ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜູ້ແທນສະພາ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9
ເວລາອອກຂ່າວ: 2021-09-17 11:01:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 837 | ຄວາມນິຍົມ:



ໃນວັນທີ 15 ກັນຍາ 2021 ນີ້, ທີ່ສະໂມສອນກອງພັນໃຫຍ່ 702 ໄດ້ຈັດຕັ້ງເຜີຍແຜ່ຜົນສໍາເລັດກອງຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າດວ້ຍການຮັບຮອງເອົາວາລະແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານ ວຽງໄຊ ສີວິໄລ ຮອງປະທານສະພາປະຊາຊົນແຂງ, ຮອງປະທານກຳມະການຄະນະປະທານສະພາແຫ່ງຊາດ, ທ່ານ ເກົ້າມົວ ຊົວໂກ້ ສະມາຊິກສະພາປະຈຳແຂວງ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ ພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ 702 ເຂົ້າຮ່ວມ. ໃນກອງປະຊຸມທ່ານ ເກົ້າມົວ ຊົວໂກ້ ໄດ້ຜ່ານເອກະສານກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 01/ກມສພ ວ່າດວ້ຍການເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມຄຳສັ່ງເລກທີ 02/ກມສພ ວ່າດວ້ຍການເພີ່ມທະວີການຊີ້ນຳ-ນຳພາ ຂອງສະມາຊິກພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາເສບຕິດຈາກນັ້ນສະຫາຍ ພັນເອກ ສີວິໄລພົງ ເພົ້າວິໄລ ເລຂາຄະນະພັກ-ຫົວໜ້າການເມືອງກອງພັນໃຫຍ່ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດຫມາຍ, ກົດລະບຽບການຕ່າງໆໃນໄລຍະ 6 ເດືອນຕົ້ນປີ 2021 ໂດຍຫຍໍ້ໃນນັ້ນຜູ້ເຂົ້າຮວມກອງປະຊຸມໄດ້ປະກອບຄໍາຄິດເຫັນ ຄຳສະເໜີຕໍ່ສະມາຊິກສະພາ. ການລົງເຜີຍແຜ່ຜົນສໍາເລັດຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ນາຍທະຫານ-ສະມາຊິກພັກເຂົ້າເຖິງເນື້ອໃນເພື່ອນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ເກີດຜົນສຳເລັດ. ຂ່າວໂດຍ ຮອ ວົງສາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ