ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປຸກລະດົມການມີສ່ວນຮ່ວມ ໃນວຽກງານຄຸ້ມຄອງໄພພິບັດຂອງ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ
ເວລາອອກຂ່າວ: 2021-10-13 14:41:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 281 | ຄວາມນິຍົມ:



ວັນທີ 13 ຕຸລາ 2021ນີ້, ທີ່ກະຊວງປ້ອງປະເທດໄດ້ມີພິທີສະຫຼອງສະຫຼອງວັນຕ້ານໄພພິບັດແຫ່ງຊາດ ເຊິ່ງເປັນວັນຄຸ້ມຄອງໄພພິບັດອາຊຽນ (ເນື່ອງໃນໂອກາດ 13 ຕຸລາ ວັນຄຸ້ມຄອງໄພພິບັດແຫ່ງຊາດ) ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍານມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະເຂົ້າຮ່ວມ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ບັນຫາໄພພິບັດ ທັງໄພພິບັດທາງທຳມະຊາດ ແລະ ມະນຸດສ້າງຂຶ້ນ ລວມທັງພະຍາດລະບາດ ແມ່ນຍັງສືບຕໍ່ເກີດຂື້ນ-ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ແລະ ຍັງຈະສືບຕໍ່ເປັນໄພຂົ່ມຂູ່ຕໍ່ປະຊາຄົມໂລກໃນຊຸມປີຕໍ່ ໜ້າ ເປັນຕົ້ນ ໄພນໍ້າຖ້ວມ, ແຫ້ງແລ້ງ, ດິນເຈື່ອນ, ລົມພາຍຸ, ພະຍາດລະບາດ, ແຜ່ນດິນໄຫວ ໃນນີ້ ລວມທັງ ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ລະບາດຢູ່ທົ່ວໂລກ ເວົ້າລວມ, ເວົ້າສະເພາະ ສປປ ລາວ ຊຶ່ງມັນ ໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ເສດຖະກິດ, ລະບົບນິເວດ, ທໍາມະຊາດ-ສິ່ງແວດລ້ອມ ແລະ ການດໍາລົງຊີວິດ ຂອງຄົນໃນສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ເປັນອຸປະສັກ, ກີດຂວາງຖ່ວງດຶງຄວາມກ້າວໜ້າໃນການພັດທະນາຂອງບັນດາປະເທດໃນໂລກ. ໃນໄລຍະຜ່ານມາ ກໍຄືປັດຈຸບັນ, ປະຊາຄົມໂລກ ເຫັນໄດ້ເຖິງຄວາມອັນຕະລາຍ ແລະ ຜົນກະທົບ ຂອງໄພພິບັດ ຈຶ່ງໄດ້ນຳເອົາບັນຫາການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຄຸ້ມຄອງໄພພິບັດ ເປັນບັນຫາສຳຄັນ ແລະ ເປັນບຸລິມະສິດຫຼັກ ໃນເວທີລະດັບໂລກ ແລະ ລະດັບພາກພື້ນ ເພື່ອຮ່ວມກັນຊອກຫາທຸກຊ່ອງທາງ ໃນການປ້ອງກັນ ແລະ ແກ້ໄຂຢ່າງຈິງຈັງ ແລະ ເປັນລະບົບ ເຊິ່ງໃນນັ້ນບັນຫາທີ່ສຳຄັນແມ່ນ ການຮັບຮອງເອົາບັນດານິຕິກຳ ກ່ຽວກັບ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ຂອງບັນດາຜູ້ນຳຂອງບັນດາປະເທດໃນໂລກ ເຊັ່ນ: ສັນຍາປາຣີ ວ່າດ້ວຍການປ່ຽນແປງທາງດິນຟ້າອາກາດ, ຂອບແຜນງານເຊັນໄດ ວ່າດ້ວຍ ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ສັນຍາອາຊຽນ ວ່າດ້ວຍ ການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ (AADMER), ຍຸດທະສາດ ແລະ ວິໄສທັດດ້ານການຄຸ້ມຄອງໄພພິບັດຮອດປີ 2025, ແຜນປະຕິບັດງານສັນຍາອາຊຽນ ວ່າດ້ວຍ ການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ 2021-2025 ແລະ ຖະແຫຼງການອາຊຽນ ວ່າດ້ວຍ ການຮ່ວມມືກັນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ ເຊິ່ງທັງຫມົດແມ່ນ ໄດ້ເປັນທິດທາງ ແລະ ບ່ອນອີງອັນສຳຄັນໃນການຈັດຕັ້ງປະຕິບັດ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ໄປຄຽງຄູ່ກັບຍຸດທະສາດການພັດທະນາແບບຍືນຍົງ (SDG) ຈົນຮອດປີ 2030. ນອກຈາກນິຕິກໍາຕ່າງໆນັ້ນແລ້ວ, ອາຊຽນ ກໍໄດ້ສ້າງຕັ້ງສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳອາຊຽນ (AHA Centre) ເຮັດໜ້າທີ່ບົດບາດ ເປັນສູນກາງຊ່ວຍເຫຼືອດ້ານການຮ່ວມມື ແລະ ປະສານງານຂອງບັນດາປະເທດສະມາຊິກອາຊຽນໃນການກຽມພ້ອມ ແລະ ຊ່ວຍເຫຼືອຕອບໂຕ້ສຸກເສີນ ລວມທັງການປະສານງານຮ່ວມກັບຝ່າຍຕ່າງໆ ເປັນຕົ້ນ ອົງການ ສປຊ ແລະ ອົງການຈັດຕັ້ງສາກົນ ໃນການສົ່ງເສີມການຮ່ວມມືໃນລະດັບພາກພື້ນ ກ່ຽວກັບການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການຄຸ້ມຄອງໄພພິບັດ, ການຮ່ວມມືກັບບັນດາປະເທດອາຊຽນບວກສາມ ແລະ ປະເທດຄູ່ເຈລະຈາ ທາງດ້ານການແລກປ່ຽນບົດຮຽນ, ປະສົບການ, ເຕັກນິກວິຊາການ, ວັດຖຸ-ອຸປະກອນຕ່າງໆ ແລະ ທຶນຮອນເຂົ້າໃນວຽກງານດັ່ງກ່າວ, ເຊິ່ງເຫັນໄດ້ວ່າ ມີຄວາມຄືບໜ້າ ແລະ ເປັນຮູບປະທໍາຫຼາຍຂຶ້ນ. ສໍາລັບ ສປປ ລາວ, ພວກເຮົາ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງສົມຄວນ ຈາກໄພພິບັດທໍາມະຊາດ ຊຶ່ງນັບແຕ່ປີ 2000 ເປັນຕົ້ນມາ, ມີເຫດການໄພພິບັດເກີດຂື້ນທຸກໆປີ ແລະ ມີຄວາມຮຸນແຮງເພີ່ມຂື້ນ ສ້າງຜົນກະທົບ ແລະ ຄວາມເສຍຫາຍຫຼວງຫຼາຍ ຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງປະເທດ, ເປັນຕົ້ນ ເຫດການໄພພິບັດນໍ້າຖ້ວມເກີດຂື້ນໃນປີ 2018, 2019 ແລະ ປີ 2020 ທີ່ຜ່ານມາ ຖືວ່າເປັນຄັ້ງປະຫວັດສາດ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງ ແລະ ໜັກໜ່ວງ ເຫດການດັ່ງກ່າວແມ່ນມີສາເຫດມາຈາກ ທັງທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂື້ນ, ເຮັດໃຫ້ປະຊາຊົນຕ້ອງເສຍຊີວິດ ແລະ ສູນຫາຍເປັນຈໍານວນຫຼາຍ, ໂຄງລ່າງພື້ນຖານດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 4 ພັນຕື້ກວ່າກີບ. ຕໍ່ກັບສະພາບດັ່ງກ່າວ ລັດຖະບານ ຕ້ອງໄດ້ນໍາໃຊ້ງົບປະມານຫຼວງຫຼາຍເຂົ້າໃນການແກ້ໄຂ ທັງໄລຍະສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດ ລວມທັງການປະກອບສ່ວນສະໜັບສະໜູນຂອງບັນດາປະເທດເພື່ອນມິດ, ອາຊຽນ, ອົງການຈັດຕັ້ງສາກົນ ແລະ ສັງຄົມ ເຂົ້າໃນການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່, ເສດຖະກິດ ແລະ ພື້ນຖານໂຄ່ງລ່າງທີ່ຈຳເປັນໃຫ້ກັບຄືນສູ່ສະພາບປົກກະຕິ. ນອກຈາກໄພພິບັດທາງທຳມະຊາດແລ້ວ, ພວກເຮົາຍັງໄດ້ຮັບຜົນກະທົບຈາກການລະບາດ ຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະ ກະທົບຕໍ່ເສດຖະກິດ ຂອງປະເທດ ເປັນຕົ້ນ - ດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນຈາກພາກທຸລະກິດ, ລາຍຮັບເຂົ້າງົບປະມານລັດ, ການເຕີບໂຕຂອງເສດຖະກິດ (GDP), ທຶນພັດທະນາ, ອື່ນໆ. ບັນຫາການລະບາດຂອງພະຍາດໂຄວິດ 19 ຍັງສືບຕໍ່ເພີ່ມທະວີຂື້ນຢູ່ໃນໂລກ ແລະ ສົ່ງຜົນກະທົບຕໍ່ເສດຖະກິດ ຂອງ ສປປ ລາວ, ໂດຍສະເພາະ ຂະແໜງການການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ, ອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ ຍັງສືບຕໍ່ໄດ້ຮັບຜົນກະທົບ, ສະພາບການວ່າງງານຍັງສືບຕໍ່ເພີ່ມຂື້ນ ເນື່ອງຈາກແຮງງານທີ່ກັບຈາກຕ່າງປະເທດມີຄວາມຫຍຸ້ງຍາກໃນການຊອກວຽກເຮັດງານທໍາ ບວກກັບບາງຫົວໜ່ວຍທຸລະກິດທີ່ຢູ່ພາຍໃນປະເທດຈໍາເປັນຕ້ອງໄດ້ຫຼຸດຜ່ອນຈໍານວນແຮງງານລົງ. ຕໍ່ກັບບັນທີ່ທ້າທາຍດັ່ງກ່າວນັ້ນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ມີຄວາມຮັບຮູ້ສູງ ແລະ ໃຫ້ຄວາມສໍາຄັນ ຕໍ່ວຽກງານຄຸ້ມຄອງໄພພິບັດ, ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍຂອບວຽກງານຂອງສາກົນ ແລະ ພາກພື້ນ ເຂົ້າສູ່ການປະຕິບັດຕົວຈິງຢູ່ລະດັບຊາດ ດ້ວຍຫຼາຍຮູບການ ທັງການກໍານົດນະໂຍບາຍ, ສ້າງກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ແລະ ບຸກຄະລາກອນໃນຫລາຍຂະແໜງການ ເປັນຕົ້ນ: ລະບົບການພະຍາກອນ ແລະ ການເຕືອນໄພລ່ວງໜ້າ, ການຫຼຸດຜ່ອນຄວາມສ່ຽງ ແລະ ການໂຄສະນາສຶກສາອົບຮົມ ແລະ ສ້າງຈິດສໍານຶກຊຸມຊົນທົ່ວສັງຄົມ, ຄວາມພ້ອມໃນການຮັບມືກັບສະພາບໄພພິບັດ ແລະ ການຄຸ້ມຄອງເຫດການສຸກເສີນ ແລະ ອື່ນໆ. ພ້ອມນີ້, ກໍໄດ້ສຸມໃສ່ປະຕິບັດ ການປ້ອງກັນ ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອຫຼຸດຜ່ອນໄພພິບັດຈາກທໍາມະຊາດ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຍ້ອນຜົນກະທົບຂອງໄພພິບັດ ແລະ ຄວາມສໍາຄັນໃນການກຽມພ້ອມ, ປ້ອງກັນ ແລະ ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ ທີ່ໄດ້ກ່າວມາຂ້າງເທິງນັ້ນ, ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ປີ 2004 ໄດ້ຮ່ວມກັນປຶກສາຫາລື ແລະ ເອກະພາບກໍານົດເອົາ ວັນທີ 13 ຂອງ ເດືອນ ຕຸລາ ຂອງທຸກໆປີ ເປັນວັນຄຸ້ມຄອງໄພພິບັດອາຊຽນ ຊື່ງເປັນວັນດຽວກັນກັບ ວັນຫລຸດຜ່ອນຄວາມສ່ຽງໄພພິບັດສາກົນ ທີ່ສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາໃນປີ 1989. ດັ່ງນັ້ນ, ນັບແຕ່ປີ 2005 ເປັນຕົ້ນມາ ສປປ ລາວ ກໍຄືບັນດາປະເທດສະມາຊິກອາຊຽນ ໄດ້ຈັດບັນດາກິດຈະກໍາເພື່ອໂຄສະນາປູກຈິດສໍານຶກ ໃຫ້ແກ່ສັງຄົມ, ການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມອັນຕະລາຍ, ຄວາມສ່ຽງ ແລະ ຜົນຮ້າຍຂອງໄພພິບັດ ກໍຄື ຜົນກະທົບ ແລະ ຄວາມເສຍຫາຍຈາກໄພພິບັດ, ຖືສໍາຄັນດ້ານການກຽມພ້ອມ, ປ້ອງກັນ ແລະ ຫຼຸດຜ່ອນຄວາມສູນເສຍຈາກໄພພິບັດ. ຄໍາຂວັນຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນແຕ່ລະປີ ແມ່ນມີການກໍານົດເນື້ອໃນທີ່ແຕກຕ່າງກັນ, ສໍາລັບປີ 2021 ນີ້, ສາກົນ ໄດ້ກໍານົດເອົາຄໍາຂວັນໃນຫົວຂໍ້ “ຮ່ວມໃຈກັນເພື່ອປົກປ້ອງໂລກຂອງເຮົາ” “ONLY TOGETHER – CAN WE SAVE THE PLANET!”. ສໍາລັບ ສປປ ລາວ ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ຢູ່ໃນມາດຕາ 68 ໄດ້ກຳນົດເອົາ ວັນ 13 ຕຸລາ ຂອງທຸກໆປີ ເປັນວັນຄຸ້ມຄອງໄພພິບັດແຫ່ງຊາດ, ເພື່ອຜັນຂະຫຍາຍກົດໝາຍດັ່ງກ່າວ ປີນີ້ໄດ້ກຳນົດເອົາຄໍາຂວັນ ຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ ກໍຄືວັນຄຸ້ມຄອງໄພພິບັດແຫ່ງຊາດ ຄື: “ຮ່ວມໃຈກັນເພື່ອປົກປ້ອງໂລກຂອງເຮົາ”. ສະນັ້ນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂອງລັດ ແລະ ຄູ່ຮ່ວມງານສາກົນ ຈຶ່ງຈັດກິດຈະກໍາວັນຄຸ້ມຄອງໄພພິບັດແຫ່ງຊາດ ໂດຍມີຈຸດປະສົງ ເພື່ອໂຄສະນາປູກຈິດສໍານຶກໃຫ້ສັງຄົມ ແລະ ຊຸມຊົນ ໄດ້ມີສະຕິ ແລະ ມີສ່ວນຮ່ວມເຂົ້າໃນວຽກງານຄຸ້ມຄອງໄພພິບັດ ເປັນຕົ້ນ ການປ້ອງກັນ, ຄວບຄຸມ ແລະ ຟຶ້ນຟູຄືນຫຼັງໄພພິບັດ ໂດຍອີງຕາມສະພາບເງື່ອນໄຂຕົວຈິງ ເຊັ່ນ: ຈັດພິມເສື້ອໂຄສະນາວຽກງານຄຸ້ມຄອງໄພພິບັດ, ຈັດສ້າງວີດີໂອສັ້ນ ການປຸກລະດົມການປະກອບສ່ວນໃນວຽກງານຄຸ້ມຄອງໄພພິບັດ, ການປະ ກອບສ່ວນຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຂອງອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ແລະ ກິດຈະກຳອື່ນໆຈຳນວນໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ