ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງກວາງຫງາຍ ມອບເງີນຊ່ວຍເຫຼືອ ທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2021-10-20 11:42:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 290 | ຄວາມນິຍົມ:



ກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ມອບເງີນຊ່ວຍເຫຼືອໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ກອງທັບປະຊາຊົນລາວ. ເຊີ່ງພິທີມອບ-ຮັບດັ່ງກ່າວຈັດຂື້ນຢູ່ທີ່ດ່ານພູເກືອຊາຍແດນລາວ-ຫວຽດນາມ ແຂວງອັດຕະປື ໃນວັນທີ 17 ກໍລະກົດ 2021 ນີ້. ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພັນເອກ ເລື່ອງດິງຈູງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມພ້ອມຄະນະ. ຝ່າຍລາວນໍາໂດຍ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຈໍາປາສັກ ສະຫາຍ ພັນໂທ ພູເວີນ ສູນນິວົງ ຮັກສາການຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຈໍາປາສັກ ພ້ອມຄະນະ. ໃນພິທີ ສະຫາຍ ພັນເອກ ເລື່ອງດິງຈູງ ກໍ່ໄດ້ຕາງໜ້າໃຫ້ຄະນະກ່າວມອບ ເງີນຊ່ວຍເຫຼືອຈໍານວນ 1.000.000.000 ດົ້ງ (ສະກຸນເງີນຫວຽດນາມ), ເພື່ອເປັນທືນກໍ່ສ້າງອາຄານເຮືອນນອນແກ່ພະນັກງານ-ນັກຮົບ ຂອງກອງບັນຊາການທະຫານແຂວງ ພ້ອມທັງເງີນຊ່ວຍເຫຼືອແກ່ຄອບຄົວພະນັກງານ 3 ຄອບຄົວ, ຄອບຄົວລະ 10 ລ້ານດົ້ງ, ຊ່ວຍເຫຼືອປະຊາຊົນທຸກຍາກ 3 ຄອບຄົວ, ຄອບຄົວລະ 10 ລ້ານດົ້ງ ແລະ ຢາປົວພະຍາດ, ເຄື່ອງອຸປະໂພກ-ບໍລິໂພກອີກຈໍານວນໜື່ງ. ໂອກາດນີ້ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ກໍ່ໄດ້ກ່າວຮັບເງີນຊ່ວຍເຫຼືອດັ່ງກ່າວພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ສະຫາຍ ພັນເອກ ເລື່ອງດິງຈູງ ກໍ່ຄືກອງບັນຊາການທະຫານແຂວງກວາງຫງາຍ ເຊີ່ງຍາມໃດກໍ່ເປັນຫ່ວງເປັນໃຍ ເຫັນໄດ້ຄວາມໝາຍຄວາມສໍາຄັນອັນເລີກເຊີ່ງ ເຖິງຈະຢູໃນໄລຍະທີ່ສະພາບແວດລ້ອມບໍ່ເອື້ອອຳນວຍເນຶ່ອງຈາກການລະບາດຂອງພະຍາດໂຄວີດ-19 ກໍ່ຕາມ ເຊີ່ງມັນໄດ້ເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຄວາມຮັກແພງ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ສາຍພົວພັນແບບພິເສດອັນເລີກເຊີ່ງລະຫວ່າງສອງຊາດ, ສອງພັກ-ສອງລັດ, ສອງກອງທັບກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ມີຄວາມໝັ້ນຄົງທະນົງແກ່ນ ແລະ ຈະເລີນຍິ່ງໆຂື້ນ. ສະຫາຍຍັງໄດ້ກ່າວຕື່ມອີກວ່າຈະນໍາໃຊ້ເງີນຈໍານວນດັ່ງກ່າວໃຫ້ຖືກຕາມເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ. ຂ່າວ-ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ