ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດຮັບຮອງເອົາ 4 ບ້ານ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ.
ເວລາອອກຂ່າວ: 2021-09-24 12:00:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 496 | ຄວາມນິຍົມ:



ພິທີ ປະກາດຮັບຮອງເອົາ 4 ບ້ານທີ່ນອນຢູ່ພາຍໃນກຸ່ມບ້ານນະຄອນ, ເມືອງນໍ້າບາກ ແຂວງຫຼວງພະບາງ  ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ  ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2021 ຜ່ານມາ, ຢູ່ທີ່ສະໂມສອນກຸ່ມພັດທະນາບ້ານນະຄອນ, ໂດຍການເປັນປະທານຂອງ ທ່ານ ສົມຫວັງ ພອນຄໍາວົງສາ, ເຈົ້າເມືອງ, ປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງນໍ້າບາກ, ມີສະຫາຍ ພັນໂທ ນິນລະພົບ ຈັນທະວີສຸກ,  ຫົວໜ້າການທະຫານກອງບັນຊາການທະຫານເມືອງນໍ້າບາກ, ມີຄະນະພັກ - ຄະນະບັນຊາກອງບັນຊາທະຫານເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ອໍານາດການປົກຄອງບ້ານ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນຈາກບ້ານອ້ອມຂ້າງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ບຸນປານີ ອິນທະສັກ  ນາຍບ້ານນະຄອນ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງປະເມີນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ປະຈໍາປີ 2020 ແລະ ວາງທິດທາງຄາດໝາຍສູ້ຊົນໃນສຸມປີ 2021 ເຊິ່ງໄດ້ໃຫ້ຮູ້ວ່າ: ກຸ່ມພັດທະນາບ້ານນະຄອນ ທິດເໜືອຕິດກັບເມືອງງອຍ, ທິດໃຕ້ຕິດກັບເທດສະບານເມືອງນໍ້າບາກ ແລະ ທິດຕາເວັນຕົກຕິດກັບກຸ່ມພັດທະນາບ້ານນາຍາງ. ໃນນີ້ແມ່ນໄດ້ປະເມີນ 4 ບ້ານຄື: ບ້ານນະຄອນ, ບ້ານລີ, ບ້ານວຽງຄໍາ ແລະ ບ້ານດອນຄໍາ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ທັງ 4 ບ້ານມີທັງໝົດ 573 ຄອບຄົວ, ມີພົນລະເມືອງ 3.439 ຄົນ, ຍິງ 1.478 ຄົນ, ໃນນີ້ເຜົ່າລາວລຸ່ມມີ 295 ຄອບຄົວ, ເຜົ່າກຶມມຸມີ 240 ຄອບຄົວ ແລະ ເຜົ່າມົ້ງມີ 38 ຄອບຄົວ. ປະຊາຊົນສວ່ນຫຼາຍແມ່ນຍືດຖືເອົາການຄ້າຂາຍ ແລະ ການບໍລິການເປັນອາຊີບຕົ້ນຕໍ່, ເອົາການປູກຝັງ - ລ້ຽງສັດເປັນອາຊີບສໍາຮອງ. ໂດຍອີງໃສ່ 6 ເງື່ອນໄຂຂອງການປະເມີນບ້ານປ້ອງກັນຊາດເຂັ້ມແຂງໄດ້ 527 ຄອບຄົວ, ເທົ່າກັບ 91,97%, ປະເມີນບໍ່ທັນໄດ້ມີ  46 ຄອບຄົວ, ເທົ່າກັບ 8,02%. ໂອກາດນີ້ຕາງໜ້າກຸ່ມ ແລະ ອໍານາດການປົກຄອງບ້ານໄດ້ພັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ໂດຍຍົກໃຫ້ເຫັນຈຸດດີ ແລະ ບາງບົດຮຽນທີ່ຈະຕ້ອງເອກະພາບປັບປຸງແກ້ໄຂໃນທິດທາງແຜນການຕໍ່ໜ້າໃຫ້ໄດ້ຮັບຜົນສູງຂື້ນ. ພິທີຍັງໄດ້ມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງ.     ທ່ານ ສົມຫວັງ ພອນຄໍາວົງສາ  ໄດ້ມີຄໍາເຫັນຮຽກຮ້ອງໃຫ້ຄະນະຮັບຜິດຊອບວຽກງານປ້ອງກັນຊາດ ໃນຂອບເຂດເມືອງຮັບຜິດຊອບ, ດ້ວຍການຍົກລະດັບປັບປຸງອົບຮົມສິນລະປະຍຸດ- ຍຸດທະວິທີໃຫ້ກອງຫຼອນປ້ອງກັນຕົວ, ບັນດາສະຖາບັນ, ໂຮງຮຽນມັດທະຍົມແຫ່ງຕ່າງໆ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ແນໃສ່ເຮັດໃຫ້ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນຂອງທົ່ວປວງຊົນຮອບດ້ານຕາມແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມກັນນີ້ຍັງໄດ້ເນັ້ນໜັກໃຫ້ຄອບຄົວຈົ່ງປົກປັກຮັກສານາມມະຍົດຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃນຄັ້ງນີ້ ໄວ້ໃຫ້ໝັ້ນຄົງ, ສືບຕໍ່ເສີມຂະຫຍາຍການສ້າງເສດຖະກິດຄອບຄົວໃຫ້ຮັ່ງມີເຂັ້ມແຂງ, ຄຽງຄູກັນນີ້ກໍ່ຕ້ອງເພີ່ມທະວີຄວາມສາມັກຄີປອງດອງພາຍໃນໃຫ້ແໜ້ນແຟ້ນ, ສ້າງໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ. ໂດຍ:ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ