ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງເຈົ້າແຂວງຈໍາປາກສັກ ລົງຕິດຕາມສະພາບການນໍ້າຂຶ້ນໄລຍະຝົນຕົກເຂດບ້ານແກ້ງຍາວກຸ່ມ 2 ເມືອງບາຈຽງຈະເລີນສຸກ
ເວລາອອກຂ່າວ: 2021-09-26 09:39:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:



ຮອງເຈົ້າແຂວງຈໍາປາສັກພ້ອມຄະນະແລະຄະນະນໍາເມືອງບາຈຽງຈະເລີນສຸກລົງຕິດຕາມສະພາບການນໍ້າຂຶ້ນໃນຊ້ວງໄລຍະຝົນຕົກລີນຄັ້ງວັນທີ24ກັນຍາ2021ນໍາໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ,ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ພ້ອມດ້ວຍຄະນະ,ທັງນີ້ກໍ່ເພື່ອສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນບັນດາເຜົ່າກ່ຽວກັບສະພາບຝົນຕົກລີນເຮັດໃຫ້ລະດັບນໍ້າຫ້ວຍປາຫຼາຍເພີ້ມຂື້ນຢ່າງຕໍ່ເນື່ອງຫຼັງໄຫຼເຂົ້າເຮືອນຊານພໍ່ແມ່ປະຊາຊົນທີ່ຢູ່ແຄມຫ້ວຍ,ແລະບ່ອນລະດັບຕໍ່າ ,ພ້ອມນັ້ນທ່ານຮອງເຈົ້າແຂວງຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບວຽກງານກອບກູ້ໄພພິບັດຂັ້ນເມືອງຕ້ອງເປັນເສນາທິການທາງດ້ານວຽກງານກອບກູ້ໄພພິບັດທາງທໍາມະຊາດໃຫ້ວ່ອງໄວແລະມີແຜນການຈັດສັນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ແລະອົງການຈັດຕັ້ງມະຫາຊົນຂອງຕົນກຽມພ້ອມເຂົ້າກອບກູ້ຊ່ອຍເຫຼື່ອໃຫ້ຖ່ວງທັນ,ແລະຮຽກຮ້ອງໃຫ້ປະຊາຊົນມີສະຕິຂົນຍ້າຍເຄື່ອງຂອງທີ່ມີຄ່າ,ສຳຄັນ,ຈໍາເປັນ,ໄປໄວ້ບ່ອນທີ່ປອດໄພ. ຂ່າວ-ພາບ: ນາງ ເພັດສະຫວັນ ນັກຂ່າວເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ