ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບປິດຊຸດເຝິກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນລະບົບ 2 ເດືອນປະຈຳປີ 2021
ເວລາອອກຂ່າວ: 2021-09-22 12:25:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 488 | ຄວາມນິຍົມ:



ວັນທີ 22 ກັນຍາ 2021 ນີ້, ໂຮງຮຽນທິດສະດີການເມືອງກອງທັບໄດ້ຈັດພິທີປິດຊຸດເຝິກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນໃຫ້ພະນັກງານປ້ອງກັນພາຍໃນກອງທັບປະຊາຊົນລາວ ລະບົບ 2 ເດືອນປະຈຳປີ 2021 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ທອງດຳ ພົງສະຫວັດ ຫົວໜ້າກົມປ້ອງກັນພາຍໃນກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ພິເສດ ຫງຽນຈອງງາ ຫົວໜ້າຄະນະຊ່ຽວຊານກົມສືບສວນ-ສອບສວນ ກອງທັບປະຊາຊົນຫວຽດນາມພ້ອມຄະນະ, ພະນັກງານ, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ວັນເຮືອງ ສີວິໄລ ຮອງຫົວໜ້າຫ້ອງອົບຮົມ-ກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຂຶ້ນລາຍງານຜົນສຳເລັດຂອງການບໍາລຸງວຽກງານສືບສວນ-ສອບສວນໃນໄລຍະ 2 ເດືອນຜ່ານມາ ເຫັນວ່າລະດັບຄວາມຮັບຮູ້ຄວາມເຂົ້າໃຈນັກເຝິກອົບຮົມແຕ່ລະສະຫາຍສາມາດກຳໄດ້ບັນດາຫຼັກມູນພື້ນຖານທາງດ້ານທິດສະດີຫຼັກການຂອງການສືບສວນ-ສອບສວນ ໃນແຕ່ລະຂັ້ນຕອນ ສ້າງໃຫ້ນັກເຝຶກອົບຮົມແຕ່ລະສະຫາຍມີວິທິການໃນການຊອກຮູ້ບັນດາສາເຫດຂອງຄະດີທີ່ເກີດຂຶ້ນຢ່າງຖືກຕ້ອງ, ສອດຄ່ອງກັບເງືອນໄຂ. ສາມາດຕອບສະໜອງໄດ້ກັບຄວາມຕ້ອງການໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະແມ່ນແຜນການດໍາເນີນວຽກງານສືບສວນ-ສອບສວນໃນກອງທັບ. ຈາກນັ້ນ ສະຫາຍ ພັນເອກ ພິເສດ ຫງຽນຈອງງາ ຫົວໜ້າຄະນະຊ່ຽວຊານກົມສືບສວນ-ສອບສວນກອງທັບປະຊາຊົນຫວຽດນາມພ້ອມຄະນະ ກໍໄດ້ມີຄໍາເຫັນກ່າວອຳລາ ແລະ ຂຶ້ນຮັບກະຕ່າດອກໄມ້ຈາກຄະນະພັກ-ຄະນະອຳນວຍການໂຮງຮຽນທິດສະດີການເມືອງກອງທັບ ໂດຍໃຫ້ກຽດຂຶ້ນມອບໂດຍ ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ. ພ້ອມນັ້ນ, ໃນພິທີຍັງໄດ້ຈັດຕັ້ງຜ່ານຂໍ້ຕົກລົງຂອງໂຮງຮຽນທິດສະດີການເມືອງກອງທັບ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກເຝຶກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນ ລະບົບ 2 ເດືອນ ປະຈຳປີ 2021 ຈຳນວນ 40 ສະຫາຍ ໂດຍການຂຶ້ນມອບຂອງ ສະຫາຍ ພັນເອກ ປອ ຄໍາໄພ ຟອງດາລາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ