ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 642 ສໍາເລັດການອົບຮົມ - ຫັດແອບປະຈໍາປີ 2021
ເວລາອອກຂ່າວ: 2021-10-16 14:43:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ທ້າຍເດືອນກັນຍາ 2021 ນີ້, ກອງພັນໃຫຍ່ 642 ໄດ້ສຳເລັດການອົບຮົມ - ຫັດແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈໍາປີ 2021 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ແສງທອງ ດວງວິໄລ ຫົວໜ້າການທະຫານ, ກອງພັນໃຫຍ່ 642, ມີຄະນະພັກ - ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ການຫັດແອບໃນຄັ້ງນີ້ ເພື່ອເປັນການປັບປຸງກໍ່ສ້າງກຳລັງໃນຖັນແຖວກອງທັບ ກໍ່ຄືຢູ່ໃນກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີແບບແຜນທີ່ທັນສະໄໝ ແລະ ມີຄວາມຊຳນິຊຳນານ ໃນການນຳໃຊ້ອາວຸດ - ຍຸດໂທປະກອນ ທາງດ້ານສີລະປະຍຸດ - ຍຸດທະວິທີ ທີ່ສາມາດເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈີງໄດ້ທຸກຮູບແບບ, ພ້ອມທັງເຮັດໃຫ້ພະນັກງານ - ນັກຮົບ ມີຄວາມທົນທານໜຽວແໜ້ນຕໍ່ທຸກສະພາວະດີນຟ້າອາກາດ ແລະ ເພື່ອເຮັດໃຫ້ສຳເລັດໜ້າທີ່ການເມືອງຂອງກົມກອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງຕົນໄວ້ໃຫ້ໝັ້ນຄົງ, ໂດຍສະເພາະແມ່ນຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ ແລະ ປອດໄພ. ໂດຍພື້ນຖານການຫັດແອບໃນຄັ້ງນີ້, ພະນັກງານ - ນັກຮົບ ເປັນຕົ້ນ ໄດ້ຮຽນຮູ້ພາກທິດສະດີ ແລະ ຫຼັກການຕົວຈີງ ຜ່ານການຫັດແອບປະສານສຽງແຕກຕົວຈີງເຫັນວ່າ ພະນັກງານ - ນັກຮົບ ແຕ່ລະພາກສ່ວນ ສາມາດກໍາແໜ້ນບົດຮຽນໄດ້ດີ, ສະແດງອອກຜົນໄດ້ຮັບເຊີ່ງສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ມີຄວາມຮັບປະກັນປອດໄພ 100% ອິກດ້ວຍ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ