ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດສົກ​ຮຽນ​ໃໝ່ໃຫ້​ແກ່​ນັກຮຽນ​ 3 ລະບົບ ປະຈຳປີ 2021-2022
ເວລາອອກຂ່າວ: 2021-09-17 12:46:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 657 | ຄວາມນິຍົມ:



ພິທີ​​ ​ເປີດສົກ​ຮຽນ​ໃໝ່ໃຫ້​ແກ່​ນັກຮຽນ​ 3 ລະບົບ ປະຈຳປີ 2021-2022ຢູ່ໂຮງຮຽນ​ກໍ່ສ້າງ​ນາຍ​ສີ​ບ​ເລກ1 ​ໄດ້​ໄຂ​ຂື້ນ​ໃນ​ ​ວັນ​ທີ່ 15 ກັນຍາ 2021ນີ້. ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບົວ​ວັນ​ ພົມມະ​ເພັງ ຫົວໜ້າ​ການ​ທະຫານ​, ມີ​ສະຫາຍ ​ພັນ​ເອກ ສີ​ລາ​ວົງ ບຸນ​ມີ​ໄຊ ​ ຫົວໜ້າ​ການ​ເມືອງ​ໂຮງຮຽນ,ມີ ຄະນະ​ພັກ-​ຄະນະ​ອຳນວຍ​ການ​, ພະນັກງານ-​ນັກຮົບ, ອົງການ 5 ຫ້ອງ, 4 ກອງພັນ,ບັນດາ​ຄູ-​ອາຈານ,ຕະຫຼອດ​ຮອດ​ນັກຮຽນທັງ 3 ລະບົບ​ ​​ເຂົ້າຮ່ວມ. ສະຫາຍ ພັນ​ເອກ ບຸນ​ທັນ ​ແຕງ​ອອ່ນສີ ​ຫົວໜ້າ​ຫ້ອງ​ອົບຮົມ ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1 ໄດ້​ຂື້ນ​ຜ່ານ​​ແຜນການອົບຮົມ-ສິດສອນ ,ຂໍ້​ຕົກລົງ ​ແລະ ຄຳ​ສັ່ງ​ ຂອງ​ກົມ​ໃຫ່ຍ​ເສນາ​ທິການ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ໂຮງຮຽນ​ເປີດ​ຊຸດ​ຮຽນ​ກໍ່ສ້າງ​ນາຍ​ສິບ​ຊຸດ​ທີ່ 35, ບຳລຸງ​ການ​ທະຫານ​ໄລຍະ​ສັ້ນ ຊຸດ​ທີ່ 8 ​ແລະ ບຳລຸງ​ວັດທະນະທຳ ຊຸດ​ທີ່7 ສົກຮຽນ 2021-2022.​​ໃນ​ນີ້​ລະບົບ​ກໍ່ສ້າງນາຍ​ສິບ ​ໃຊ້​ເວລາອົບຮົມ-ຫັດ​ແອບ 10 ​ເດືອນ ມີ 16​ ວິຊາ​ຮຽນ, ບຳລຸງ​ການ​ທະຫານ ຊຸດ​ທີ່ 8 ​ໃຊ້​ເວລາ​ອົບຮົມ-ຫັດ​ແອບ 6 ​ເດືອນ ມີ 15 ວິຊາ​ຮຽນ ​ແລະ ນັກຮຽນ​ບຳລຸງ​ວັດທະນະທຳ ລະບົບ 2 ປີ ປະກອບ​ມີ 3 ຂັ້ນ​ຮຽນຄື: ມໍ.5, ມໍ 6, ​ແລະ ມໍ 7 ມີ 9 ວິຊາ​ຮຽນ.ທັງ​ນີ້​ກໍ່​ເພື່ອ​ເປັນ​ການ​ບຳລຸງຍົກ​ລະດັບ​ການ​ສຶກສາ​ໃຫ້​ພະນັກງານ-​ນັກຮົບ​ໄດ້​ມີຄວາມ​ຮູ້, ຄວາມ​ສາມາດ, ​ເຕັກນິກ​ວິທະຍາສາດ,ວັດທະນະທຳ ​ແລະ ທັກ​ສະ​ໃນດ້ານ​ຕ່າງໆ ​​ເພື່ອກໍ່ສ້າງ​ພະນັກງານ​ບັນຊາ​ໝູ່-​ໝວດ​ທະຫານ​ຮາບ ​ໃຫ້​ມີ​ພື້ນຖານ​ທາງ​ດ້ານ ສິນລະປະ​ຍຸດ-​ຢຸດ​ທະວິ​ທີ ​ແລະ ​ເປັນ​ການປັບປຸງ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ໃນ​ຖັນ​ແຖວ​ຂອງ​ກອງທັບ​ນັບ​ມື້​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່ ​ເຂັ້ມ​ແຂງ ໜັກ​ແໜ້ນກ້າວ​ຂື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຮ.ທ ນ້ອຍ​ຈັນ​ໄພ ​ແກັວວັນ​ເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ