ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍ ກອງພົນທີ 5 ຮັບປະກັນການປິ່ນປົວຄົນເຈັບໄດ້ເປັນຢ່າງດີ
ເວລາອອກຂ່າວ: 2021-09-24 12:16:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2694 | ຄວາມນິຍົມ:



ໂຮງໝໍກອງພົນທີ 5 ແມ່ນເປັນໂຮງໝໍຂະໜາດກາງສາມາດຮັບປະກັນການ ກວດ ແລະ ປີ່ນປົວພະຍາດຄົນເຈັບ ທີ່ມາໃຊ້ບໍລິການດ້ວຍຄວາມຮັບຜິດຊອບສູງໃນດ້ານການແພດປີ່ນປົວສຸຂະພາບ ໃຫ້ ນາຍ ແລະ ພົນທະຫານກໍຄືພໍ່ແມ່ປະຊາຊົນໃນຂອດເຂດໃກ້ຄຽງທີ່ມາໃຊ້ບໍລິການໃຫ້ມີສຸຂະພາບແຂງແຮງ ແລະ ປາສະຈາກ ພະຍາດ ຕ່າງໆ. ສະຫາຍ ພັນໂທ ນາງ ຈັນທະລາ ໄຊສົງຄາມ ຫົວໜ້າການເມືອງໂຮງໝໍກອງພົນທີ 5ໃຫ້ຮູ້ວ່າ: ຄະນະພັກ - ຄະນະອໍານວຍການພວກເຮົາຍາມໄດ້ກໍໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການນໍາພາ-ຊີ້ນຳພະນັກງານ-ນັກຮົບ ພາຍໃນກົມກອງເອົາໃຈໃສ່ເຄື່ອນໄຫວໜ້າທີ່ວິຊາສະເພາະແພດໝໍດ້ວຍຄວາມຮັບຜິດຊອບສູງ  ເປັນຕົ້ນການບົ່ງພະຍາດ,ການວາງຢາໃຫ້ຖືກຕ້ອງຕາມຫຼັກວິຊາສະເພາະ ແລະ ເອົາໃຈໃສ່ປິ່ນປົວເບິ່ງແຍງສຸຂະພາບຂອງນາຍ ແລະ ພົນທະຫານຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທີ່ເຂົ້າມາກວດ ແລະ ນອນປິ່ນປົວຢູ່ໂຮງໝໍໃຫ້ເຂົາເຈົ້າຫາຍຈາກພະຍາດໂລຄາແລ້ວກັັບຄືນກົມກອງເພື່ອສືບຕໍ່ປະຕິບັດໜ້າທີ່ ແລະ ເຄື່ອນໄຫວໃຊ້ຊິວິດເປັນປົກກະຕິ ນອກນີ້ ພະນັກງານແພດໝໍທຸກສະຫາຍຍັງຮັກສາໄດ້ຈັນຍາບັນ ແລະ ນໍ້າໃຈແພດປະຕິວັດໃນການເບິ່ງແຍງຄົນເຈັບຈົນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄົນເຈັບທີ່ເຂົ້າມາໃຊ້ບໍລິການ ນອກຈາກວຽກງານປີ່ນປົວຄົນເຈັບແລ້ວຍັງໄດ້ໃຫ້ສໍາຄັນຕໍ່ວຽກງານໂຄສະນາສຸຂະສຶກສາກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດທີ່ອາດຈະເກີດຂຶ້ນຕາມລະດູການ ໂດຍສະເພາະໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ວິທີການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ - 19 ເພື່ອເຮັດໃຫ້ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນໄດ້ມີຄວາມຮັບຮູ້ຕໍ່ຜົນຮ້າຍ ແລະ ມີວິທີການຕ້ານ ແລະ ສະກັດກັ້ນໃຫ້ທ່ວງທັນເວລາ ໃນນີ້ໂດຍປະຕິບັດຕາມ ພະແນກເສນາຮັກ ຫ້ອງພະລາທິການກອງພົນທີ 5 ວາງອອກ ໃນໄລຍະ 6 ເດືອນຕົ້ນປີ 2021 ນີ້, ໂຮງໝໍພວກເຮົາໄດ້ມີຄົນເຈັບມາໃຊ້ບໍລິການກວດພະຍາດ ແລະ ປີ່ນປົວສຸຂະພາບທັງໝົດ 5.688 ເທື່ອຄົນ,ຮັບຄົນເຈັບເຂົ້ານອນໂຮງໝໍ 1.357 ຄົນ,ຄົນເຈັບສຸກເສີນ 140 ຄົນ, ຜ່າຕັດນ້ອຍ 45 ຄົນ,ກະທົບອື່ນໆ 46 ຄົນ,ພະຍາດໄຂ້ຫັວດ 163 ຄົນ,ພະຍາດລະບົບລະລາຍ 192 ຄົນ,ຮູຄໍ,ອາມີດານອັບເສບ 190 ຄົນ ,ສັກຢາວັກຊີນ ເດັກນ້ອຍ 48 ຄົນ,ປະສູນລູກ 37 ຄົນ,ສົ່ງໂຮງໝໍອື່ນໆ 47 ຄົນ, ພະຍາດອື່ນໆອີກ 253 ຄົນແລະ ຍັງໄດ້ເຄື່ອນໄຫວສັກຢາສັກຊີນຕ້ານພະຍາດໂຄວີດ-19 ມີຈໍານວນທັງໝົດ 2,308 ຄົນ.   ສະຫາຍ ພັນໂທ ນາງ ຈັນທະລາ ໄຊສົງຄາມ ໃຫ້ຮູ້ອີກວ່າ: ໂດຍຄຽງຄູ່ກັບການເຮັດໜ້າທີ່ວິຊາສະເພາະຄືດັ່ງກ່າວແລ້ວ ຄະນະພັກ-ຄະນະອໍານວຍການ ຍັງໄດ້ສຸມໃສ່ເຮັດວຽກງານປັບປຸງກໍ່ສ້າງກົມກອງ ແລະ ກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ ເພື່ອໃຫ້ບັນລຸຕາມມາດຖານ,ເງື່ອນໄຂສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ,ການສ້າງກອງ 3 ປອດ,ສ້າງກອງວັດທະນະທໍາ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍເລັ່ງໃສ່ການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາກົກ ເພື່ອແນໃສ່ຮັບປະກັນໃນການກໍ່ສ້າງພະນັກງານແພດໝໍໃຫ້ມີຄຸນນະພາບ,ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສີນທໍາປະຕິວັດ ມີລະບຽບວິໄນ ແລະ ມີຄວາມຮັບຜິດຊອບຕໍ່ການເຄື່ອນໄຫວເຮັດສໍາເລັດໜ້າທີ່ການເມືອງກໍ່ຄືໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍ .ນອກນີ້ຍັງໄດ້ເປັນເຈົ້າການປຸກລະດົມພະນັກງານ-ນັກຮົບ ທຸກສະຫາຍປະກອບສ່ວນເຂົ້າໃນວຽກງານຂະບວນການໃນດ້ານຕ່າງໆໂດຍສະເພາະຂະບວນການສ້າງຊາວໜຸ່ມ 4 ບຸກ,ແມ່ຍິງ 3 ດີ, ແລະ ຂະບວນການປັບປຸງແກ້ໄຂຊິວິດການເປັນຢູ່ ໂດການຖືເອົາການປູກ,ການລ້ຽງເປັນທ່າແຮງຕົ້ນຕໍໃນນີ້ເວົ້າສະເພາະໃນ 6 ຕົ້ນເດືອນປີນີ້ ກົມກອງພວກເຮົາສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆໄດ້ທັງໝົດ 40.942.749 ກີບ,ໂດຍເງິນຈໍານວນດັ່ງກ່າວ ແມ່ນໍາໃຊ້ເຂົ້າໃນການປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ ແລະ ນະໂຍບາຍໃຫ້ພະນັກງານໃນຍາມເຈັບເປັນ. ສະຫາຍ ພັນໂທ ນາງ ຈັນທະລາ ໄຊສົງຄາມ ຍັງໃຫ້ຮູ້ຕື່ມອີກວ່າ: ສໍາລັບທິດທາງນຕໍ່ໜ້ານີ້ໂຮງໝໍກອງພົນທີ 5 ພວກເຮົາ ຈະສືບຕໍ່ເອົາໃຈໃສ່ ສືກສາອົບຮົມ ແລະ ກໍ່ສ້າງພະນັກງານແພດໝໍໃຫ້ມີຄວາມຊໍານິຊໍານານໃນການກວດ,ປີ່ນປົວ ແລະ ນໍາໃຊ້ອຸປະກອບທາງການເເພດໃຫ້ມີຄຸນນະພາບສູງກວ່າເກົ່າເພື່ອຮັບປະກັນວຽກງານການກວດ ແລະ ປີ່ນປົ່ວຄົນເຈັບໃຫ້ວ່ອງໄວທັນການ  ແລະ ມີປະສິດທິພາບດັ່ງຄໍາຂັວນທີ່ວ່າ: ຮັກຄົນເຈັບຄືອ້າຍນ້ອງ ຮ່ວມອຸທ້ອນກ້ອນເລືອດດຽວກັນຮັບປະກັນເຮັດໃຫ້ຜູ້ບາດເຈັບ-ເຈັບປ່ວຍໄດ້ຮັບການເບິ່ງແຍງປີ່ນປົວຢ່າງວ່ອງໄວ ແລະ ດີທີ່ສຸດໂດຍຖືເອົາ 5 ດີ 1 ພໍໃຈ ເປັນສໍາຄັນ. ບົດໂດຍ: ທອງປານ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ