ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປັນເຈົ້າການປ້ອງກັນຕ້ານແລະສະກັດກັ້ນການລະບາດພະຍາດຂອງໂຄວິດ-19
ເວລາອອກຂ່າວ: 2021-09-22 12:28:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 886 | ຄວາມນິຍົມ:



ຄະນະສະ ເພາະກິດປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດຂອງໂຄວິດ-19 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກຳລັງ ປກຊ-ປກສ ລົງຕັ້ງດ່ານກວດກາຄັດກອງຄົນເຂົ້າ-ອອກ ຢູ່ທີ່ຈຸດກວດຂັດກ່ອງຕ່າງໆຕາມເສັ້ນທາງ450ປີນັບແຕ່ໄຟຟ້າເຂດບ້ານໂຊກນ້ອຍຫາ3ແຍກທ່າເດືອເມືອງຫາດຊາຍຟອງເຊິ່ງເປັນຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງໄຊເສດຖາຕໍ່ ເມືອງ ຫາດຊາຍຟອງຢ່າງເຂັ້ມງວດ,ທັງນີ້ ກໍເພື່ອເປັນການເພີ່ມທະວີມາດຕະການປ້ອງກັນການລະບາດຂອງພະຍາດຕາມຄໍາສັງເລກທີ016/ຈນວ ໃຫ້ມີຄວາມຫັດກຸມເຂັ້ມງວດ. ການລົງຕັ້ງດ່ານກວດກາຄັດກອງຄົນເຂົ້າ-ອອກເມືອງໃນຄັ້ງນີ້, ຄະນະສະເພາະກິດຂັ້ນເມືອງກໍໄດ້ຜ່ານແຈ້ງການຂອງຄະນະສະເພາະກິດຂອງນະຄອນຫຼວງວຽງຈັນເລກທີ016/ຈນວ ກໍ່ຄືຂັ້ນສູນກາງ ສະບັບເລກທີ 15/ນຍ, ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ຄໍາສັ່ງຂອງເຈົ້າຄອງນະຄອນຫລວງວຽງຈັນພ້ອມທັງບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ພ້ອມນັ້ນ ກໍໄດ້ເນັ້ນໜັກໃຫ້ເຈົ້າໜ້າທີ່ປະຈຳຢູ່ຈຸດຕ່າງໆໃຈນະຄອນຫຼວງວຽງຈັນເອົາໃຈໃສ່ເພີ່ມທະວີຫ້າມບຸກຄົນຢູ່ບັນດາເມືອງ,ບ້ານ,ເຮືອນຖ້າບໍກໍລະນີຈໍາເປັນ ,ຍົກເວັ້ນທະຫານ,ຕໍາຫຼວດ,ແພດ,ໝໍ,ພະນັກງານອົງການທີພັດປ່ຽນມາປະຈໍາການຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ ,ນະຄອນຫລວງ,ແລະກົມກອງ,ຂະແໜງການທີ່ກົມກອງຂອງຕົນສັງກັດຫລື ການຈັດ ຕັ້ງທີ່ກ່ຽວຂ້ອງ. ສະຫາຍພັນໂທ ພັນໂທ ພົນ ພອນປະເສີດ ຄະນະ ປກສ ກຸ່ມບ້ານດຸງ ເມືອງໄຊເສດຖາໃຫ້ຮູ້ວ່າ:ໂດຍປະຕິບັດຕາມແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນໃນການຕ້ານການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວຄະນະປກສກຸ່ມພວກເຮົາໄດ້ເປັນເຈົ້າໜ້າທີປ້ອງກັນການເຂົ້າອອກເຂດກຸ່ມບ້ານດຸງໃນການສັນຈອນຊົມໃຊ້ເສັ້ນທາງດັ່ງນັ້ນຮຽກຮ້ອງມາຍັງພະນັກງານ, ທະ ຫານ, ຕໍາຫລວດ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ພວມປະຕິບັດໜ້າທີ່ຢູ່ເມືອງໄຊເສດຖາກໍ່ຄືເມືອງຕ່າງໆໃນນະຄອນຫຼວງວຽງຈັນຈົ່ງຮ່ວມແຮງຮ່ວມໃຈປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ແລະ ຕໍ່ຜູ້ລະ ເມີດ ແມ່ນໃຫ້ເຈົ້າໜ້າທີ່ປະຕິບັດຕາມມາດຕະການຕ່າງໆ ທີ່ໄດ້ລະບຸໄວ້ໃນແຈ້ງການຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນສະບັບເລກທີ 016/ຈນຄ ລົງວັນທີ 19 ກັນຍາ 2021 ຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ