ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານແຂວງໄຊສົມບູນເປີດອົບຮົມວຽກງານກໍ່ສ້າງຮາກຖານໄລຍະສັ້ນ ປະຈໍາປີ 2021
ເວລາອອກຂ່າວ: 2021-09-16 12:08:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 845 | ຄວາມນິຍົມ:



ໃນວັນທີ 8 ກັນຍາ 2021, ກອງບັນຊາການທະຫານແຂວງໄຊສົມບູນໄດ້ເປີດຊຸດອົບຮົມວຽກງານກໍ່ສ້າງຮາກຖານປະຈໍາປີ 2021 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງໄຊສົມບູນ ມີຄະນະພັກ - ຄະນະບັນຊາ, ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ໂຮງຮຽນການທະຫານທ້ອງຖີ່ນເຂົ້າຮ່ວມ. ສະຫາຍ ພອນຈັນ ໄຊຍະທໍາ ຫົວໜ້າພະແນກກໍ່ສ້າງຮາກຖານ ໄດ້ຂື້ນຜ່ານບົດອົບຮົມວຽກງານກໍ່ສ້າງຮາກຖານການເຝິກອົບຮົມຄັ້ງນີ້ ເພື່ອເປັນການສືບຕໍ່ຜັນຂະຫຍາຍຄໍາສັ່ງແນະນໍາວ່າດ້ວຍການສ້າງບ້ານຈຸດສຸມ, ສ້າງບ້ານແຮກສ່ຽວ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ສ້າງກອງຫຼອນໃຫ້ກໍາລັງເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ຮັບປະສິດຕິພາບສູງ. ນອກນັ້ນ ຍັງໄດ້ເລັ່ງໃສ່ສ້າງ ໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານ ມີຄວາມຮັບຮູ້ເຊື່ອມຊຶມ ແລະ ກໍາໄດ້ແໜ້ນບັນດາເນື້ອໃນວຽກງານກໍ່ສ້າງຮາກຖານການເມືອງ, ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ສະພາບມີຄວາມສະຫງົບ, ເສດຖະກິດໄດ້ຮັບການພັດທະນາ, ປະຊາຊົນຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ເນັ້ນໜັກຕໍ່ນັກສຳມະນາກອນຈົ່ງ ພ້ອມກັນສືບຕໍ່ນຳເອົາເນື້ອໃນ ເອກະສານ ໄປຄົ້ນຄວ້າຮ່ຳຮຽນຕື່ມ ເພື່ອເປັນທິດທາງໃນການລົງກໍ່ສ້າງຮາກຖານການເມືອງໃນສະເພາະໜ້າ ແລະ ຍາວນານ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ກ້າຫານ, ເສຍສະຫຼະ, ມີຄຸນສົມ ບັດສິນທຳປະຕິວັດ, ມີຄວາມຕັ້ງຕໍ່ ບໍລິສຸດຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຍົກສູງ ຄວາມຮູ້ຄວາມສາມາດ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂອງກອງທັບ. ພ້ອມກັນສຶກສາອົບຮົມ ການເມືອງແນວຄິດ, ປະຕິບັດຄົບຖ້ວນຂອງວຽກງານກໍ່ສ້າງຮາກຖານ, ຕ້ອງເປັນເສນາທິການເກັບກຳສະພາບຂອງບ້ານ, ສ້າງແກ່ນສານພໍ່ຮັກແມ່ແພງ, ເຄົາລົບນັບຖືອົງການຈັດຕັ້ງບ້ານ ແລະ ພ້ອມກັນເອົາໃຈໃສປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ຍົກສູງຄວາມຮັບຜິດຊອບເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ຂ່າວ: ພຸດທະພອນ ລັດດານາວ ຂ່າວ ທະຫານແຂວງໄຊສົມບູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ