ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປກຊ  ແລະ ປກສ ແຂວງໄຊສົມບູນມອບ - ຮັບ ອາວຸດລ່າສັດ ທີ່ຢຶດໄດ້  
ເວລາອອກຂ່າວ: 2021-10-06 11:30:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1129 | ຄວາມນິຍົມ:



ໃນ ວັນທີ 5 ຕຸລາ 2021ນີ້ . ທີ່ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ມີການມອບ - ຮັບ ອາວຸດລ່າສັດ ທີ່ທະຫານແຂວງສາມາດຢືດມາໄດ້,ໂດຍການເຂົ້າຮ່ວມ ຂອງ ສະຫາຍ ບຸນໜອມ ທຳທອງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊສົມບູນ ມີ ສະຫາຍ ພັນໂທ ສົມສັກ ສຸດາລັດ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມຄະນະເຂົ້າຮ່ວມ. ອາວຸດລ່າສັດທີ່ນຳມາມອບ ໃຫ້ແກ່ ປກສ ແຂວງໃນຄັ້ງນີ້ ມີຈຳນວນ 46 ກະບອກ, ເຊິ່ງມອບໂດຍ ສະຫາຍ ພັນໂທ ບຸນໜອມ ທຳທອງ ແລະ ສະຫາຍໄດ້ກ່າວວ່າອາວຸດດັ່ງກ່າວແມ່ນກຳລັງທະຫານແຂວງຢືດມາໄດ້ ໃນໄລຍະລົງເຄື່ອນໄຫວ, ປະຕິບັດວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບ ແລະ ເຂດຫ່າງໄກຊອກຫຼີກ ຈື່ງນຳມາມອບໃຫ້ກອງບັນຊາການ ປກສ ແຂວງ ເກັບຮັກສາ ແລະ ທຳລາຍຕາມລະບຽບການ, ໂອກາດດັ່ງກາວ, ສະຫາຍ ພັນໂທ ສົມສັກ ສຸດາລັດ  ໄດ້ກ່າວຮັບ ພ້ອມສະແດງຄວາມຂອບໃຈຕໍ່ ຄະນະພັກ - ຄະນະບັນຊາ ທະຫານແຂວງໄຊສົມບູນ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງ ທີ່ຊ່ວຍເປັນເຈົ້າການກວດກາເກັບກູ້ຮື່ອາວຸດລ່າສັດ, ອາວຸດດັບແປງ ທີ່ຜິດກົດລະບຽບ . ພ້ອມກ່າວວ່າຈະນຳເອົາອາວຸດທີ່ໄດ້ຮັບໄປເກັບຮັກສາ ແລະ ທຳລາຍຕາມແຈ້ງການຂອງປະທານ, ຄະນະປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ຕາມລະບຽບການ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ