້ຄຽງທີ່ມີຊາຍແດນຕິດຈອດກັນປະເທດເຮົາ ທີ່ນັບມື້ເພີ່ມຂຶ້ນໃນແຕ່ລະວັນ, ໃນນັ້ນ ກໍ່ມີຜູ້ເສຍຊີວິດ ເປັນຈຳນວນຫຼາຍ. ສໍາລັບຢູ່ ປະເທດເຮົາ ມາເຖິງປັດຈຸບັນນີ້ ການລະບາດຂອງພະຍາດໂຄວິດ-19 ແມ່ນເພີ່ມຂຶ້ນຢ່າງຮຸນແຮງ ໄດ້ກ້າວເຂົ້າສູ່ໄລຍະທີ 3, ເຊິ່ງນັບແຕ່ກາງເດືອນກັນຍາ 2021 ເປັນຕົ້ນມານີ້ ມີຈຳນວນຜູ້ຕິດເຊື້ອແມ່ນເພີ່ມຂຶ້ນຫຼາຍ ແລະ ມີຂອບເຂດການແຜ່ກະຈາຍໄປເປັນວົງກວ້າງເກືອບທຸກແຂວງໃນທົ່ວປະເທດ. ເຊື້ອພະຍາດໂຄວິດໄດ້ແຜ່ລະບາດເຂົ້າສູ່ຊຸມຊົນ ບ່ອນທີ່ມີຄົນອາໄສຢູ່ໃນເມືອງໃຫຍ່ ບ່ອນທີ່ມີຄົນຢູ່ໜາແໜ້ນ, ແຜ່ເຂົ້າໃນໂຮງຈັກໂຮງງານ, ສະຖາບັນການສຶກສາ, ອົງການສຳນັກງານ, ຕະຫຼອດເຖິງ ເຈົ້າໜ້າທີ່ ທີ່ເຮັດໜ້າທີ່ປະຈັນບານ ເປັນຕົ້ນ ແພດໝໍ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນທົ່ວໄປ ບວກກັບການຮັບເອົາແຮງງານລາວທີ່ກັບຄືນປະເທດ ເຮັດໃຫ້ຈຳນວນຕິດເຊື້ອນຳເຂົ້າ ແລະ ຜູ້ຕິດເຊື້ອພາຍໃນທີ່ແຕ່ລະມື້ເພີ່ມຂຶ້ນຢ່າງໄວວາເປັນຈຳນວນຫຼວງຫຼາຍແລະ ຮຸນແຮງທີ່ສຸດ ໂດຍ ເລີ່ມແຕ່ກາງເດືອນກັນຍາເປັນຕົ້ນມາ ຄືນັບແຕ່ ວັນທີ 18-28 ກັນຍາ (10 ວັນ)ມີຈຳນວນຜູ້ຕິດເຊື້ອໂຄວິດ ໃນແຕ່ລະມື້ ມີເຖິງ 600 ກວ່າຄົນໂດຍສະເລ່ຍ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ສູງກວ່າຈຳນວນຜູ້ປົວດີໃນແຕ່ລະວັນ ແລະ ຕ້ອງໄດ້ມີການຂະຫຍາຍໂຮງໝໍສະໜາມ ແລະ ເພີ່ມຈຳນວນຕຽງນອນຜູ້ປ່ວຍຕິດເຊື້ອ. ປັດຈຸບັນນີ້ຈຳນວນສະຖິຕິຜູ້ຕິດເຊື້ອໂຄວິດ-19 ໃນສປປ ລາວ ແມ່ນ ສູງເຖິງ 33.600 ກວ່າຄົນ, ເສຍຊີວິດ 40 ກວ່າຄົນ. ປັດຈຸບັນເຊື້ອໂຄວິດ-19ໄດ້ກາຍພັນມາເປັນເຊື້ອເດວຕາ ແລະ ຈາກເດວຕາມາເປັນເດວຕາພລັສ ເຊີ່ງໄດ້ເພີ່ມການແຜ່ເຊື້ອໄດ້ຫຼາຍແລະໄວທີ່ສຸດເປັນອັນຕະລາຍຮ້າຍແຮງກວ່າເຊື້ອພັນເດີມ; ປັດຈຸບັນເຊື້ອໂຄວິດ-19 ສາຍພັນເດວຕາພລັສໄດ້ແຜ່ລະບາດບາງເຂດແຂວງໃນປະເທດເຮົາແລ້ວເປັນຕົ້ນຢູ່ນະຄອນຫຼວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ມີບ້ານແດງໃນທົ່ວປະເທດຫຼາຍກວ່າ 400 ກວ່າບ້ານ, 40 ເມືອງ, 10 ແຂວງທົ່ວປະເທດ ແລະ ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ. ສະນັ້ນ ເພື່ອຮັບມືກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19ນີ້ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ອອກຄຳແນະນຳ ສະບັບ ເລກທີ 35/ຄອສພ, ລົງວັນທີ 29/09/2021 ເພື່ອແນະນຳ ແລະ ຮຽກຮ້ອງ ເຖິງຄະນະໂຄສະນາອົບຮົມ ບັນດາກະຊວງ-ອົງການຂັ້ນສູນກາງ, ນະຄອນຫຼວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເພື່ອເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມການເມືອງ-ແນວຄິດ ກ່ຽວກັບການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ເຊີ່ງເນື້ອໃນ ຄໍາແນະນໍາ ດັ່ງກ່າວໄດ້ເນັ້ນບັນຫາສຳຄັນດັ່ງນີ້: 1. ໃຫ້ຄະນະໂຄສະນາອົບຮົມແຕ່ລະຂັ້ນຕ້ອງຖືເອົາທິດນໍາຂອງກົມການເມືອງສູນກາງພັກທີ່ວ່າ:”ຖືເອົາການຕ້ານສະກັດກັ້ນ,ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19ເປັນໜ້າທີ່ຍຸດທະສາດທີ່ສຳຄັນແຖວໜ້າ ແລະ ຮິບດ່ວນໃນການນຳພາ-ຊີ້ນຳ ແລະ ບັນຊາຕົວຈິງຄືຢູ່ໃນສະພາວະສົງຄາມ; ຖືເປັນປັດໄຈສຳຄັນຕັດສິນກວ່າໝູ່ໃນການຈັດຕັ້ງປະຕິບັດສະກັດກັ້ນ,ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ເດັດຂາດບໍ່ໃຫ້ປະເທດເຮົາມີການລະບາດເຊື້ອພະຍາດຄັ້ງໃໝ່ ແລະ ການລະບາດຮອບໃໝ່ ເຊີ່ງຈະທະວີຄູນຂຶ້ນຫຼາຍກວ່າເກົ່າ; ຕ້ອງຖືເປັນໜ້າທີ່ຍຸດທະສາດຂອງທົ່ວພັກ,ທົ່ວລັດ,ທົ່ວປວງຊົນທັງຊາດ ”. ເສີມຂະຫຍາຍບົດບາດສາຍພົວພັນທີ່ວ່າ: ”ພັກນໍາພາ,ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ”. ເປັນໜ້າທີ່ວຽກງານໃນການເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ,ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ. 2. ຕ້ອງຖືເປັນແນວທາງຍຸດທະສາດໃນການຕ້ານ,ສະກັດກັ້ນ, ປ້ອງກັນ ແລະ ການແກ້ໄຂການແຜ່ລະບາດພະຍາດໂຄວິດ 19, ໃຫ້ຖືເປັນສະໜາມຮົບແຖວໜ້າ, ເປັນສະໜາມຮົບປະຈັນບານໃນວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມ, ຊີ້ແຈງອະທິບາຍດ້ວຍເຫດ ແລະ ຜົນ; ສືບຕໍ່ເພີ່ມທະວີວຽກງານໂຄສະນາ ສຶກສາອົບຮົມຢ່າງກວ້າງຂວາງເລິກເຊີ່ງດ້ວຍຫຼາຍແບບ ແລະ ຫຼາຍວິທີການ ເພື່ອເຮັດໃຫ້ພະນັກງານລັດຖະກອນ, ກຳມະກອນ ແລະ ປະຊາຊົນລາວບັນດາເຜົ່າ ລວມທັງຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວມີຄວາມຮູ້ ຄວາມເຂົ້າໃຈຕໍ່ໜ້າທີ່ແລະພັນທະຂອງຕົນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ,ຕ້ານ,ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19. 3. ເພີ່ມທະວີວຽກງານເກັບກໍາສະພາບແນວຄິດ, ຫາງສຽງສັງຄົມ, ພະນັກງານ ແລະ ປະຊາຊົນ; ຕິດຕາມຂ່າວສານຕ່າງ ເປັນຕົ້ນການໃສ່ຮ້າຍປ້າຍສີ, ບິດເບືອນ, ປ່ອຍຂ່າວບໍ່ມີມູນຄວາມຈິງ, ການສ້າງຂ່າວປອມເຜີຍແຜ່ຜ່ານສື່ສັງຄົມອອນລາຍ, ເຟສບຸກ, ຢູທູບ ແລະ ອື່ນໆເພື່ອສ້າງຄວາມປັ່ນປ່ວນ ສົ່ງຜົນກະທົບທາງລົບຕໍ່ສັງຄົມ ເພື່ອສະຫຼູບລາຍງານໃຫ້ຂັນເທິງມີທິດຊີ້ນຳແກ້ໄຂຢ່າງວ່ອງໄວ ແລະ ທັນການ. ທັນການ. 4. ເພີ່ມທະວີການປະສານສົມທົບກັບຄະນະພັກແຕ່ລະຂັ້ນ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນໃນການໂຄສະນາ ສຶກສາອົບຮົມແນວຄິດ ແລະ ອະທິບາຍຊີ້ແຈງກ່ຽວກັບມາດຕະການໃນການສະກັດກັ້ນ, ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເປັນຕົ້ນແມ່ນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ; ຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ສະບັບ ເລກທີ 87/ຄລສພ; ບັນດາແຈ້ງການຂອງຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19ຂັ້ນສູນກາງ ແລະ ທ້ອງຖີ່ນ ແລະ ເອກະສານຂອງຄະນະໂຄສະນາອົບຮົມສູນກາງພັກ. 5. ເພີ່ມທະວີວຽກງານໂຄສະນາອົບຮົມການເມືອງ-ແນວຄິດໃຫ້ພະນກງານ,ລັດຖະກອນ, ທະຫານ,ຕຳຫຼວດ,ກໍາມະກອນ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບມູນເຊື້ອຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ,ກຸ້ທຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເສີມຂະຫຍາຍມູນເຊື້ອດຸໝັ່ນ, ອົດທົນ ຂະຫຍັນພຽນ ແລະ ປະດິດສ້າງໃນການອອກແຮງງານ; ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໂດຍຕິດພັນກັບຂະບວນການປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນບັນດາອົງການຈັດຕັ້ງມະຫາຊົນ ໄປພ້ອມກັບຂະບວນການສ້າງຄອບຄົວສາມັກຄີ, ຄອບຄົວວັດທະນະທຳ ແລະ ອື່ນຢ່າງເປັນຂະບວນການຫ້າວຫັນຟົດຟື້ນ. 6. ເພີ່ມທະວີວຽກງານໂຄສະນາ ປຸກລະດົມທຸກກໍາລັງແຮງສັງລວມຂອງປະຊາຊົນນະຄອນຫຼວງ, ບັນດາແຂວງ, ບັນດານະຄອນດເມືອງ, ບັນດາເມືອງ, ຮາກຖານບ້ານ, ຊຸມຊົນປະກອບສ່ວນເຂົ້າຮ່ວມຂະບວນການຕ້ານ, ສະກັດກັ້ນ,ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນັບທັງພະນັກງານ ທະຫານ ຕຳຫຼວດ, ລັດຖະກອນ, ນັກທຸລະກິດ, ຜູ້ປະກອບການ, ນັກຮຽນຮູ້ ປັນຍາຊົນ, ປະຊາຊົນ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ໃຫ້ພ້ອມກັນຮ່ວມແຮງ ຮ່ວມໃຈ ເປັນຈິດໜຶ່ງໃຈດຽວເຂົ້າຮ່ວມໃນສະໜາມຮົບຕໍ່ສູ້ຕ້ານພະຍາດໂຄວິດ-19 ໃນຄັ້ງນີ້. 7. ເພີ່ມທະວີການໂຄສະນາອົບຮົມການເມືອງ-ແນວຄິດໃນມາດຕະການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19, ໂດຍການຖືເອົາການຮັກສາໄລຍະຫ່າງໃນສັງຄົມເປັນປັດໄຈຕັດສິນ, ຖືເອົາການວິເຄາະກວດຫາເຊື້ອ ເປັນຂໍກະແຈສຳຄັນພື້ນຖານ, ຖືເອົາການປີ່ນປົວຜູ້ຕິດເຊື້ອເປັນໜ້າທີ່ແຖວໜ້າປະຈັນບານ, ຖືເອົາການປົກປັກຮັກສາສຸຂະອະນາໄມໃນສັງຄົມແມ່ນໜ້າທີ່ຕົ້ນຕໍ; ຖືເອົາການປຸກລະດົມຂະບວນການສັກວັກຊິນ ເປັນຍຸດທະສາດສໍາຄັນໃນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19.ຖືເອົາວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຄວາມປອດໄພທົ່ວສັງຄົມເປັນໜ້າທີ່ທົ່ວປວງຊົນ. ການເພີ່ມທະວີວຽກງານໂຄສະນາ ສຶກສາ ອົບຮົມການເມືອງ-ແນວຄິດ ເຂົ້າໃນວຽກງານການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ຈຳເປັນຢ່າງຍິ່ງ ທັງນີ້ກໍເພື່ອສຶກສາອົບຮົມໃຫ້ທົ່ວສັງຄົມເຊື່ອມຊຶມ ເຂົ້າໃຈ ແລະ ເຂົ້າຮ່ວມຢ່າງເປັນຂະບວນການຫ້າວຫັນແລະກວ້າງຂວາງ, ເປັນການປຸກລະດົມເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວທົ່ວປວງຊົນ ຕັດສິນໃຈແລະປະກອບສ່ວນ ສະຕິປັນຍາ ກຳລັງກາຍ ກໍາລັງຊັບ ປະກອບສ່ວນເຮັດໃຫ້ວຽກງານຕ້ານພະຍາດໂຄວິດ-19ນີ້ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ