ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ ໜ້າທີຫົວໜ້າຫ້ອງເສນາທິການທະຫານແຂວງບໍ່ແກ້ວ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2021-09-16 11:21:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 743 | ຄວາມນິຍົມ:



ໃນວັນທີ 8 ກັນຍາ 2021 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບໜ້າທີ່ຫົວໜ້າຫ້ອງເສນາທິການ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ປະກາດການແຕ່ງຕັ້ງຂັ້ນພະແນກການ, ປະກາດການເລືອນຊັ້ນ, ປະດັບທຽບຊັ້ນ ໃຫ້ນາຍທະຫານ ຢູ່ທີ່ ສະໂມສອນກອງບັນຊາການທະຫານແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ຄະນະພັກ-ຄະນະກອງບັນຊາການ, ອົງການ 5 ຫ້ອງ, ຫົວໜ້າພະແນກ, ຮອງພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ໂສວັນ ພັນທັນນີ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງບໍ່ແກ້ວຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານໃນ ໄລຍະຜ່ານມາ ພ້ອມທັງກ່າວມອບໜ້າທີ່ໃຫ້ ສະຫາຍ ພັນໂທ ບຸນຈັນ ສີທະບຸນ ຫົວໜ້າຫ້ອງເສນາທິການທະຫານແຂວງບໍ່ແກ້ວ ຜູ້ໃໝ່ ສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານເສນາທິການໃຫ້ມີຄຸນນະພາບ, ມີການນຳພາທີດີ ແລະ ເຂັ້ມແຂງຂຶ້ນເລື້ອຍໆ. ພ້ອມທັງເຊັນບົດບັນທຶກມອບ-ຮັບ ຢ່າງເປັນການ. ໃນພິທີ ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ໃນນີ້ ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຂັນເງິນ ບົວລະພັນ ເປັນຫົວຫນ້າພະແນກໂຮງຮຽນ, ສະຫາຍ ພັນໂທ ນາງ ສຸດທະພອນ ຜີວຜາສຸກ ເປັນຫົວຫນ້າພະແນກບໍລິຫານ-ສັງລວມຫ້ອງການເມືອງ, ສະຫາຍ ພັນໂທ ສີນວນ ອິນທະສອນ ເປັນຫົວຫນ້າພະແນກຈັດຕັ້ງພັກ, ສະຫາຍ ພັນໂທ ກອງແກ້ວ ຈະເລີນສຸກ ເປັນຫົວໜ້າພະແນກການທະຫານທ້ອງຖິ່ນ, ສະຫາຍ ພັນໂທ ສົມ ສູງປັນຍາ ເປັນຫົວຫນ້າພະແນກກໍ່ສ້າງຮາກຖານ, ສະຫາຍ ພັນໂທ ພອນວິໄລ ຈິດວິລະຜົນ ເປັນຫົວຫນ້າພະແນກການເງິນ, ສະຫາຍ ພັນຕີ ນາງ ສີພົມ ລິນທອງ ເປັນຫົວຫນ້າພະແນກສະຫະພັນແມ່ຍິງ, ສະຫາຍ ພັນຕີ ສີວັນໄຊ ໄຊມິດຕະພອນ ເປັນຫົວຫນ້າພະແນກສູ້ຮົບ,​ ສະຫາຍ ພັນຕີ ເພີນຈະເລີນໄຊ ວົງໝຶ່ນກ້າ ເປັນຫົວຫນ້າພະແນກອົບຮົມ, ສະຫາຍ ພັນຕີ ວາດສະໜາ ໄຊຍະບຸດ ເປັນຫົວຫນ້າພະແນກປືນໃຫຍ່ຫນ້າດິນ, ສະຫາຍ ພັນຕີ ວົງໄຊ ບຸດຕະວົງ ເປັນຫົວຫນ້າພະແນກກວດກາ, ສະຫາຍ ພັນຕີ ເຄນ ກົມແພງມີ ເປັນຫົວຫນ້າພະແນກອຸປະໂພກ-ບໍລິໂພກ, ສະຫາຍ ຮ້ອຍເອກ ອໍາພອນ ກິດຕິວົງ ເປັນຫົວຫນ້າພະແນກແຜນທີ່, ສະຫາຍ ພັນໂທ ສັນທະວິໄຊ ເໝືອນໄຊຍະທາດ ເປັນຮອງພະແນກການເງິນ, ສະຫາຍ ພັນຕີ ພາລີ ໂຈຊື ເປັນຮອງຫົວໜ້າພະແນກໂຮງຮຽນ, ສະຫາຍ ພັນຕີ ຄໍາເພັດ ໄຊຍະວົງ ເປັນຮອງພະແນກຂົນສົ່ງ, ສະຫາຍ ພັນຕີ ຄໍາເມິງ ແສນແກ້ວ ເປັນຮອງພະແນກແຜນທີ່, ສະຫາຍ ພັນຕີ ສີສະຫວັນ ແຕນລີຮຽນ ເປັນຮອງພະແນກປ້ອງກັນອາກາດ, ສະຫາຍ ພັນຕີ ວັນເພັດ ວົງມະນີ ເປັນຮອງພະແນກບໍລິຫານ-ສັງລວມຫ້ອງເສນາ, ສະຫາຍ ພັນຕີ ບຸນເຖິງ ເຂັມສະຫວັນ ເປັນຮອງພະແນກການທະຫານທ້ອງຖິ່ນ,​ ສະຫາຍ ພັນຕີ ຫຸມເພັງ ແກ້ວປະເສີດ ເປັນຮອງພະແນກອຸປະໂພກ-ບໍລິໂພກ, ສະຫາຍ ຮ້ອຍເອກ ນາງ ກອງແພງ ຜີວຜາສຸກ ເປັນຮອງພະແນກສະຫະພັນແມ່ຍິງ, ສະຫາຍ ຮ້ອຍເອກ ບຸນຄົງ ອິນທະວົງ ເປັນຮອງພະແນກຈັດຕັ້ງພັກ, ສະຫາຍ ຮ້ອຍເອກ ຕີນ້ອຍ ຫຼ້າມົນຕີ ເປັນຮອງພະແນກອົບຮົມ, ສະຫາຍ ພັນຕີ ນ້ອຍ ກາອິງໂດຍ ເປັນຫົວຫນ້າການເມືອງກອງພັນ 405, ສະຫາຍ ພັນຕີ ທອງດີ ຫຼືວັນເກດ ເປັນຮອງການເມືອງກອງພັນ 405. ຈາກນັ້ນຍັງໄດ້ປະກາດການເລືອນຊັ້ນ ແລະ ປະດັບທຽບຊັ້ນໃຫ້ນາຍທະທານຜູ້ທີ່ມີຜົນງານດີເດັ່ນປະກອບມີ:​ ຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ ຈຳນວນ 16 ສະຫາຍ, ຍິງ 4 ສະຫາຍ, ຮ້ອຍໂທຂື້ນຮ້ອຍເອກ ຈຳນວນ 26​ ສະຫາຍ, ຍິງ 2 ສະຫາຍ, ຮ້ອຍຕີຂື້ນຮ້ອຍໂທ 30 ສະຫາຍ ຍິງ 4 ສະຫາຍ ແລະ ປະດັບຊັ້ນຮ້ອຍໂທ ໃຫ້ນັກຮຽນຈົບຂັ້ນປະລິນຍາຕີ, ຊັ້ນສູງ ຈຳນວນ 16 ສະຫາຍ ຍິງ 1​ ສະຫາຍ ແລະ ປະດັບຊັ້ນຮ້ອຍຕີ ໃຫ້ນັກຮຽນຈົບຊັ້ນກາງ ຈຳນວນ 4 ສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ