ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳເດືອນ 09 ທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-09-24 11:43:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 325 | ຄວາມນິຍົມ:
ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳເດືອນ 09 ປີ 2021 ຂອງ ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2021 ນີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ , ມີຄະນະພັກ-ຄະນະກອງບັນຊາການ,ຄະນະຫ້ອງ,ຕະຫຼອດຮອດບັນດາພະແນກການ ຈາກອົງການ 05 ຫ້ອງ ພ້ອມດ້ວຍຄະນະບັນຊາຈາກກົມກອງອ້ອມຂ້າງທີ່ຂຶ້ນກັບເຂົ້າຮ່ວມ.
ໂອກາດນີ້, ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບວຽກງານຮອບດ້ານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 01 ເດືອນຜ່ານມາ ເປັນຕົ້ນແມ່ນແຕ່ລະກົມກອງໄດ້ພ້ອມກັນຖືເອົາວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດ ພາຍໃນກົມກອງເປັນກົກ ໂດຍນຳເອົາບັນດາເອກະສານມູນເຊື້ອຕ່າງໆຂອງຊາດ,ຂອງພັກ,ຂອງກອງທັບ ລົງເຜີຍແຜ່ໃຫ້ບັນດາພະນັກງານ-ນັກຮົບພາຍໃນກົມກອງຂອງຕົນໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ,ພ້ອມກັນນັ້ນກໍ່ຍັງໄດ້ຫັນເອົາກຳລັງຂອງຕົນລົງກໍ່ສ້າງຮາກຖານການເມືອງຢູ່ໃນຂອບເຂດຮັບຜິດຊອບ ຢ່າງເປັນປົກກະຕິ ເພື່ອຕິດຕາມກວດກາສະພາບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີຄວາມສະຫງົບປອດໄພ,ເອົາໃຈໃສ່ອົບຮົມ-ຫັດແອບ ທາງດ້ານສິນລະປະຍຸດ-ຍຸດທະວິທີເພື່ອສ້າງຄວາມຊຳນິຊຳນານໃຫ້ແກ່ພະນັກງານ-ນັກຮົບຂອງຕົນ ເພື່ອຮັບປະກັນມີຄວາມຄ່ອງແຄ້ວໃນການປະຕິບັດໜ້າທີ່ ແລະ ສາມາດສູ້ຮົບໃນຍາມທີ່ມີປະກົດການເກີດຂຶ້ນໄດ້ທຸກເມື່ອ, ພ້ອມກັນນັ້ນ ກໍ່ຍັງໄດ້ສ້າງເງື່ອນໄຂຊອກຫາແຫຼ່ງລາຍຮັບ ໂດຍສຸມໃສ່ການປູກ,ການລ້ຽງ ແລະ ການບໍລິການຕ່າງໆຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງບັນດາອ້າຍນ້ອງພະນັກງານ-ນັກຮົບຂອງຕົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ