ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ນາງ ດາຫິວ ມູນນິວົງ ມອບຜ້າປິດ ປາກ-ດັງ ໃຫ້ກອງໂທລະພາບກອງທັບ
ເວລາອອກຂ່າວ: 2021-10-04 15:22:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1180 | ຄວາມນິຍົມ:



ວັນທີ 1 ຕຸລາ 2021 ຜ່ານມານີ້, ທ່ານ ນາງ ດາຫິວ ມູນນິວົງ ໄດ້ນໍາເອົາຜ້າປິດ ປາກ-ດັງ ມາມອບໃຫ້ກອງໂທລະພາບກອງທັບ ເພື່ອເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອເຂົ້າໃນການປະຕິບັດໜ້າທີ່ຮັບໃຊ້ ວຽກງານຂອງກອງໂທລະພາບກອງທັບໃນການເປັນສື່ມວນຊົນໃຫ້ກັບສັງຄົມ ໃນການລົງເກັບກໍາຂ່າວ ປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໃນ ເວລານີ້ ຈຳນວນ 500 ກ່ອງ ລວມມູນຄ່າ 5 ລ້ານກີບ. ໂດຍການກ່າວຮັບຂອງສະຫາຍ ພັນໂທ ອຳພອນ ອານຸວົງ ຮອງຫົວໜ້າການເມືອງ ກອງໂທລະພາບກອງທັບ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງ ທີ່ໄດ້ແບ່ງປັນນໍ້າໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງມັນສະແດງເຖິງຄວາມເສຍສະຫຼະ, ຄວາມເປັນຫ່ວງເປັນໃຍ, ຄວາມສາມະຄີ ທັງເປັນກຳລັງໃຈໃຫ້ແກ່ພະນັກງານທີ່ກຳລັງປະຕິບັດໜ້າທີ່ ແລະ ອວຍພອນໄຊໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວມີຄວາມຈະເລີນກ້າວໜ້າສຳເລັດທຸກວຽກງານ ໂດຍ ນ.ມີນາໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ