ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 941 ມອບເງີນນະໂຍບາຍໃຫ້ນາຍທະຫານທີ່ພັກການຮັບບຳນານ.
ເວລາອອກຂ່າວ: 2021-09-16 11:26:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 993 | ຄວາມນິຍົມ:



ໃນວັນທີ 15 ກັນຍາ 2021 ນີ້,​ ກອງພັນໃຫຍ່ 941 ໄດ້ມອບເງີນນະໂຍບາຍໃຫ້ນາຍທະຫານທີ່ພັກການຮັບບຳນານ ໂດຍການເປັນປະທານຂອງສະຫາຍ ພັນເອກ ພູໂຂງ ມະໂນລາ ຫົວໜ້າການເມືອງກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ, ວິຊາການທີ່ກຽ່ວຂ້ອງ ພ້ອມດ້ວຍພະນັກງານບໍານານເຂົ້າຮ່ວມ. ສະຫາຍ ພັນຕີ ເພັດວັນນະວົງ ອ່ອນລີວັນ ຊ່ວຍວຽກຂະແໜງນະໂຍບາຍກອງພັນໃຫຍ່ 941 ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບເບ້ຍບຳນານ, ອີງຕາມກົດໜາຍວ່າດ້ວຍປະກັນສັງຄົມ ( ສະບັບປັງປຸງ), ອີງຕາມກົດໜາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັງປຸງ). ກະຊວງປ້ອງກັນປະເທດຕົກລົງໃຫ້ສະຫາຍ ພັນໂທ ແສງຈັນ ສຸລິວົງ,​ ສະຫາຍພັນໂທ ບຸນແຕ່ງ ຂຸນທິກຸມມານ, ສະຫາຍຮ້ອຍໂທ ວຽງພອນ ສຸວັນໄຊ ພັກການຮັບເບ້ຍບໍານານ ພ້ອມນັ້ນກໍໄດ້ມອບເງິນອຸໜູນບໍານານໃຫ້ພະນັກງານທີ່ຮັບນະໂຍບາຍບໍານານ ໂດຍ: ນາງ ທອງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ