ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານເຕັກນິກການທະຫານເປີດສົກຮຽນໃໝ່ເຫຼົ່າຮົບເຕັກນິກການທະຫານ
ເວລາອອກຂ່າວ: 2021-09-16 10:08:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 623 | ຄວາມນິຍົມ:



ວັນທີ 15 ກັນຍາ 2021 ນີ້, ວິທະຍາຄານເຕັກນິກການທະຫານ ເປີດຊຸດຮຽນກໍ່ສ້າງປະລິນຍາຕີເຕັກນິກລົດການທະຫານ ຊຸດທີ 4, ເຕັກນິກຍຸດໂທ ຊຸດທີ 4, ກໍ່ສ້າງຊັ້ນກາງເຕັກນິກລົດການທະຫານ ຊຸດທີ 26, ເຕັກນິກຍຸດໂທ ຊຸດທີ 14 ສົກຮຽນ 2021-2022 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປະສິດທ່ຽງທຳ ຫົວໝ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອຳນວຍການ, ກົມກ່ຽວຂ້ອງ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ວຽງເພັດ ສົມມະນີ ຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອານຸມັດໃຫ້ ວິທະຍາຄານເຕັກນິກການທະຫານ ເປີດສົກຮຽນ 2021-2022. ໂດຍປະຕິບັດແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງພັກ-ລັດ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍ່ຄືວິໄສທັດຮອດປີ 2030 ແຜນຍຸດທະສາດ ວຽກງານເຕັກນິກ-ພັດທະນາອຸດສະຫະກຳປ້ອງກັນຊາດ 10 ປີ (2016-2025) ຂອງກົມໃຫຍ່ເຕັກນິກກອງທັບວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ກຽມພ້ອມເຮັດສຳເລັດໜ້າທີ່ການເມືອງໃນໄລຍະໃໝ່. ວິທະຍາຄານເຕັກນິກການທະຫານ ໄດ້ປະຕິບັດຕາມແຜນແບ່ງປັນຕົວເລກໃນສົກຮຽນ 2021-2022 ມີນັກຮຽນ-ນັກສຶກສາເຂົ້າມາສຶກສາອົບຮົມກໍ່ສ້າງມີ 4 ເປົ້າໝາຍທີ່ມາຈາກກົມກອງຕ່າງໆ ໃນກຳລັງຫຼວງ, ກຳລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດຄື: ລະບົບຮຽນກໍ່ສ້າງປະລິຍາຕີເຕັກນິກລົດໂອໂຕການທະຫານລະບົບປົກກະຕິ ຊຸດທີ 4 ລະບົບ 5 ປີ ຈຳນວນ 20 ສະຫາຍ, ກໍ່ສ້າງປະລິນຍາຕີເຕັກນິກຍຸດໂທລະບົບ 5 ປີ ຊຸດທີ 4 ຈໍານວນ 20 ສະຫາຍ, ກໍ່ສ້າງຊັ້ນກາງເຕັກນິກລົດໂອໂຕ ລະບົບ 3 ປີ ຊຸດທີ 26 ມີ 20 ສະຫາຍ, ກໍ່ສ້າງຊັ້ນກາງເຕັກນິກຍຸດໂທ ຊຸດທີ 14 ມີ 20 ສະຫາຍ. ເນື້ອໃນຫຼັກສູດອົບຮົມສໍາລັບຫຼັກສູດກໍ່ສ້າງປະລິນຍາຕີເຕັກນິກລົດ ແລະ ຍຸດໂທ, ໝວດວິຊາຄວາມຮູ້ທົ່ວໄປ 20 ໜ່ວຍກິດ, ໝວດວິຊາພື້ນຖານວິຊາສະເພາະ 59 ໜ່ວຍກິດ, ໝວດວິຊາສະເພາະ 100 ໜ່ວຍກິດ, ຂຽນ ແລະ ປ້ອງກັນວິທະຍານິພົນ 6 ໜວ່ຍກິດ, ໝວດວິຊາເລືອກ 3 ໜ່ວຍກິດ ລວມ 178 ໜ່ວຍກິດ. ຫຼັກສູດກໍ່ສ້າງນາຍທະຫານເຕັກນິກ ລະບົບຊັ້ນກາງ ໝວດວິຊາຄວາມຮູ້ທົ່ວໄປ 24 ໜ່ວຍກິດ, ໝວດວິທະຍາສາດພື້ນຖານ 13 ໜ່ວຍກິດ, ໝວດວິຊາພື້ນຖານຂອງວິຊາສະເພາະ 23 ໜ່ວຍກິດ, ໝວດວິຊາສະເພາະ 51 ໜ່ວຍກິດ, ທວນ ແລະ ສອບເສັງ 3 ໜ່ວຍກິດ ລວມທັງໝົດ 114 ໜ່ວຍກິດ. ການຈັດຕັ້ງແຜນການ ການຮຽນ-ການສອນ ຫຼັກສູດປະລິນຍາຕີແມ່ນແບບເຕັມເວລາ ແລະ ເປັນລະບົບໜ່ວຍກິດມີໄລຍະມີເວລາຮຽນ 5 ປີ ແບ່ງອອກ 10 ພາກຮຽນ ສະເລ່ຍພາກຮຽນໜຶ່ງ ຮຽນ 18-19 ໜ່ວຍກິດ. ກ່າວຄໍາເຫັນໂອ້ລົມ ສະຫາຍ ພົນຕີ ປະສິດທ່ຽງທຳ ໄດ້ຊີ້ນຳຫຼາຍບັນຫາສຳຄັນຕໍ່ ຄະນະພັກ-ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ບັນດານັກຮຽນ-ນັກສຶກສາ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມໂຄງການ ການຮຽນ-ການສອນ ທີ່ໄດ້ກຳນົດອອກ ໃຫ້ບັນລຸໝາກຜົນສູງ, ພ້ອມກັນຮັກສາຄວາມສາມັກຄີພາຍໃນລະຫວ່າງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາໃຫ້ແໜ້ນແຟ້ນ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບວາງອອກ ໃຫ້ເຂັ້ມງວດ.ປະກອບສ່ວນເຂົ້າໃນວຽກງານລວມຂອງວິທະຍາຄານແລະ ພ້ອມກັນປະຕິບັດມາດຕະການປ້ອງກັນ, ຄວມຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ -19 ຢ່າງເຂັ້ມງວດ. ໂດຍ: ຄຳຜິວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ