ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນ 35 ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-10 10:18:59 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297292 | ຄວາມນິຍົມ:



ໃນວັນທີ 3 ມັງກອນ 2019 ນີ້, ສູນ 35 ໄດ້ຈັດຕັ້ງປາຖະກະ ຖາວັນສ້າງຕັ້ງກອງທັບ ປະຊາ ຊົນລາວ ຄົບຮອບ 70 ປີ ໂດຍ ການເປັນປະທານ ແລະ ປະຖາ ກະຖາຂອງ ພັນໂທ ສົມພອນ ສຸວັນທອງ ເລຂາຄະນະພັກ ຮາກຖານ, ຫົວໜ້າການເມືອງ ສູນ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ພ້ອມດ້ວຍພະ ນັກງານ-ນັກຮົບເຂົ້າຮ່ວມ. ພັນໂທ ສົມພອນ ສຸວັນທອງ ໄດ້ທົບທວນຄືນເຖິງປະຫວັດມູນ ເຊື້ອ, ຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະ ກາດສ້າງຕັ້ງຢູ່ເຂດຕາແສງລາວ ຮຸ່ງ, ເມືອງຊຽງຄໍ້, ແຂວງຫົວ ພັນ ດິນແດນວິລະຊົນຂອງການ ປະຕິວັດລາວ. ນັບແຕ່ນັ້ນມາ ກອງທັບເຮົາໄດ້ເຄື່ອນໄຫວໂຄ ສະນາຂົນຂວາຍປະຊາຊົນບັນ ດາເຜົ່າເຂົ້າຮ່ວມການປະຕິວັດ ລາວ, ທັງປັບປຸງກໍ່ສ້າງກຳລັງ ທັງຕໍ່ສູ້ຕ້ານອິດທິກຳລັງປໍລະປັກ ຈັກກະພັດຕ່າງດ້າວທັງເກົ່າ ແລະ ໃໝ່ຢ່າງອົງອາດກ້າຫານ ຈົນສາມາດຍາດເອົາໄຊຊະນະ ອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຕົນ ແລະ ສະຖາປະນາຂຶ້ນເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາກອງທັບເຮົາກໍ່ໄດ້ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ທັງປັບ ປຸງກໍ່ສ້າງກຳລັງທັງເຝິກແອບຮໍ່າ ຮຽນການເມືອງ, ການທະຫານ, ວິຊາສະເພາະເຕັກນິກ, ທັງເພີ່ມ ພູນຜະລິດຜົນປູກຝັງ-ລ້ຽງສັດ, ປັບປຸງສະຖານທີ່ຄ້າຍຄູ, ສ້າງ ເສດຖະກິດເພື່ອແກ້ໄຂຊີວິດການ ເປັນຢູ່ຂອງກົມກອງໃຫ້ນັບມື້ມີ ຄວາມກ້າວໜ້າໃຫ້ກາຍເປັນ ກອງທັບທີ່ມີແບບແຜນທັນສະ ໄໝ. ພ້ອມກັນນັ້ນຍັງໄດ້ຈັດພິທີ ມອບຫຼຽນກາລະນຶກ 70 ປີ ໃຫ້ແກ່ພະນັກງານ-ນັກຮົບທີ່ມີ ຜົນງານໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ ຈຳນວນ 54 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ