ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 51 ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ  
ເວລາອອກຂ່າວ: 2021-10-18 10:57:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 335 | ຄວາມນິຍົມ:



ວັນທີ 15 ຕຸລາ 2021ນີ້,ຢູ່ທີ່ສະໂມສອນກອງຮ້ອຍເອກະລາດ 51 ໄດ້ມີພິທີປະກາດດານແຕ່ງຕັ້ງ ຂັ້ນນໍາພາ-ບັນຊາຂັ້ນໝວດ02  ກົມກອງທີ່ຂື້ນກັບເຫຼົ່າຮົບຊ່າງແສງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ມີຄະນະພັກ-ຄະນະບັນຊາ ຂັ້ນ ໝູ່,ໝວດ ແລະ ບັນດາພະແນການຂອງກົມຊ່າງແສງເຂົ້າຮ່ວມ.    ໃນພິທີສະຫາຍ ພັນໂທ ໄຊຊະນະ ມະນີວັນ ຮອງຫົວໜ້າ ພະແນກແຜນການ-ສັງລວມກົມຊ່າງແສງ ໄດ້ຂື້ນອ່ານຂໍ້ຕົກລົງຂອງກົມໃຫ່ຍເສນາທິການກອງທັບໂດຍ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ  ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະ ກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ , ກົມໃຫ່ຍເສນາທີການກອງທັບຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ກອງແກ້ວ ອິນຄຳແສງ ເປັນຫົວໜ້າໝວດສຳນັກ ກອງຮ້ອຍເອກະລາດ 51 , ສະຫາຍ ພັນຕີ ຄຳພຸດ ມະນີພອນ ເປັນຫົວໜ້າໝວດສ້ອມແປງ, ສະຫາຍ ພັນຕີ ຄຳເຈີ ພົມມະຈັນ ເປັນຮອງຫົວໜ້າໝວດສຳນັກ ແລະ  ສະຫາຍ ພັນຕີ ນ້ອຍແສງດາວ ກອງຈັນສີ ເປັນຮອງຫົວໜ້າໝວດສ້ອມແປງ. ໃນວັນດຽວກັນນີ້ ກອງພັນກໍ່ສ້າງ ຂົວ-ທາງ 587 ກໍ່ຍັງໄດ້ປະກາດຂັ້ນນຳພາ ໝູ່-ໝວດ ເຊັ່ນດຽວກັນ ໃນນີ້ໄດ້ປະກາດແຕ່ງຕັ້ງສະຫາຍ ພັນຕີ ສຸລິລັກ ໄຊບັນດິນ ເປັນຫົວໜ້າໝູ່ 02 ໝວດ02 ກອງຮ້ອຍ 01 ,ສະຫາຍ  ຮ້ອຍເອກ ຄຳຜົງ ພົງສະຫວັນ ເປັນຮອງຫົວໜ້າໝູ່ 02 ໝວດ02 ກອງຮ້ອຍ 01, ສະຫາຍ ພັນຕີ ຄໍາພັດ ອິນທະລາ ເປັນຫົວໜ້າໝູ່ 02 ໝວດ03 ກອງຮ້ອຍ 01,ສະຫາຍ ຮ້ອຍໂທ ອຸດ ພົມມະທັນ ເປັນຮອງຫົວໜ້າໝູ່ 02 ໝວດ02 ກອງຮ້ອຍ 01,ສະຫາຍ ພັນຕີ ແສງທອງ ໄຊສະຫວາດ ເປັນຮອງຫົວໜ້າ ໝູ່ 02 ໝວດ 01 ກອງຮ້ອຍ 01 ແລະ ສະຫາຍ ພັນຕີ ສຸລົດ ວົງວິໄຊ ເປັນຫົວໜ້າ ໝູ່ 01 ໝວດ 03 ກອງຮ້ອຍ 01.        ໃນພິທີ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ຍັງໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕະຫຼອດຮອດພະນັກງານ-ນັກຮົບພາຍໃນໝູ່-ໝວດ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນສອດຫ້ອຍເຂົ້າທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ໃຫ້ກາຍເປັນພະນັກງານຜູ້ສືບທອດທີ່ດີຂອງກອງທັບໃນສະເພາະໜ້າ ແລະ ຍາວນານ. ໂດຍ:  ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ