ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ສ່ອງ​ແສງ​ວຽກງານ​ຮອບດ້ານປະຈຳ​ເດືອນ 09 ​ທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-09-24 11:43:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ກອງ​ປະຊຸມ​ສ່ອງ​ແສງ​ວຽກງານ​ຮອບດ້ານ​ປະຈຳ​ເດືອນ 09 ປີ 2021 ຂອງ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 24 ກັນຍາ 2021 ນີ້, ​​​​ໂດຍການເຂົ້າ​ຮ່ວມເປັນ​ປະທານ ຂອງ​ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການ​ເມືອງ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ ມີ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ ​, ມີ​ຄະນະ​ພັກ-ຄະນະ​ກອງ​ບັນຊາ​ການ,ຄະນະ​ຫ້ອງ,ຕະຫຼອດຮອດບັນ​ດາ​ພະ​ແນກການ ຈາ​ກອົງການ 05 ຫ້ອງ  ພ້ອມ​ດ້ວຍຄະນະບັນຊາ​ຈາກ​ກົມ​ກອງ​ອ້ອມ​ຂ້າງ​ທີ່​ຂຶ້ນ​ກັບ​ເຂົ້າ​ຮ່ວມ.         ໂອກາດ​ນີ້, ຄະນະບັນຊາ​ແຕ່​ລະ​ກົມ​ກອງ​ ໄດ້​ຜັດ​ປ່ຽນກັນ​ຂຶ້ນລາຍ​ງານ​ຫຍໍ້​ກ່ຽວກັບ​ວຽກງານ​ຮອບດ້ານ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລ​ຍະ​ 01 ​ເດືອນຜ່ານ​ມາ ​ເປັນ​ຕົ້ນ​ແມ່ນ​ແຕ່​ລະ​ກົມ​ກອງ​​ໄດ້​ພ້ອມ​ກັນ​ຖື​ເອົາວຽກງານ​ການ​ສຶກສາ​ອົບຮົມ​ການ​ເມືອງ​-ນຳພາແນວ​ຄິດ ​ພາຍ​ໃນ​ກົມ​ກອງ​ເປັນ​ກົກ ​ໂດຍ​ນຳ​ເອົາ​ບັນດາ​ເອກະສານ​ມູນ​ເຊື້ອຕ່າງໆຂອງ​ຊາດ,ຂອງ​ພັກ,ຂອງ​ກອງທັບ ​​ລົງເຜີຍ​ແຜ່​ໃຫ້​ບັນດາ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ​ໄດ້​ຮັບ​ຮູ້​ເຊື່ອ​ມຊຶມ​ກຳ​ແໜ້ນຢ່າງ​ເລິກ​ເຊິ່ງ,ພ້ອມ​ກັນ​ນັ້ນ​ກໍ່ຍັງ​ໄດ້​ຫັນ​ເອົາ​ກຳລັງ​ຂອງ​ຕົນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງຢູ່​ໃນ​ຂອບ​ເຂດ​ຮັບຜິດຊອບ​ ຢ່າງ​ເປັນ​ປົກກະຕິ ​​ເພື່ອ​ຕິດຕາມ​ກວດກາ​ສະພາບ ​ແລະ ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ທີ່​ຈະເກີດ​ຂຶ້ນ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​,​ເອົາ​ໃຈ​ໃສ່​​ອົບຮົມ​-ຫັດ​ແອບ ທາງດ້ານສິນລະປະຍຸດ-ຍຸດທະວິທີ​ເພື່ອ​ສ້າງ​ຄວາມ​ຊຳນິ​ຊຳນານໃຫ້ແກ່ພະນັກງານ-ນັກຮົບຂອງຕົນ  ເພື່ອຮັບປະກັນມີຄວາມຄ່ອງແຄ້ວໃນການປະຕິບັດໜ້າທີ່ ແລະ ສາມາດສູ້ຮົບໃນຍາມທີ່ມີປະກົດການເກີດຂຶ້ນໄດ້ທຸກເມື່ອ, ພ້ອມກັນນັ້ນ ກໍ່ຍັງໄດ້ສ້າງເງື່ອນໄຂຊອກຫາແຫຼ່ງລາຍຮັບ ໂດຍສຸມໃສ່ການປູກ,ການລ້ຽງ ແລະ ການບໍລິການຕ່າງໆຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອສ້າງ​ເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງບັນດາອ້າຍ​ນ້ອງພະນັກງານ-ນັກຮົບຂອງຕົນ ໃຫ້ນັບ​ມື້​ດີຂຶ້ນເທື່ອລະກ້າວ. ​ ໂດຍ:  ແສງ​ດາລາ ​ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ