ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມ ລັດຖະມົນຕີ ບັນດາປະເທດ ກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດຈອດທະເລ (ແບບທາງໄກ)
ເວລາອອກຂ່າວ: 2021-09-24 12:27:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:



ໃນວັນທີ 23 ກັນຍາ 2021, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ​ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງບັນດາປະເທດກໍາລັງພັດທະ ນາທີ່ບໍໍ່ມີຊາຍແດນຕິດຈອດກັບທະເລ (The Annual Ministerial Meeting of the Landlocked Developing Countries) ຜ່ານລະບົບທາງໄກ.    ກອງປະຊຸມດັ່ງກ່າວ ​ແມ່ນ​ຈັດ​ຂຶ້ນ​ທຸກໆ​ປີໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ເພື່ອປຶກຫາສາລືແລກປ່ຽນວິໃສທັດ, ການຮັບມື ​ແລະ ການ​ແກ້​ໄຂ​ຜົນ​ກະທົບຈາກ​ການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການຟຶ້ນຟູທີ່ຍືນຍົງ​ໃຫ້ຄຽງຄູ່ກັນກັບການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກຸ່ມປະເທດ LLDCs. ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ຜົນ​ກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່​ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເສດຖະກິດ-ສັງຄົມ ແລະ ຊີວິດຂອງມວນມະນຸດໃນທົ່ວໂລກ ໂດຍສະເພາະບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDCs) ກໍ່ຍິ່ງໄດ້ຮັບຜົນກະທົບຢ່າງຮອບດ້ານ ໂດຍອີງໃສ່ສະພາບພູມສາດປະເທດທີ່ມີບໍ່ຊາຍແດນຕິດກັບທະເລນັ້ນ ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຟຶ້ນຟູ​ເສດຖະກິດ​ຂອງ​ຕົນ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ນໍາສະເໜີຕໍ່ກອງປະຊຸມວ່າ ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ຢູ່ໃນສະຖານນະພາບປະເທດດ້ອຍພັດທະນາ (LDC) ແລະ ທັງ​ເປັນປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDC). ສະ​ນັ້ນ, ສປປ ລາວ ຈຶ່ງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ການລະບາດ​ຂອງ​ໂຄ​ວິດ-19, ​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ ສປປ ລາວ ກໍ່ມີຄວາມພະຍາຍາມສ້າງ​ພື້ນ ຖານໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບ​ພາກ​ພື້ນ ​ເພື່ອ​ໃຫ້ສາມາດ​ປະຕິບັດ​ໄດ້ແຜນບູລິມະສິດທີ່​ກຳນົດ​ໄວ້​​ໃນ​ແຜນງານວຽນ​ນາ​ສຳລັບ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​​ແດນ​ຕິດ​ຈອດ​ກັບ​ທະ​ເລ (VPoA). ສິ່ງ​ສຳຄັນ​ພົ້ນ​ເດັ່ນອີກ​ອັນ​ໜຶ່ງ​ໃນ​ໄລຍະ​ໃກ້ໆ​ນີ້ ແມ່ນຈະ​ມີການປະກາດເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງ​ເປັນ​ທາງ​ການ ພາຍໃຕ້ໂຄງການ “ໜຶ່່ງແລວໜຶ່ງເສັ້ນທາງ” ເຊິ່ງຈະກາຍເປັນຂີດໝາຍອັນສຳຄັນຂອງ ສປປ ລາວ ໃນການສ້າງພື້ນຖານໂຄງລ່າງອັນດີ ເພື່ອການເຊື່ອມຈອດທາງດ້ານເສດຖະກິດໃນພາກພື້ນ ແລະ ການຕິດຕໍ່ສື່ສານກັບປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຍາດສາກົນ ສະໜອງຢາວັກຊີນໃຫ້ແກ່ປະເທດ LLDCs ເພື່ອຮັບ ປະກັນການເຂົ້າເຖິງຢາວັກຊີນທີ່ເທົ່າທຽມ ແລະ ພຽງພໍ, ລວມທັງຮຽກຮ້ອງໃຫ້ບັນດາປະເທດທີ່ເປັນທາງຜ່ານ ໃຫ້ການຮ່ວມມືອຳນວຍຄວາມສະດວກດ້ານການຄ້າ ແລະ ເຊື່ອມໂຍງກັບພາກພື້ນໄດ້ຢ່າງມີປະສິດທິຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ