ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການພົບປະຜູ້ນຳຂອງ 3 ພັກ ລາວ- ຫວຽດນາມ-ກຳປູເຈຍ
ເວລາອອກຂ່າວ: 2021-09-27 15:12:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:



ໃນວັນທີ 26 ກັນຍາ 2021, ທີ່ສຳນັກ ງານສູນກາງພັກກອມມູນິດຫວຽດນາມ ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດ ນາມ, ໄດ້ມີການພົບປະຜູ້ນຳ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະ ທານປະເທດແຫ່ງ ສປປ ລາວ, ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊັນ, ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີ ແຫ່ງລາຊາອານາຈັກ ກຳ ປູເຈຍ. ໃນການພົບປະຄັ້ງນີ້, ຜູ້ນຳຂອງທັງ 3 ພັກ ໄດ້ຕີລາຄາສູງ ຕໍ່່ຄວາມໝາຍຄວາມສຳຄັນຂອງການພົບປະ; ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານພັກ, ການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນບັນຫາທີ່ສາມປະເທດພວມສຸມໃສ່ການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19. ຜູ້ນຳທັງສາມພັກ ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ; ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ; ພ້ອມກັນເປັນເອກະພາບກ່ຽວກັບຄວາມສຳຄັນຂອງສາຍພົວພັນທີ່ເປັນມູນເຊື້້ອ, ສາມັກຄີມິດຕະພາບ ແລະ ສະໜິດຕິດພັນລະຫວ່າງສາມພັກ ແລະ ສາມປະເທດ. ຜູ້ນຳສາມປະເທດໄດ້ເປັນເອກະພາບຈະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ; ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີໃນປະຈຸບັນ ແລະ ສືບຕໍ່ແລກປ່ຽນ, ຮ່ວມມືໃນຂົງເຂດຕ່າງໆໃນໄລຍະຕໍ່່ໜ້າ, ເພື່ອຜົນປະໂຫຍດຂອງປະຊາຊົນສາມຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດດຽວກັນນີ້ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມີການພົບປະສອງຝ່າຍກັບ ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ຊວນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ