ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຂະບວນວິວັດ ແຫ່ງການພັດທະນາຂະແໜງ ທະນາຄານ ບົນຍ່ານທາງ 53 ປີ
ເວລາອອກຂ່າວ: 2021-10-06 11:32:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



(ເນື່ອງໃນວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 53 ປີ (7 ຕຸລາ 1968-7 ຕຸລາ 2021) ທະນາຄານປະເທດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 7 ຕຸລາ 1968 ທີ່ເມືອງວຽງໄຊ ແຂວງຫົວພັນ ໂດຍການຊີ້ນຳ-ນຳພາຂອງພັກ ກໍ່ຄືສູນກາງແນວລາວສ້າງຊາດ ມີໜ້າທີ່ພິມຈຳໜ່າຍເງິນກີບປົດປ່ອຍອອກຈໍລະຈອນ ແລະຄຸ້ມຄອງ-ນຳພາວຽກງານທະນາຄານຢູ່ເຂດປົດປ່ອຍ ທັງເປັນຄັງເງິນຮັບໃຊ້ເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາສຳນັກງານ-ອົງການອ້ອມຂ້າງສູນກາງ ແລະເຂດພິເສດ, ປະ ຕິບັດນະໂຍບາຍສິນເຊື່ອ ເພື່ອຂະຫຍາຍການຜະລິດ ແລະທັງເປັນການຕໍ່ສູ້ດ້ານເງິນຕາກັບຝ່າຍສັດຕູ. ພາຍຫຼັງປະເທດຊາດ ໄດ້ຮັບການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975; ພັກເຮົາ ໄດ້ວາງ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຊຶ່ງໄລຍະນີ້ປ່ຽນຊື່ເປັນ “ທະນາຄານແຫ່ງຊາດ” ແລະໄດ້ປະຕິຮູບລະບອບເງິນຕາ ດ້ວຍການປ່ຽນເງິນກີບວຽງຈັນ ເອົາເງິນກີບປົດປ່ອຍໃນປີ 1976 ເພື່ອນໍາໃຊ້ເງິນກີບປົດປ່ອຍສະກຸນດຽວ ຢ່າງເປັນເອກະພາບໃນທົ່ວປະເທດ; ພ້ອມນີ້, ຍັງປັບປຸງ ແລະຂະຫຍາຍສາຂາໃນທົ່ວປະເທດ ເພື່ອຮັບໃຊ້ນະໂຍບາຍຂອງພັກ-ລັດຖະບານໃນການພັດທະນາເສດຖະກິດ ປະ ກອບສວນເຂົ້າໃນການຟື້ນຟູເສດຖະກິດຫຼັງສົງຄາມ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ອຸດສາຫະກໍາ-ການຄ້າ ແລະການຄຸ້ມຄອງການຈໍລະຈອນເງິນຕາ. ພາຍໃຕ້ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ (ປີ 1986) ໃນພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ຊຶ່ງມີການຫັນປ່ຽນໃໝ່ທາງດ້ານເສດຖະກິດຢ່າງເລິກເຊິ່ງ; ໃນປີ 1988, ສະພາລັດຖະມົນຕີ ໄດ້ມີມະຕິຕົກລົງ ວ່າດ້ວຍການຫັນລະບົບທະນາຄານໄປສູ່ກົນໄກໄລ່ລຽງເສດຖະກິດ; ກອງປະຊຸມທະນາຄານ ທົ່ວປະເທດ ຄັ້ງທີ I (1989), ທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານສະພາລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາວ່າ: “ທະນາຄານ ເປັນສິ່ງຄໍ້າຊຸກຍູ້ໜູນເສດຖະກິດສິນຄ້າ...ການຂະຫຍາຍລະບົບທະນາຄານເຂັ້ມແຂງພຽງພໍ ເພື່ອສ້າງທ່ວງທ່າ ໃຫ້ແກ່ການຫັນປ່ຽນເສດຖະກິດທໍາມະຊາດ ໄປສູ່ເສດຖະກິດສິນຄ້າ ແມ່ນຄວາມຈໍາເປັນພາວະວິໄສ ສໍາລັບພາລະກິດ ກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ"; ພ້ອມນັ້ນ, ຍັງຮັບຮອງເອົາແຜນການປະຕິຮູບ ລະບົບທະນາຄານຈາກຂັ້ນດຽວມາເປັນລະບົບທະນາຄານສອງຊັ້ນ ໂດຍແຍກບົດບາດຢ່າງຈະແຈ້ງ ລະຫວ່າງທະນາ ຄານກາງກັບທະນາຄານທຸລະກິດ ໂດຍປ່ຽນຊື່ເປັນ "ທຫລ” ເປັນທະນາຄານກາງຂອງປະເທດ ເຮັດໜ້າທີ່ຄຸ້ມຄອງມະຫາພາກທາງດ້ານເງິນ ຕາ; ສ່ວນສາຂາທີ່ຢູ່ທ້ອງຖິ່ນໃນເມື່ອກ່ອນ ຫັນເປັນທະນາຄານທຸລະກິດລັດທີ່ມີສໍານັກງານຕັ້ງຢູ່ພາກຕ່າງໆຂອງປະເທດ ເພື່ອເຮັດບົດບາດ ຈຸລະພາກເຄື່ອນໄຫວໄລ່ລຽງທຸລະກິດ. ຈາກນັ້ນມາ, ຂະແໜງທະນາຄານ ໄດ້ກ້າວເຂົ້າສູ່ໄລຍະແຫ່ງການປ່ຽນແປງໃໝ່; ສະພາປະຊາຊົນສູງສຸດ ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການສ້າງຕັ້ງ ທຫລ ໃນປີ 1990 ທີ່ກໍານົດພາລະບົດບາດແລະໜ້າທີ່ການເຄື່ອນໄຫວຂອງ ທຫລ ໃນການຄຸ້ມຄອງມະຫາພາກດ້ານ ເງິນຕາ, ຮັກສາສະຖຽນລະພາບຄ່າເງິນກີບ ໃຫ້ໝັ້ນທ່ຽງທັງພາຍໃນ ແລະສາກົນ; ປີ 1992, ລັດຖະບານໄດ້ອອກດໍາລັດ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວທະນາຄານທຸລະກິດ ແລະສະຖາບັນການເງິນ; ໃນປີ 2006 ໄດ້ຖືກຮັບຮອງເປັນກົດໝາຍ ວ່າດ້ວຍທະນາຄານທຸລະກິດ ແລະ ທຫລ ປະຕິບັດພາລະບົດບາດຂອງຕົນ ຕອບສະໜອງກັບແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ, ເຊື່ອມໂຍງສູ່ພາກພື້ນ ແລະສາກົນ; ປັບປຸງເຄື່ອງມື, ກົນໄກ ແລະນະໂຍ ບາຍທາງດ້ານນະໂຍບາຍເງິນຕາ, ອັດຕາແລກປ່ຽນ-ອັດຕາດອກເບ້ຍ, ພັດທະນາພື້ນຖານດ້ານນິຕິກໍາ, ພັດທະນາລະບົບພື້ນຖານໂຄງລ່າງທາງດ້ານການເງິນເປັນລະບົບຄົບຊຸດ, ຕິດຕາມກວດກາຄຸ້ມຄອງລະບົບທະນາຄານ ແລະສະຖາບັນການເງິນ; ພັດທະນາວຽກງານຕະຫຼາດທຶນ-ຕະຫຼາດຫຼັກຊັບ, ວຽກງານບັນຊີ ແລະຊໍາລະສະສາງ ສາມາດຮັກສາຖຽນລະພາບເງິນຕາແຫ່ງຊາດໄວ້ໄດ້ ໂດຍອັດຕາເງິນເຟີ້ ສະເລ່ຍ ຕໍ່າກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ, ອັດຕາແລກປ່ຽນເໜັງຕີງໃນຂອບທີ່ໄດ້ກໍານົດໄວ້, ຄັງສໍາຮອງເງິນຕາຕ່າງປະເທດ ສະ ເລ່ຍຢູ່ໃນລະດັບທີ່ສາມາດກຸ້ມການນໍາເຂົ້າຕາມແຜນ: ປະລິມານເງິນຂະຫຍາຍຕົວໃນຈັງຫວະ ທີ່ສອດຄ່ອງກັບຈັງຫວະການຂະຫຍາຍຕົວຂອງເສດຖະກິດ. ຜ່ານຂະບວນວິວັດແຫ່ງການກໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວ ບົນຍ່ານທາງ 53 ປີ ພາຍໃຕ້ການນໍາພາ ຊີ້ນໍາຂອງສູນກາງພັກ ແລະລັດຖະບານ; ຂະແໜງການທະນາຄານ ໂດຍສະເພາະ ທຫລ ໄດ້ຮັບການພັດທະນາຂຶ້ນບໍ່ຢຸດຢັ້ງ ເປັນຕົ້ນວຽກງານພັກ ແລະວຽກງານວິຊາສະເພາະ ໄດ້ຮັບການຍົກສູງຂຶ້ນທາງດ້ານປະລິມານ ແລະຄຸນນະພາບ ຊຶ່ງຖືເອົາວຽກງານການເມືອງ-ແນວຄິດ ເປັນບັນຫາສໍາຄັນຕົ້ນຕໍ ໂດຍຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ “ຮັກຊາດ ແລະພັດທະນາ ຕິດພັນກັບການຮັກສະຖຽນລະພາບເງິນຕາ ແລະສະໜອງທຶນແກ້ໄຂຄວາມ ທຸກຍາກ” ໂດຍຈັດຕັັ້ງປະຕິບັດນະໂຍບາຍເງິນຕາ ແລະນະໂຍບາຍອັດຕາແລກປ່ຽນໃຫ້ສອດຄ່ອງກັບສະພາບແຕ່ລະໄລຍະ, ນໍາໃຊ້ເຄືີ່ອງມືທາງອ້ອມເປັນຕົ້ນຕໍ ເປັນຕົ້ນອັດຕາດອກເບ້ຍພື້ນຖານຂອງ ທຫລ, ອັດຕາສ່ວນເງິນແຮຝາກບັງຄັບ ແລະຕະ ຫຼາດເປີດ. ນອກນີ້, ທຫລ ຍັງຊ່ວຍແກ້ໄຂຄວາມຫຍຸ້ງຍາກ ທາງດ້ານງົບປະມານໃນເວລາຈໍາເປັນ; ຄຸ້ມຄອງອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີີ່ມີການຄຸ້ມຄອງຂອງລັດ ດ້ວຍການກໍານົດອັດຕາແລກປ່ຽນອ້າງອີງປະຈໍາວັນ ໃຫ້ທະນາຄານທຸລະກິດ ແລະຮ້ານແລກປ່ຽນເງິນຕາປະຕິບັດ ແລະດັດສົມເງິນຕາຕ່າງປະເທດໃຫ້ສັງຄົມ ເມືີ່ອມີຄວາມຈໍາເປັນ; ຈັດຕັັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ດ້ວຍການຕິດຕາມກະແສເງິນທຶນໄຫຼເຂົ້າ-ອອກ ຜ່ານລະບົບທະນາຄານ; ກວດກາ ແລະປະຕິບັດມາດຕະການ ຕໍ່ຮ້ານແລກປ່ຽນເງິນຕາທີີ່ເຄືີ່ອນໄຫວ ບໍ່ສອດຄ່ອງກັບລະ ບຽບກົດໝາຍ ດ້ວຍການກ່າວເຕືອນ, ປັບໄໝ ແລະຖອນໃບອະນຸຍາດຈຳນວນໜຶ່ງ. ພ້ອມນັ້ນ, ຍັງພັດທະນາການບໍລິການດ້ານການເງິນ ແລະການເຂົ້າເຖິງແຫຼ່ງທຶນ, ຊຸກຍູ້ໃຫ້ທະນາຄານທຸລະກິດ ເປັນເຈົ້າການພັດ ທະນາຜະລິດຕະພັນໃຫ້ຫຼາກຫຼາຍ, ປັບປຸງການບໍລິການໃຫ້ທັນສະໄໝ, ລະດົມເງິນຝາກຈາກສັງຄົມດ້ວຍຫຼາຍຮູບການ ເພືີ່ອເປັນແຫຼ່ງທຶນ ຊຸກຍູ້ພື້ນຖານເສດຖະກິດ; ພ້ອມທັງສ້າງເງືີ່ອນໄຂອໍານວຍ ໃຫ້ທະນາຄານທຸລະກິດປ່ອຍສິນເຊືີ່ອແກ່ການຜະລິດສິນຄ້າພາຍໃນປະເທດ ແລະເພືີ່ອການສົົ່ງອອກ. ໃນສະພາບເສດຖະກິດພົບກັບໄພທໍາມະຊາດ ແລະພະຍາດລະບາດ, ທຫລ ໄດ້ອອກນະໂຍບາຍສິນເຊືີ່ອສະເພາະ ເພືີ່ອຊ່ວຍບັນເທົາ ແລະຟື້ນຟູການດໍາເນີນທຸລະກິດຂອງລູກຄ້າ ດ້ວຍການປະຕິບັດນະໂຍບາຍເລືີ່ອນການຊໍາລະຕົ້ນທຶນ, ດອກເບ້ຍ ແລະອັດສີດເງິນບ້ວງໃໝ່ໃຫ້ແກ່ລູກຄ້າ ທີ່ໄດ້ຮັບຜົນກະທົບຕາມຄວາມເໝາະສົມ; ຈັດຕັັ້ງປະຕິບັດໂຄງການສິນເຊືີ່ອສະເພາະກິດຂອງ ທຫລ ເພືີ່ອຊຸກຍູ້ການຜະລິດ ແລະແກ້ໄຂຜົນກະທົບຈາກພະຍາດລະບາດໂຄວິດ-19 ດ້ວຍການສະໜອງແຫຼ່ງທຶນດອກເບ້ຍຕໍ່າ ຜ່ານທະນາຄານທຸລະກິດທີີ່ເຂົ້າຮ່ວມໂຄງການ. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມຂະແໜງທະນາຄານ (03.08.2021) ວ່າ: ໃນເງື່ອນໄຂສະພາບການຕົວຈິງໃນປະຈຸບັນ ຢູ່ພາຍໃນປະເທດພວກເຮົາຍັງມີຫຼາຍບັນຫາ ແລະສິ່ງທ້າທ້າຍໜັກໜ່ວງ ກ່ຽວກັບຄວາມຫຍຸ້ງຍາກໃນດ້ານການເງິນ-ເງິນຕາ, ບັນຫາການຂາດດຸນງົບປະມານ, ບັນຫາໜີ້ສິນທັງພາຍໃນ ແລະຕ່າງປະເທດທີ່ຊໍາເຮື້ອ ບວກກັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ແລະໄພທຳມະຊາດທີ່ເກີດຂຶ້ນຕໍ່ເນື່ອງ; ສະນັ້ນ, ທຫລ ຕ້ອງເປັນເຈົ້າການນໍາທາງຮັກສາສະ ເຖຍລະພາບທາງດ້ານເງິນຕາໃຫ້ໝັ້ນທ່ຽງ; ສ້າງທຸກເງື່ອນໄຂໃຫ້ກະແສເງິນຕາ ທີ່ໄຫຼວຽນຢູ່ໃນເສດຖະກິດຂອງພວກເຮົາເຂົ້າຜ່ານລະບົບທະ ນາຄານ; ຕັ້ງໜ້າແກ້ໄຂບັນຫາການບໍລິຫານຄວາມສ່ຽງຂອງສະຖາບັນການເງິນ ໃຫ້ຢູ່ໃນສະພາບ ທີ່ດີກວ່າຜ່ານມາ; ສືບຕໍ່ວຽກງານຫັນເປັນທັນສະໄໝໃນລະບົບການຊຳລະສະສາງຂອງທະນາຄານ; ສໍາລັບຕະຫຼາດທຶນກໍ່ຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງ, ສືບຕໍ່ໂຄສະນາເຜີຍແຜ່ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ກ່ຽວກັບປະໂຫຍດຂອງຕະຫຼາດທຶນ, ຊຸກຍູ້ບັນດາບໍລິສັດສໍາຄັນຕ່າງໆ ປັບປຸງຕົວເອງເຂົ້າລະດົມທຶນຜ່ານກົນໄກດັ່ງກ່າວ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ