ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະບານ ສປ ຈີນ ມອບວັກຊິນ ໃຫ້ ສປປ ລາວ ຈໍານວນ 1 ລ້ານໂດສ
ເວລາອອກຂ່າວ: 2021-10-13 15:27:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 352 | ຄວາມນິຍົມ:



ວັກຊີນຊ່ວຍເຫຼືອຮອບໃໝ່ຈາກ ລັດຖະບານ ສປ ຈີນ ມອບໃຫ້ລັດຖະບານ ສປປ ລາວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 13 ຕຸລາ 2021, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ຕາງໜ້າລັດຖະບານ ສປ ຈີນ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍການນຳທັງສອງຝ່າຍລາວ-ຈີນ ເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ, ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ມື້ນີ້ ເປັນມື້ໜຶ່ງອີກ ທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈຢ່າງຍິ່ງທີ່ໄດ້ຮັບຢາວັກຊີນປ້ອງກັນພະຍາດໂຄວິດ-19 ເພີ່ມຕື່ມຈໍານວນ 1 ລ້ານໂດສ ພ້ອມດ້ວຍເຂັມສັກຢາ ຈາກລັດຖະບານ ແຫ່ງ ສປ ຈີນ ມອບໂດຍຜ່ານ ທ່ານ ຈຽງ ຈ້າຍຕຸງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເພື່ອໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ພັກ, ລັດ ແລະ ປະຊາຊົນລາວທຸກທົ່ວໜ້າ ຕີລາຄາສູງ ແລະ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ, ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ການຊ່ວຍເຫຼືອອັນບໍລິສຸດ, ຈິງໃຈ, ລໍ້າຄ່າ, ທັນເວລາ ແລະ ສະເໝີຕົ້ນສະເໝີປາຍ ຂອງພັກ, ລັດ ແລະ ປະຊາຊົນຈີນ. ວັກຊິນ 1 ລ້ານໂດສ ເທື່ອນີ້ ຈະສົມທົບກັບວັກຊີນ ສປ ຈີນ ຊ່ວຍເຫຼືອຜ່ານມາຈໍານວນ 3.300.000 ໂດສ (ບໍ່ລວມທີ່ກະຊວງປ້ອງກັນປະເທດຮັບ ຈຳນວນ 400.000 ໂດສ) ແລະ ຮ່ວມກັບການຊ່ວຍເຫຼືອຂອງປະເທດຕ່າງໆ, ອົງການສາກົນອື່ນໆ ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸຄາດໝາຍສັກວັກຊີນໃຫ້ປະຊາກອນທົ່ວປະເທດ ໄດ້ 50% ຂຶ້ນໄປ ໃນປີ 2021 ເພື່ອຕ້ານ ແລະ ສກັດກັ້ນໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ໃນສັງຄົມລາວປັດຈຸບັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ