ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍທະຫານຊາຍແດນ 116 ປິດຊຸດອົບຮົມຫັດແອບປະຈໍາໄຕມາດ II ປີ 2021
ເວລາອອກຂ່າວ: 2021-10-13 11:48:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ວັນທີ 1 ຕຸລາ 2021 ນີ້, ກອງຮ້ອຍທະຫານຊາຍແດນ 116 ໄດ້ປິດຊຸດອົບຮົມການເມືອງ - ການທະຫານ, ພະລາທິການ - ເຕັກນິກ ແລະ ວິຊາສະເພາະຊາຍແດນ ປະຈຳໄຕມາດ II ປີ 2021 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ ມີສະຫາຍ ສົມຈິດ ສິດທິວົງ ເຈົ້າເມືອງໆໃໝ່ ປະທານກຳມະການ ປກຊ - ປກສ ເມືອງ,ຄະນະພັກ, ຄະນະບັນຊາກອງຮ້ອຍ, ພະນັກງານຂັ້ນແຂວງ, ເມືອງ ແລະ ພະນັກງານ - ນັກຮົບເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສຸກສົມຫວັງ ຫົວໜ້າການທະຫານກອງຮ້ອຍ 116 ໄດ້ຜ່ານບົດສະຫຼຸບຕະຫຼອດໄລຍະອົບຮົມຫັດແອບໃຫ້ຮູ້ວ່າ: ພາກການເມືອງບັນລຸໄດ້ 99,99%, ພາກລະບຽບ 87,99%, ພາກສິລະປະຍຸດ 81,32%, ພາກຍຸດທະວິທີ 99,99%, ພາກຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 87,99%, ຍິງລູກປືນແທ້ 99,99%, ພາກພະລາທິການ 99,99%, ແລະ ພາກວິຊາສະເພາະຊາຍແດນ 99,98%. ໃນພິທີດັ່ງກ່າວ, ສະຫາຍປະທານ ໄດ້ໂອລົມຕໍ່ພິທີ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກອງຮ້ອຍພ້ອມດ້ວຍພະນັກງານ - ນັກຮົບທີ່ໄດ້ສຳເລັດການອົບຮົມຫັດແອບໃນຊຸດນີ້ ແລະ ຮັກສາໄດ້ຄວາມສະຫງົບປອດໄພ 100% ພ້ອມທັງໄດ້ຮຽກຮ້ອງໃຫ້ພະນັກງານ - ນັກຮົບ ພາຍຫຼັງທີ່ໄດ້ອົບຮົມຫັດແອບແລ້ວຈົ່ງນຳເອົາບົດຮຽນດັ່ງກ່າວໄປນຳໃຊ້ເຂົ້າໃນໜ້າວຽກຕົວຈິງຂອງຕົນໃຫ້ໄດ້ຮັບໝາກຜົນສູງສຸດ, ດຸໝັ້ນຄົ້ນຄວ້າຮໍ່າຮຽນຄຸນສົມບັດສິນທຳປະຕິວັດເຄົາລົບຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າທີ່ກົມກອງຕັ້ງທັບຢູ່, ພົວພັນຮ່ວມມືຮອບດ້ານກັບກົມກອງ ແລະ ອໍານາດການປົກຄອງທ້ອງຖິ່ນໃນຄວາມຮັບຜິດຊອບຂອງຕົນ, ດຸໝັ່ນຂະຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ, ປັບປຸງຊີວິດການເປັນຢູ່ຂອງພະນັກງານ - ນັກຮົບ, ຄອບຄົວ ແລະ ກົມກອງໃຫ້ດີຂື້ນເທື່ອລະກ້າວ. ໃນໂອກາດດຽວກັນ, ສະຫາຍ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມດ້ວຍຄະນະໄດ້ມອບລົດຈັກ ຈໍານວນ 1 ຄັນ, ເຄື່ອງກີລາ ແລະ ເງິນສົດຈໍານວນໜຶ່ງໃຫ້ກອງຮ້ອຍດັ່ງກ່າວລວມມູນຄ່າທັງໝົດ 18 ລ້ານກວ່າກີບ ເຊິ່ງກ່າວຮັບໂດຍ ສະຫາຍ ພັນໂທ ສຸກສົມຫວັງ ຫົວໜ້າການທະຫານກອງຮ້ອຍ 116 ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ຄະນະຂັ້ນແຂວງ, ເມືອງ ແລະ ບໍລິສັດກໍ່ສ້າງ, ໄດ້ລົງສໍາຫຼວດຈຸດຕັ້ງປ້ອມ 2 ຈຸດຄື: ປ້ອມຫ້ວຍເຮັຍ ແລະ ປ້ອມຫ້ວຍຈຸງ ຕື່ມອີກ. ຂ່າວ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ