ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນັກຮຽນບຳລຸງເສນາ-ພະລາ ຊຸດທີ II ລົງທັດສະນະສຶກສາຢູ່ກອງພັນ 609
ເວລາອອກຂ່າວ: 2021-09-16 12:13:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 431 | ຄວາມນິຍົມ:



ໃນວັນທີ 10 ກັນຍາ 2021 ນີ້, ນັກຮຽນບໍາລຸງເສນາ-ພະລາ ຊຸດທີ II ລົງ ທັດສະນະສຶກສາເບິ່ງການປະຕິບັດວຽກງານຕົວຈິງຢູ່ກອງພັນ 609 ທະຫານແຂວງໄຊຍະບູລີ ເຊິ່ງນຳໂດຍ ສະຫາຍ ພັນໂທ ອຳໄພ ອຸ່ມສາພົນ ຄະນະພັກກອງບັນຊາການ ຮອງຫ້ອງພະລາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ພ້ອມດ້ວຍຄະນະຄູ-ອາຈານ ແລະ ນັກຮຽນ ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນໂທ ບຸນທະວີ ຖານະວັນ ຄະນະພັກກອງບັນຊາການ ຫົວໜ້າການເມືອງ ກອງພັນ 609 ທະຫານແຂວງໄຊຍະບູລີ ພ້ອມຄະນະ. ສະຫາຍ ພັນຕີ ດວງດີ ລໍວິຈິດ ຫົວໜ້າພະລາ ກອງພັນ 609 ທະຫານແຂວງໄຊຍະບູລີ ກໍ່ໄດ້ລາຍງານສະພາບໂດຍຫຍໍ້ກຽວກັບ ທີ່ຕັ້ງ, ຈຸດພິເສດ, ໜ້າທີ່ພາລະບົດບາດ ການຈັດຕັ້ງປະຕິບັດໜ້າທີ່ວຽກງານພະລາທິການຢູ່ພາຍໃນກົມກອງຂອງຕົນ ໃຫ້ແກ້ຄະນະພັກ, ຄູ-ອາຈາ ແລະ ນັກຮຽນບຳລຸງ ເສນາ-ພະລາຊຸດທີ II ໄດ້ຮັບຮູ້ ເຊິ່ງໃນໄລຍະຜ່ານມາວຽກງານພະລາທິການຢູ່ກົມກອງຂອງພວກເຮົາແມ່ນໄດ້ຮັບການຊີນໍາໂດຍກົງຈາກຂະນະພັກ-ຄະນະບັນຊາ ໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໃນນີ້ກໍ່ສາມາດຮັບປະກັນໄດ້ວຽກງານຕ່າງໆເປັນຕົ້້ນແມ່ນ ການບົວລະບັດ-ພັດເຊັດອາວຸດລູກກະສູນ, ການເບີກຈ່າຍ ເຄື່ອງນຸ່ງຮົມ, ວັດຖຸອຸປະກອນຮັບໃຊ້ວຽກງານຕ່າງໆ ແມ່ນປະຕິບັດໄດ້ຕາມລະບຽບການ ດ້ານວຽກງານແກ້ໄຂຊີວິດການເປັນຢູ່ ແມ່ນໄດ້ຖືເອົາວຽກງານ ການປູກພຶດລົມລຸກຊະນິດຕ່າງໆໂດຍອາໄສທ່າແຮງບົ່ມຊ້ອນຂອງກົມກອງ ພ້ອມນີ້ກໍ່ຍັງໄດ້ລ້ຽງອິກຈໍານວນໜຶ່ງ. ເຊິ່ງການທັດສະນະສຶກສາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ນັກຮຽນແຕ່ລະສະຫາຍໄດ້ຮັບຮູ້ ເຖິ່ງການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງກົມກອງໃນໄລຍະຜ່ານມາ ພ້ອມທັງນຳເອົາບົດຮຽນໃນຄັ້ງນີ້ນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ໜູນໃຊ້ເຂົ້າໃນການປະຕິບັດໜ້າວຽກງານຕົວຈິງ ຢູ່ພາຍໃນກົມກອງຂອງຕົນໃຫ້ໄດຮັບໝາກດີເຊັ້ນດຽວກັນ. ຂ່າວ ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ