ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ມອບເຄື່ອງໃຫ້ໜ່ວຍສະເພາະກິດສະກັດກັ້ນພະຍາດໂຄວິດ ກຸ່ມໂຄກສີວິໄລ
ເວລາອອກຂ່າວ: 2021-10-01 15:11:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1212 | ຄວາມນິຍົມ:



ວັນທີ 30 ກັນຍາ 2021ນີ້, ວິທະຍາຄານເຕັກນິກການທະຫານ ແລະ ຫ້ອງພະລາທິການໄດ້ນໍາເອົາເຄື່ອງຈໍານວນໜຶ່ງ ມາມອບໃຫ້ໜ່ວຍສະເພາະກິດ ກຸ່ມບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕາງໜ້າກ່າວມອບໂດຍ ສະຫາຍ ພັນໂທ ຄໍາຕາ ນາມຄໍາພາວົງ ຮອງຫົວໜ້າຫ້ອງພະລາທິການ ວິທະຍາຄານເຕັກນິກການທະຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ ນ້ຳດື່ມຈໍານວນ 5 ແພັກ, ໝີ່ສໍາເລັດຮູບ ຈໍານວນ 2 ແກັດ, ເຄື່ອງດື່ມຈໍານວນ 1 ແກັດ ແລະ ກາເຟ 1 ຖົງ ທັງນີ້ກໍເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ເຈົ້າໜ້າທີ່, ອໍານາດການປົກຄອງ ກໍຄືຄະນະສະເພາະກິດກຸ່ມ ບ້ານໂຄກສີວິໄລ ທີ່ພວມປະຕິບັດໜ້າທີ່ຢູ່ດ່ານກວດກາຄົນເຂົ້າ-ອອກບ້ານຂອງຕົນ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ 19, ເປັນການສົ່ງເສີມກໍາລັງແຮງກາຍ, ກໍາລັງໃຈໃຫ້ເຈົ້າໜ້າທີ່ດັ່ງກ່າວ ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ ພ້ອມທັງສະແດງເຖິງຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີ ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໃຫ້ຫຼຸດໜ້ອຍຖອຍລົງ. ໃນໂອກາດກ່າວຮັບ ທ່ານ ຄຳໝູນ ພົມມະເທບ ເລຂາພັກບ້ານໂຄກສີວິໄລ ຕາງໜ້າໃຫ້ອໍານາດການປົກຄອງກຸ່ມໂຄກສີວິໄລ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນ ທີ່ທາງຄະນະພັກ-ຄະນະອໍານວຍການ ວຕກ ແລະ ຫ້ອງພະລາທິການເຫັນໄດ້ ຄວາມສໍາຄັນ ແລະ ເອົາໃຈໃສ່ຊຸກຍູ້, ເປັນຫ່ວງເປັນໃຍ ຕໍ່ກັບການປະຕິບັດໜ້າທີ່ຂອງຫນ່ວຍສະເພາະກິດ, ເຈົ້າໜ້າທີ່ກຸ່ມບ້ານໂຄກສີວິໄລ ໃນການຕ້ານການແພ່ລະບາດຂອງພະຍາດໂຄວິດ 19 ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງຈໍານວນດັ່ງກ່າວມາແຈກຢາຍໃຫ້ອ້າຍນ້ອງພາຍໃນໜ່ວຍ ແລະ ອວຍພອນໃຫ້ຄະນະພັກ-ຄະນະອໍານວຍການ, ຄະນະນໍາ-ຄະນະບັນຊາທຸກຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບທົ່ວ ວຕກ ຈົ່ງມີສຸຂະພາບແຂງແຮງ, ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ, ອໍານວຍຄວາມສະດວກ, ສົມທົບກໍາລັງຮ່ວມແຮງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ໃຫ້ຫຼຸດໜ້ອຍຖອຍລົງ, ເວົ້າສະເພາະແມ່ນເພື່ອເຮັດໃຫ້ຂອບເຂດກຸ່ມບ້ານໂຄກສີວິໄລ ປອດໄພ, ຫ່າງໄກຈາກພະຍາດດັ່ງກ່າວ ເພື່ອພ້ອມກັນກັບຄືນສູ່ສະພາບປົກກະຕິ. ໂດຍ ເພັດນາລີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ