ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທະຫານຊາຍແດນ 712 ເປີດສົກຮຽນໃໝ່ ປະຈໍາປີ 2021-2022
ເວລາອອກຂ່າວ: 2021-09-23 12:54:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ວັນທີ 22 ກັນຍາ 2021 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດຕັ້ງເປີດສົກຮຽນໃໝ່ ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ IV ແລະ ນັກຮຽນບໍາລຸງຊຸດທີ III ປະຈໍາສົກຮຽນ 2021-2022 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ ພ້ອມດ້ວຍຄະນະ, ສະຫາຍ ພັນເອກ ເຈີນ ແມ້ງຮຸງ ຄະນະຊ່ຽວຊານ ສສ ຫວຽດນາມທີ່ມາປະຈໍາການຢູ່ໂຮງຮຽນທະຫານຊາຍແດນ ພ້ອມດ້ວຍຄະນະ, ມີຄະນະພັກ - ຄະນະບັນຊາ, ຄູ-ອາຈານ, ພະນັກງານ-ນັກຮົບ ນັກຮຽນ-ນັກສຶກສາເຂົ້າຮ່ວມ. ສະຫາຍ ພັນໂທ ຈັນພອນ ທອງສອນ ຫົວໜ້າພະແນກອົບຮົມໂຮງຮຽນ ໄດ້ຂື້ນຜ່ານແຜນການອົບຮົມ-ຫັດແອບ ປະຈໍາປີ, ໂດຍປະຕິບັດຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການ ສະບັບເລກທີ 1980/ກສນ ລົງວັນທີ 27/8/2021 ວ່າດ້ວຍການອະນຸມັດ ເປີດຮຽນໃຫ້ນັກຮຽນກໍ່ສ້າງນາຍສິບທະຫານຊາຍແດນຊຸດທີ IV ແລະ ນັກຮຽນບໍາລຸງຊຸດທີ III ເຊິ່ງມີນັກຮຽນທັງໝົດ 252 ສະຫາຍ ໃນນີ້ມີນັກຮຽນກໍ່ສ້າງນາຍສິບ 202 ສະຫາຍ ແລະ ນັກຮຽນບໍາລຸງ 50 ສະຫາຍ. ໂຄງການຫຼັກສູດຂອງນັກຮຽນກໍ່ສ້າງນາຍສິບ ວິຊາຮຽນແບ່ງອອກເປັນ 3 ໝວດຄວາມຮູ້ຄື: ໜວດຄວາມຮູ້ທົ່ວໄປ ໃຊ້ເວລາ 70 ຊົ່ວໂມງ = 6,06%, ໜວດຄວາມຮູ້ຟື້ນຖານວິຊາສະເພາະ ໃຊ້ເວລາ 448 ຊົ່ວໂມງ = 38,82% ແລະ ໝວດຄວາມຮູ້ວິຊາສະເພາະ 636 ຊົ່ວໂມງ = 55,11%. ສໍາລັບນັກຮຽນບໍາລຸງ ວິຊາຮຽນທັງໝົດແບ່ງອອກເປັນ 6 ພາກ ຄື: ການທະຫານລວມ 133 ຊົ່ວໂມງ, ການເມືອງ 63 ຊົ່ວໂມງ , ນິຕິກໍາທາງກົດໝາຍ 70 ຊົ່ວໂມງ, ຍຸດທະວິທີປ້ອງກັນຊາຍແດນ126 ຊົ່ວໂມງ, ຄຸ້ມຄອງປ້ອງກັນຊາຍແດນ189 ຊົ່ວໂມງ ແລະ ສືບຂ່າວຊາຍແດນ133ຊົ່ວໂມງ. ໂອກາດດັງກ່າວ ສະຫາຍປະທານພິທີໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນສອດຫ້ອຍເຂົ້າທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນຮັກສາຄວາມສາມັກຄີໃຫ້ແໜ້ນແພ້ນ, ມີຄວາມເປັນເອກະພາບ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເປັນເຈົ້າການໃນການຊີ້ນໍາ-ນໍາພາ ປັບປຸງຫຼັກສູດການຮຽນການສອນໃຫ້ມີຄຸນນະພາບ. ນອກນີ້ ສະຫາຍຍັງໄດ້ເນັ້ນໜັກໃຫ້ບັນດານັກຮຽນ-ນັກສຶກສາ ແຕ່ລະສະຫາຍຕັ້ງໃຈຄົ້ນຄ້ວາ-ຮໍ່າຮຽນ, ຍາດແຍ່ງເອົາຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີ-ຫຼັກການ ແລະ ພາກປະຕິບັດຕົວຈິງ ນໍາບັນດາ ຄູ-ອາຈານ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກົມກອງ, ເອົາໃຈໃສ່ປະຕິບັດບັນດາຂໍ້ກໍານົດກົດລະບຽບຂອງກອງທັບ ແລະ ໂຮງຮຽນວາງອອກຢ່າງເຂັມງວດ ພ້ອມກັນເຮັດສໍາເລັດໜ້າທີ່ການເຝິກຝົນຮໍ່າຮຽນ ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບ. ໂດຍ:ສົມພອນ ດວງສີລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ