ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ງານຊາປານະກິດສົບ ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ວິລະຊົນແຫ່ງຊາດໄດ້ຈັດຂື້ນຢ່າງສົມກຽດ
ເວລາອອກຂ່າວ: 2021-09-17 12:12:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 519 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 14 ກັນຍາ 2021ນີ້.ຢູ່ທີ່ປ່າຊາ້ໂຄ້ງນາງແກ້ວ ບ້ານ ໂພນໄຊ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໂດຍການເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທິວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍຄະນະພັກ, ຄະນະບັນຊາກອງພົນທີ 2 ພ້ອມດ້ວຍຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອມິດສະຫາຍເຂົ້າຮ່ວມ. ໃນທາມກາງບັນຍາກາດທີ່ໂສກເສົ້າເສຍດາຍ ອາໄລອາວອນຂອງຄອບຄົວ ລັດທະພົມ ແລະ ຍາດຕິພີ່ນ້ອງ.ສະຫາຍ ພັນເອກ ທະນູກອນ ສຸລິຍະແສງ ຮອງຫົວໜ້າຫ້ອງການເມືອງກອງພົນທີ 2 ຄະນະຮັບຜິດຊອບງານຊາປານະກິດສົບໄດ້ກ່າວສະດຸດີ ເຖິງການເຄື່ອນໄຫວ ເເລະ ຜົນງານຂອງ ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ເປັນຄັ້ງ ສຸດທ້າຍວ່າ: ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ເກີດເມື່ອວັນທີ 01 ມັງກອນ 1955 ທີ່ບ້ານ ນາໂພນເລັນ, ເມືອງສາລະວັນ, ແຂວງສາລະວັນ ໄດ້ສ້າງຄອບຄົວກັບ ນາງ ທອງພັນ ລັດທະພົມ ມີລູກນໍາກັນ 3 ຄົນ, ຍິງ 1 ຄົນ, ໂດຍເຫັນແຈ້ງເຖິງຄວາມ ໂຫດຮ້າຍຂອງສົງຄາມຮຸກຮານ ຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືທີ່ມີຕໍ່ປະຊາຊົນບັນດາເຜົ່າ . ດັ່ງນັ້ນ, ສະຫາຍ ຈຶ່ງໄດ້ຕັດສິນໃຈ ເຂົ້າຮ່ວມການປະຕິວັດໃນວັນທີ 01/01/1975. ຜົນງານ ແລະການເຄື່ອນໄຫວປະຕິວັດທີ່ສໍາຄັນຂອງສະຫາຍມີຄື:ປີ 1975 – 1976 ເຂົ້າເປັນທະຫານຢູ່ເມືອງບາຈຽງແຂວງຈໍາປາສັກ. ປີ 1976 - 1977 ປະຈໍາການຢູ່ກອງພັນນ້ອຍທີ 2 ກອງພົນທີ 2. ປີ 1977 - 1990 ປະຈໍາການຢູ່ກອງພັນນ້ອຍ 613 ກອງພົນທີ 2 ແລະ ຖືກບາດເຈັບ. ປີ 1990 - 2021 ປະຈໍາຢູ່ສູນເສຍອົງຄະ 598 ເມືອງນານ , ແຂວງ ຫຼວງພະບາງ. ຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ ແລະ ການດໍາລົງຕໍາແໜ່ງຕ່າງໆ ຂອງສະຫາຍ ລ້ວນ​ແຕ່ໄດ້ອຸທິດເຫື່ອແຮງ, ໄຫວພິກ ແລະ ສະຕິປັນຍາ ຂອງຕົນປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃຫມ່ຮອບດ້ານຂອງພັກ, ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ​ເຊິ່ງເປັນການສະແດງເຖິງຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໃຍ ຕໍ່ກັບພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ທັງເປັນຜູ້ເສຍສະຫຼະສູງສົ່ງ ເພື່ອຜົນປະໂຫຍດລວມຂອງຊາດ. ຈາກຜົນງານ ແລະ ຄຸນງາມຄວາມດີດັ່ງກ່າວ. ສະຫາຍ ຈຶ່ງໄດ້ຮັບຄວມໄວ້ເນື້ອເຊື່ອໃຈ ຈາກການຈັດຕັ້ງ, ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ສະຫາຍ ຍັງເປັນບຸກຄົນໜຶ່ງ ທີ່ມີຄວາມພະຍາຍາມຊອກຮູ້ຮໍ່າຮຽນ, ປັບປຸງກໍ່ສ້າງຕົນເອງຢູ່ສະເໝີ ນັບແຕ່ເຂົ້າເປັນທະຫານ ຈົນກາຍເປັນພະນັກງານນາຍທະຫານທີ່ເປັນແບບຢ່າງອັນດີ. ຈາກຜົນງານ ແລະຄຸນງາມຄວາມດີຂອງສະຫາຍທີ່ໄດ້ປະກອບສ່ວນໃນພາລະກິດປະຕິວັດ. ພັກ-ລັດຖະບານ ຈຶ່ງໄດ້ຍ້ອງຍໍ ສັນລະເສີນ ສະຫາຍດ້ວຍຮູບການປະເພດຍ້ອງຍໍຕ່າງດັ່ງນີ້: 1. ຫຼຽນນາມມະຍົດວິລະຊົນແຫ່ງຊາດ1 ຫມ່ວຍ, 2. ຫຼຽນໄຊອິດສະຫຼະຊັ້ນ 2 ຈໍານວນ1 ຫນ່ວຍ. 3. ຫຼຽນໄຊພິລະອາດຫານຊັ້ນ 2 ຈໍານວນ1 ຫນ່ວຍ, ຊັ້ນ 3 ຈໍານວນ 1 ໜ່ວຍ. 4. ຫຼຽນກາແຮງງານ1 ຫນ່ວຍ. 5. ຫຼຽນກາກອງທັບ 50 ປີ; 60 ປີ, 70 ປີ ແລະໃບຍ້ອງຍໍຂັ້ນຕ່າງຈໍານວນຫນຶ່ງ. ມາຮອດວັນທີ 12/9/2021 ສະຫາຍ ຮ້ອຍ​ເອກ ບຸນລັນ ລັດທະພົມ ໄດ້ເຈັບປ່ວຍ ແລະ ເຂົ້າປິ່ນປົວຢູ່ໂຮງຫມໍ, ເຖິງວ່າການຈັດຕັ້ງ, ຄອບຄົວ ແລະ ແພດໝໍ ໄດ້ເອົາໃຈໃສ່ ປິ່ນປົວສຸດຄວາມສາມາດ ແຕ່ກໍບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້. ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ໄດ້ສິ້ນລົມຫາຍໃຈໄປດ້ວຍພະຍາດຂອງຜູ້ກ່ຽວໃນເວລາ 18 ໂມງ 15 ນາທີ ຂອງວັນທີ 12/09/2021 ລວມອາຍຸໄດ້ 66 ປີ. ການຈາກໄປຂອງສະຫານ ແມ່ນການສູນເສຍ ພະນັກງານປະຕິວັດ ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ປະຊາຊົນ ບັນດາເຜົ່າ, ເປັນການສູນເສຍຜູ້ເປັນຜົວທີ່ແສນແພງ, ພໍ່ທີ່ແສນດີຂອງລູກ ເຖິງຢ່າງໃດກໍ່ຕາມ ພະນັກງານ-ສະມາຊິກພັກ,ນັກຮົບ, ຄອບຄົວຍາດຕິພີ່ນ້ອງ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈະຈົດຈໍາຜົນງານຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະຫາຍຢ່າງບໍມີວັນລືມ ຊື່ສຽງຮຽງນາມ ແລະ ຜົນງານຂອງສະຫາຍຈະຕິດພັນກັບໄລຍະປະຫວັດສາດຂອງການປະຕິວັດຕະຫຼອດໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ