ໂຮງຮຽນກໍ່ສ້າງນາຍສິບເລກ1 ມອບເງິນອູດໜູນອອກທະຫານ ແລະ ເງີນອຸດໜູນໃຫ້ແກ່ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2021-09-16 11:29:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1892 | ຄວາມນິຍົມ:
ວັນທີ 8 ກັນຍາ ນີ້, ພະແນກປະກັນສັງຄົມໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ມອບເງິນອຸດໜູນອອກທະຫານໃຫ້ນາຍສິບ ແລະ ເງີນອຸດໜູນໃຫ້ແກ່ຄອບຄົວຜູ້ເສຍຊີວິດ ເປັນກຽດເຂົ້າຮ່ວມໂດຍສະຫາຍ ພັນເອກ ບຸນຈັນ ໂສລາວັນ ຫົວໜ້າຫ້ອງການເມືອງໂຮງຮຽນ, ມີ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ໄພວັນ ວິໄລສອນ ຮອງຫົວໜ້າພະແນກປະກັນສັງຄົມ ໂຮງຮຽນກໍ່ສ້າງນາຍສິບເລກ1 ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ,ອີງຕາມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດວ້ຍການປະກັນສັງຄົມ ສະບັບເລກທີ 675 / ກປທ ລົງວັນທີ 28 ກຸມພາ 2019 ແລະ ຄຳສັ່ງແນະນຳເພີ່ມເຕີມຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປະກັນສັງຄົມ ສະບັບເລກທີ 390/ກປທ,ລົງວັນທີ 13 ມັງກອນ 2021. ໃນນີ້ ໄດ້ມອບເງີນອຸດໜູນອອກຈາກຖັນແຖວກອງທັບ ຈຳນວນ 1 ສະຫາຍ ເປັນເງິນ 22.235.000 ກີບ ແລະ ມອບເງີນອຸດໜູນໃຫ້ແກ່ຄອບຄົວຜູ້ເສຍຊີວິດຈຳນວນ 1 ສະຫາຍ ເປັນເງິນ 10.529.400 ກີບ. ໂດຍກ່າວມອບຂອງ ສະຫາຍ ພັນເອກ ບຸນຈັນ ໂສລາວັນ ຫົວໜ້າຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1 ພ້ອມທັງມີຄຳເຫັນໂອ້ລົມ ເຊິ່ງສະຫາຍກ່າວວ່າ: ການມອບເງີນໃນຄັ້ງນີ້ ແມ່ນການປະຕິບັດນະໂຍບາຍຂອງພັກ - ລັດກໍ່ຄືນະໂຍບາຍຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານ,ເວົ້າລວມ, ເວົ້າສະເພາະກໍ່ແມ່ນຄວາມເປັນຫວ່ງເປັນໄຍຂອງຄະນະນຳໂຮງຮຽນກໍ່ສ້າງນາຍສິບເລກ1 ຕໍ່ພະນັກງານ - ນັກຮົບຜູ້ທີ່ມີຄຸນງາມຄວາມດີ, ຜົນງານການເຄື່ອນໄຫວປະກອບສ່ວນເຂົ້າໃນການພັດທະນາກົມກອງ ແລະ ຈົ່ງນຳເອົາເງີນຈຳນວນດັ່ງກ່າວໄປໝູນໃຊ້ເປັນທຶນຮອນສົ່ງເສີມໃຫ້ລູກເຕົ້າໄດ້ຮັບການສືກສາ ແລະ ພັດທະນາ ຄອບຄົວກໍ່ຄືແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ ແລະ ພ້ອມກັນສືຶກສາອົບຮົມລູກເຕົ້າໃຫ້ເປັນຄົນດີຂອງສັງຄົມໃນອະນາຄົດ.
ພາບ ແລະ ຂ່າວໂດຍ: ຮ.ທ ນ.ນ້ອຍຈັນໄພ ແກ້ວວັນເຮືອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ