ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານກົມມະດຳ ເພີ່ມທະວີມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-09-23 12:49:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ:



ໂດຍປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ, ເຈົ້າແຂວງ ເຈົ້າເມືອງແລະຄະນະສເພາະກິດວ່າດ້ວຍການເພີ່ມທະວີມາດຕະການໃນການເຝົ້າລະວັງສະກັດກັ້ນ, ກັບການລະບາດ ແລະ ກຽມຄວາມພ້ອມຮອບດ້ານໃນການຕ້ານເຊື້ອພະຍາດອັກເສບປອດສາຍພັນໃໝ່ໂຄວິດ-19ທີ່ໄດ້ມີການລະບາດເປັນວົງກວ້າງຢ່າງວ່ອງໄວໃນຂອບເຂດທົ່ວປະເທດ ນັບແຕ່ວັນທີ 18 ກັນຍາ 2021 ເປັນຕົ້ນມາ, ໂດຍສະເພາະວັນທີ 22 ກັນຍາ 2021 ເມືອງໂພນໂຮງມີຜູ້ຕິດເຊື້ອເພີ່ມຂຶ້ນຈຳນວນ 44 ຄົນໃນຊຸມຊົນ, ດັ່ງນັ້ນ ວິທະຍາຄານ ກົມມະດຳ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ບັນດາແຈ້ງການຕ່າງໆ ກໍຄືຂັ້ນກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ຄໍາແອວ ໜໍາທະພັນ ຫົວໝ້າຫ້ອງພະລາທິການ ວິທະຍາຄານ ກົມມະດຳ ທັງເປັນຫົວໜ່ວຍສະເພາະກິດຕ້ານການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ເປີດເຜີຍໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 23 ກັນຍາ 2021 ພາຍຫຼັງທີີ່ໄດ້ຮັບຄຳສັ່ງ ແຈ້ງການ ແລະ ຂໍ້ຕົກລົງຕ່າງໆຈາກພາກສ່ວນກ່ຽວຂ້ອງຂອງຄະນະສະເພາະກິດກະຊວງປ້ອງກັນປະເທດ,ຄະນະພັກ-ຄະນະອຳນວຍການວິທະຍາຄານໄດ້ຕົກລົງສົມທົບເປັນເອກະພາບກັບບັນດາຄະນະກອງພັນນັກຮຽນ ແລະ ອຳນາດການປົກຄອງບ້ານອ້ອມຂ້າງ ພ້ອມກັນຈັດຕັ້ງປະຕິບັດເວົ້າສະເພາະ ຫ້ອງພະລາທິການ ພະແນກເສນາຮັກໄດ້ສົມທົບກັບບັນດາກອງພັນ-ຫ້ອງການ ແລະອຳນາດການປົກຄອງບ້ານເພື່ອຈະປິດການສັນຈອນເສັ້ນທາງເຂົ້າ-ອອກບ້ານແຕ່ລະບ້ານທີ່ຢູ່ເຂດອ້ອມຂ້າງວິທະຍາຄານໂດຍສະເພາະເສັ້ນທາງເຂົ້າບ້ານໜອງປຸ່ງຫາເສັ້ນທາງເຂົ້າຄ້າຍ ວິທະຍາຄານ ກົມມະດຳ ຢ່າງເປັນທາງການ ເລີ່ມແຕ່ວັນທີ 23-30 ກັນຍາ 2021, ການເຂົ້າ-ອອກຄ້າຍຂອງພະນັກງານ-ນັກຮົບທີ່ເຂົ້າມາປະຈຳການເຮັດວຽກແຕ່ລະວັນຈະມີໜ່ວຍງານສະເພາະກິດແພດຄັດກອງກວດກາວັດແທກອຸນຫະ ພູມ, ແຕ່ລະສະຫາຍຕ້ອງຖືບັດສັກວັກຊີນ ແລະ ບັດເຂົ້າ-ອອກຄ້າຍເພື່ອສະດວກໃຫ້ໜ່ວຍສະເພາະກິດແພດໝໍ ແລະ ເຈົ້າໝ້າທີ່ປ້ອງກັນທີ່ຕັ້ງແຈ້ງໃນເວລາກວດກາຂອງທຸກຄົນ,ແຕ່ລະກົມກອງ,ຫ້ອງການ,ຄະນະວິຊາຄູ ໃຫ້ຄະນະບັນຊາກົມກອງຂອງຕົນ ໃນແຕ່ລະວັນທີ່ມາເຮັດວຽກປະຈຳການ,ແພດໝໍປະຈຳກົມກອງຕ້ອງວັດແທກອຸນຫະພູມທຸກຄັ້ງ,ແລ້ວລາຍງານສະພາບໃຫ້ພະແນກເສນາຮັກເປັນປົກກະຕິພ້ອມທັງຈັດຕັ້ງໜ່ວຍສະເພາະກິດເຄື່ອນທີ່ກວດຄັດກອງ,ໂດຍມີອຸປະກອນຮັບໃຊ້ພຽງພໍສົມຄວນເປັນຕົ້ນແມ່ນ ຜ້າອັດປາກ-ດັງ ແລະ ເຈວລ້າງມືທີ່ມີທາດແອນກໍຮໍ 70% ຂຶ້ນໄປ ຢູ່ນັກງານອົງການເພື່ອຮັບປະກັນການປ້ອງກັນ,ຄວບຄຸມເຊື້ອພະຍາດດັ່ງກ່າວ, ນອກນັ້ນຍັງໄດ້ສ່ອງແສງລາຍງານໃຫ້ຄະນະສະເພາະກິດຂັ້ນກະຊວງ,ກົມໃຫ່ຍການເມືອງກອງທັບ,ກໍຄືຂັ້ນວິທະຍາ ຄານເປັນປົກກະຕິ ແລະ ມີແຜນງານອັນລະອຽດຈະແຈ້ງໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ,ຂອງຂັ້ນເທິງກຳນົດ.ໄປຄຽງຄູ່ກັບວຽກງານດັ່ງກ່າວ,ຄະນະພັກ-ຄະນະບັນຊາຍັງຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ຕິດແໝ້ນກັບໜ້າທີ່ການເມືອງຂອງຕົນ,ໃນການເປັນເຈົ້າການຕອບຕ້ານກັບເຊື້ອພະຍາດດັ່ງກ່າວ, ເປັນຕົ້ນແມ່ນ ການໂຄສະນາຜ່ານໂທລະໂຂ່ງ,ໂທລະພາບ,ສື່ສິ່ງພີມຕ່າງໆໃນແຕ່ລະວັນເພື່ຶອໄດ້ຕິດຕາມຮັບຮູ້ຂໍ້ມູນຂ່າວສານ ແລະ ປະສານສົມທົບກັບອຳນາດການປົກຄອງກຸ່ມບ້ານ, ກໍາລັງ ປກຊ-ປກສ ເຮັດໜ້າທີ່ປ້ອງກັນຕາມຂອບເຂດຄວາມຮັບຜິດຊອບເຮັດໃຫ້ພື້ນຖານດັ່ງກ່າວມີຄວາມສະຫງົບປອດໄພ. ສະຫາຍຫົວໝ້າຫ້ອງພະລາທິການ ວກ ຍັງກ່າວຕື່ມວ່າ: ພ້ອມນັ້ນຍັງໄດ້ແຕ່ງຕັ້ງກຳລັງປະຈຳການ ຕະຫຼອດ 24 ຊົ່ວໂມງ ແລະ ມີການຈັດຕັ້ງຕິດຕາມກວດກາໃນແຕ່ລະຈຸດໂດຍສະເພາະແມ່ນເຂດເຊື່ອມຕໍ່ທີ່ມີຄວາມສ່ຽງແມ່ນຈະຕ້ອງໄດ້ພ້ອມກັນສຸມໃສ່ແກ້ໄຂໃຫ້ທ່ວງທັນ ແລະ ຮັບປະກັນບໍ່ໃຫ້ເກີດບັນຫາຂຶ້ນເພື່ອເປັນການສະກັດກັ້ນກັບການລະບາດຂອງເຊື້ອພະຍາດໂຄວິດ-19, ຫຼີກລ້ຽງການເດີນ ທາງໄປເຂດທີ່ມີຄວາມສ່ຽງຕໍ່ການລະບາດ ແລະເຂດຊຸມຊົນອັ່ງອໍ ທັ້ງນີ້ ກໍເພື່ອແນ່ໃສ່ຮັບປະກັນໄດ້ຄວາມປອດໄພຂອງພະນັກງານ-ນັກຮົບ,ນັກຮຽນ-ນັກສືກສາທຸກສະຫາຍຢູ່ວິທະຍາຄານແຫ່ງນີ້ເອົາໃຈໃສ່ໃນການປ້ອງກັນຕົນເອງ,ປ້ອງກັນກົມກອງ ແລະ ຕື່ນຕົວເປັນເຈົ້າການຮັກສາສຸຂະພາບຄວາມປອດໄພໃຫ້ແກ່ຕົນເອງ. ຂ່າວ: ວັນນະເລດ ລໍວັນໄຊ. ພາບ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ